ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຕໍ່າ ອະນຸມັດ ໃຫ້ລັດຖະບານ ສຫລ ກູ້ຢືມເງິນໃຊ້ ໃນ 4 ເດືອນຕໍ່ໜ້າ (ວີດີໂອ)


ສະພາຕໍ່າສະຫະລັດໄດ້ລົງຄະແນນສຽງໃຫ້ການອະນຸມັດຮ່າງກົດໝາຍສະ ບັບນຶ່ງຂອງພັກຣີພັບບລິກັນ ທີ່ຈະອະນຸຍາດໃຫ້ວໍຊິງຕັນກູ້ຢືມເງິນໄດ້ຕໍ່ໄປເພື່ອຊໍາລະຄ່າໃຊ້ຈ່າຍຕ່າງໆ ໃນໄລຍະສັ້ນ
ສະພາຕໍ່າສະຫະລັດໄດ້ລົງຄະແນນສຽງໃຫ້ການອະນຸມັດຮ່າງກົດໝາຍສະ ບັບນຶ່ງຂອງພັກຣີພັບບລິກັນ ທີ່ຈະອະນຸຍາດໃຫ້ວໍຊິງຕັນກູ້ຢືມເງິນໄດ້ຕໍ່ໄປເພື່ອຊໍາລະຄ່າໃຊ້ຈ່າຍຕ່າງໆ ໃນໄລຍະສັ້ນ
ສະພາຕໍ່າສະຫະລັດໄດ້ລົງຄະແນນສຽງໃຫ້ການອະນຸມັດຮ່າງ
ກົດໝາຍສະ ບັບນຶ່ງຂອງພັກຣີພັບບລິກັນ ທີ່ຈະອະນຸຍາດໃຫ້
ວໍຊິງຕັນ ກູ້ຢືມເງິນໄດ້ຕໍ່ໄປ ເພື່ອຊໍາລະຄ່າໃຊ້ຈ່າຍຕ່າງໆໃນ
ໄລຍະສີ່ເດືອນຕໍ່ໜ້ານີ້.

ສະພາຕໍ່າໄດ້ຮັບຜ່ານມາດຕະການດັ່ງກ່າວເມື່ອວັນພຸດວານນີ້
ດ້ວຍຄະແນນສຽງ 285 ຕໍ່ 144 ສຽງ.

ສະມາຊິກສະພາສູງຂອງພັກເດໂມແຄຣັທ ແລະປະທານາທິບໍດີ
ໂອບາມາ ເວົ້າໄວ້ວ່າ ພວກເຂົາເຈົ້າຈະເຫັນພ້ອມນໍາຍັດຕິດັ່ງກ່າວເວລາມັນເຖິງຜຽນຂອງຕົນທີ່ຈະປະຕິບັດ.

ການລົງຄະແນນສຽງກັນເມື່ອວັນພຸດວານນີ້ ແມ່ນການຖ່ວງເວລາການເພີ່ມລະດັບເພ ດານໜີ້ສິນອອກໄປອີກ ແລະຍຸຕິການຂູ່ທີ່ວ່າ ວໍຊິງຕັນອາດຜິດສັນຍາການຊໍາລະໜີ້ ຈໍານວນມະຫາສານຂອງຕົນໄດ້ ຊຶ່ງນັ້ນຈະສ້າງຄວາມ ເສຍຫາຍໃຫ້ແກ່ເສດຖະກິດ.

ຜ່ານມາ ບັນດາສະມາຊິກພັບຣີພັບບລິກັນ ໂຕ້ແຍ້ງວ່າ ການຕັດຄ່າໃຊ້ຈ່າຍຈໍານວນ ນຶ່ງໂດລາໃດ ຕໍ່ເງິນທຸກນຶ່ງໂດລາທີ່ພວກເຂົາເຈົ້າເພີ່ມໃສ່ເພດານຂີດຈໍາກັດ ໃນການ ກູ້ຢືມທີ່ຖືກຕ້ອງຕາມກົດໝາຍນັ້ນ.

ການປ່ຽນແປງດ້ານຍຸທະວິທີໂດຍພັກຣີພັບບລິກັນ ອາດຜ່ອນຜັນການຖົກຖຽງກັນທາງ ການເມືອງລົງ ແລະຊ່ວຍໃຫ້ວໍຊິງຕັນບັນລຸການປານີປານອມກັນ ທີ່ຈະຕ່າວປິ້ນວັນເສັ້ນ ຕາຍຫຼາຍຢ່າງ ທີ່ອາດກໍ່ໃຫ້ເກີດມີການຕັດຄ່າໃຊ້ຈ່າຍລົງຢ່າງຫຼວງຫຼາຍ ແລະການຂຶ້ນ ພາສີ.

ລາຄາຕະຫຼາດຮຸ້ນສະຫະລັດສູງຂຶ້ນ ຫຼັງຈາກການລົງຄະແນນສຽງຮັບຜ່ານມາດຕະການ ດັ່ງກ່າວ.

XS
SM
MD
LG