ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດຍັງຊອກຫາຊ່ອງທາງ ແກ້ໄຂບັນຫາໜີ້ສິນກັນຢູ່ (ເບິ່ງວີດີໂອ)


ຜູ້ນຳສຽງສ່ວນຫຼາຍໃນສະພາສູງສະຫະລັດ ທ່ານ Harry Reid ຖະແຫຼງໃນລະຫວ່າງກອງປະຊຸມພວກນັກຂ່າວ ທີ່ຫໍລັດຖະສະພາສະຫະລັດໃນນະຄອນຫຼວງວໍຊິງຕັນ (29 ກໍລະກົດ 2011)
ຜູ້ນຳສຽງສ່ວນຫຼາຍໃນສະພາສູງສະຫະລັດ ທ່ານ Harry Reid ຖະແຫຼງໃນລະຫວ່າງກອງປະຊຸມພວກນັກຂ່າວ ທີ່ຫໍລັດຖະສະພາສະຫະລັດໃນນະຄອນຫຼວງວໍຊິງຕັນ (29 ກໍລະກົດ 2011)

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາ ຮຽກຮ້ອງໃຫ້ສະມາຊິກຂອງພັກຣີພັບບລີກັນ
ແລະພັກເດໂມແຄຣັທ ໃນລັດຖະສະພາສະຫະລັດຕົກລົງກັນກ່ຽວກັບແຜນການທີ່ຈະເພີ່ມຂີດ ຈຳກັດໃນການເປັນໜີ້ຂອງປະເທດຂະນະທີ່ສະຫະລັດພວມຫຍັບເຂົ້າໄປຫາໄພຂົ່ມຂູ່ຈາກການ
ຜິດສັນຍາໃກ້ຂຶ້ນເລື້ອຍໆໃນສັບປະດາໜ້ານີ້.

ໃນຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ປະທານາທິບໍດີໂອບາມາເວົ້າວ່າທັງສອງ
ຝ່າຍຕ້ອງໄດ້ບັນລຸການປະນີປະນອມພາຍໃນວັນອັງຄານຈະມາ ຊຶ່ງເປັນກຳນົດເສັ້ນຕາຍເພື່ອ ວ່າສະຫະລັດຈະສາມາດຈ່າຍໜີ້ສິນຕ່າງໆ ທັນກັບເວລາ. ທ່ານກ່າວວ່າ ທັງສອງຝ່າຍບໍ່ໄດ້ມີ
ຄວາມແຕກຕ່າງກັນຢ່າງໃຫຍ່ຫຼວງແຕ່ປະການໃດໃດກ່ຽວກັບບັນຫາຕ່າງໆທີ່ພົວພັນແລະເວົ້າ
ວ່າຜົນຂອງຄວາມບໍ່ສາມາດທີ່ຈະບັນລຸການຕົກລົງກັນໄດ້ນັ້ນ ແມ່ນໃຫ້ອະໄພບໍ່ໄດ້.

ຄຳປາໄສປະຈຳສັບປະດາຂອງປະທານາທິບໍດີໂອບາມາ ທີ່ຮຽກຮ້ອງໃຫ້ປານີປານອມກັນ:

ໃນມື້ວັນສຸກວານນີ້ ສະພາສູງຂອງສະຫະລັດທີ່ຄວບຄຸມໂດຍພັກເດໂມແຄຣັທ ໄດ້ຂັດຂວາງ
ຕໍ່ແຜນການຂອງພັກຣີພັບບລີກັນທີ່ຈະເພີ່ມຂີດຈຳກັດໃນການກູ້ຢືມເງິນຂອງປະເທດຂຶ້ນຈາກ
14 ພັນ 300 ຕື້ໂດລາ ສະພາຕໍ່າສະຫະລັດໄດ້ໃຫ້ການອະນຸມັດຕໍ່ຮ່າງກົດໝາຍທີ່ນຳສະເໜີ ໂດຍປະທານສະພາຕໍ່າທ່ານ John Boehner ບໍ່ເທົ່າໃດຊົ່ວໂມງກ່ອນໜ້ານັ້ນ.

ປະທານາທິບໍດີໂອບາມາເວົ້າວ່າແຜນການຂອງທ່ານ Boehner ຈະເອົາເສດຖະກິດມາເປັນ
ໂຕປະກັນທາງການເມືອງຂອງວໍຊິງຕັນອີກຄັ້ງນຶ່ງ ໂດຍບັງຄັບໃຫ້ສະຫະລັດຕ້ອງໄດ້ປະສົບ ກັບວິກິດການໜີ້ສິນຄືນອີກໃນໄລຍະບໍ່ເທົ່າໃດເດືອນຂ້າງໜ້າ.

ແຜນການທີ່ວ່ານີ້ ຮຽກຮ້ອງໃຫ້ເພີ່ມຂີດຈຳກັດ ໃນການເປັນໜີ້ຂອງສະຫະລັດຂຶ້ນຕື່ມ 900
ພັນລ້ານໂລດາໃນທັນທີ ເພື່ອເປັນການແລກປ່ຽນ ກັບການຕັດການໃຊ້ຈ່າຍຕ່າງໆລົງ 900 ພັນລ້ານໂດລາພາຍໃນໄລຍະ 10 ປີຕໍ່ໜ້າແລະນອກນັ້ນຍັງໄດ້ສະເໜີທີ່ຈະເພີ່ມຂີດຈຳກັດໃນ
ການເປັນໜີ້ຂອງສະຫະລັດຂຶ້ນຕື່ມອີກ ໃນຕົ້ນປີໜ້າ ຖ້າວໍຊິງຕັນຫາກສາມາດດຳເນີນການ
ກ່ຽວກັບການຕັດການໃຊ້ຈ່າຍເພີ່ມຕື່ມ.

ຄຳປາໄສຕອບຂອງພັກຣີພັບບລິກັນ ໂດຍສະມາຊິກສະພາສູງ Jon Kyl:

ໃນຄຳປາໄສປະຈຳສັບປະດາຂອງພັກຣີພັບບລີກັນ ໃນວັນເສົາມື້ນີ້ສະມາຊິກສະພາສູງ Jon
Kyl ກ່າວວ່າ ພັກຣີພັບບລີກັນແມ່ນມີຄວາມປຸ້ມລຸມສາມັກຄີໃນຄວາມເຊື່ອທີ່ວ່າການເພີ່ມຂີດ ຈຳກັດໃນການເປັນໜີ້ຂອງປະເທດໂດຍບໍ່ໄດ້ຕັດການໃຊ້ຈ່າຍລົງຢ່າງສຳຄັນນັ້ນ ຈະເປັນການ
ຂາດຄວາມຮັບຜິດຊອບ.

ພວກຜູ້ນຳຂອງພັກເດໂມແຄຣັທໃນສະພາສູງສະຫະລັດໄດ້ຮຽກຮ້ອງໃຫ້ສະມາຊິກສະພາຂອງ
ພັກຣີພັບບລີກັນ ໃຫ້ການສະໜັບສະໜຸນຕໍ່ແຜນການ ຂອງຜູ້ນຳສຽງສ່ວນຫຼາຍໃນສະພາສູງ
ທ່ານ Harry Reid ທີ່ຈະຕັດການໃຊ້ຈ່າຍຂອງລັດຖະບານລົງ 2 ພັນ 500 ຕື້ໂດລາແລະ
ເພີ່ມຂີດຈຳກັດໃນການກູ້ຢືມເງິນຂຶ້ນໃຫ້ພຽງພໍສຳລັບການໃຊ້ຈ່າຍຂອງລັດຖະບານໄປຈົນຮອດ
ທ້າຍປີ 2012.

ເບິ່ງວີດີໂອລາຍງານພາສາອັງກິດ ທີ່ກ່ຽວຂ້ອງກັບບັນຫາໜີ້ສິນຂອງສະຫະລັດ:

XS
SM
MD
LG