ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ​ກ່າວວ່າ ໜີ້​ສິນ​ຂອງ​ຊາດ​ ໄດ້​ກາຍ 16 ພັນຕື້ໂດ​ລາ ແລ້ວ


ເງິນໂດລາສະຫະລັດ
ເງິນໂດລາສະຫະລັດ
ກະຊວງ​ການ​ເງິ​ນສະຫະລັດ​ຢືນຢັນ​ວ່າ ໜີ້​ສິນ​ຂອງ​ຊາດ​ໄດ້​ກາຍ 16 ພັນຕື້ ​ໂດ​ລາເປັນ​ເທື່ອ​ທໍາ​ອິດ​ ຊຶ່ງຖ້າ​ຄິດ​ສະ​ເລ່ຍ​ໃສ່​ກັບ​ຈໍານວນ​ປະຊາກອນແລ້ວ ກໍເທົ່າ​ກັບວ່າ ຊາຍ ຍິງ ​ແລະ​ເດັກ ນ້ອຍທັງ​ໝົດ​ ທີ່​ອາ​ໃສ​ຢູ່​ໃນ​ປະ​ເທດນີ້ ມີໜີ້​ສິນ ຄົນລະ 50,000 ​ໂດ​ລາ.

​ຈໍານວນ​ໜີ້​ສິນ​ທີ່ຫຼາຍ​ເປັນ​ປະວັດ​ການດັ່ງກ່າວ ​ທີ່​ໄດ້​ມີ​ການຄາດໝາຍ​ກັນ​ໄວ້​ກ່ອນ​ແລ້ວນັ້ນ ​ຈະ​ຜັກ​ດັນ​ໃຫ້ສະຫະລັດ​ເຄື່ອນເຂົ້າໃກ້ຂີດ​ຈໍາກັດ​ຂອງໜີ້​ສິນທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ຕົນ ຄື​ຕໍ່າ​ກວ່າ 16 ພັນ 400 ​ຕື້ ໜ້ອຍ​ນຶ່ງ​ນັ້ນ. ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ໜີ້​ຂອງຊາດ​ອາດໄປ​ເຖິງ​ຈຸດ​ຂີດ​ຈໍາ​ກັດ​ໃນ​ທ້າຍ​ປີ​ນີ້​ກໍໄດ້ ​ແລະເວັ້ນ​ເສຍ​ແຕ່​ວ່າ​ລັດຖະສະພາຈະ​ຮັບ​ຜ່ານ​ກົດ​ໝາຍ​ສະບັບ​ໃໝ່ ​ເພື່ອ​ເພີ່ມ​ຈໍານວນ​ໜີ້​ສິນ​ຂຶ້ນອີກນັ້ນ ສະຫະລັດ​ຈະ​ບໍ່​ສາມາດ​ກູ້​ຢືມ​ເງິນ ​ມາ​ໃຊ້​ຈ່າຍ​ໄດ້​ອີກ​ຕໍ່​ໄປ ​ເວົ້າ​ໃນ​ອີກ​ແງ່​ນຶ່ງ ກໍ​ຄື​ບໍ່​ສາມາດ​ພິມ​ພັນ ທະ​ບັດ ອອກ​ມາ​ຂາຍ​ໄດ້.

​ເທື່ອ​ສຸດ​ທ້າຍ​ທີ່​ສະຫະລັດ​ມີໜີ້​ສິນ​ເຖິງ​ຂີດ​ຈໍາກັດ​ ຄື​ເມື່ອ​ປີ​ກາຍ​ນີ້​ເອງ ການ​ຜິດ​ຖຽງກັນໃນ​ລະຫວ່າງພັກຢູ່​ໃນ​ສະພາ ໄດ້​ຖ່ວງ​ການ​ແກ້​ໄຂ​ບັນຫາ​ນີ້ ​ ​ແລະ​ສົ່ງ​ຜົນ​ໃຫ້​ຄະ​ແນນຄວາມ​ໜ້າເຊື່ອ​ຖືຂອງ​ປະ​ເທດ​ ​ຖືກລຸດ​ລົງ​.
XS
SM
MD
LG