ລັດຖະສະພາຈະລົງຄະແນນສຽງ ກ່ຽວກັບແຜນການຂອງພັກຣີພັບບລີກັນເພື່ອແກ້ໄຂວິກິດ
ການໜີ້ສິນຂອງສະຫະລັດໃນວັນພະຫັດມື້ນີ້ ຊຶ່ງມີເວລາຍັງເຫຼືອບໍ່ຮອດນຶ່ງອາທິດກ່ອນທີ່ປະ
ເທດຈະໝົດເງິນສຳລັບຈ່າຍໜີ້ສິນຕ່າງໆ.
ພວກສະມາຊິກຂອງສະພາຕໍ່າສະຫະລັດທີ່ຄວບຄຸມໂດຍພັກຣີພັບບລີກັນຈະລົງຄະແນນສຽງ
ກ່ຽວກັບຮ່າງກົດໝາຍ ທີ່ນຳສະເໜີໂດຍທ່ານ John Boehner ປະທານສະພາຕໍ່າ ຊຶ່ງຈະ
ເພີ່ມຂີດຈຳກັດໃນການກູ້ຢືມເງິນຂອງປະເທດຂຶ້ນຈາກ 14 ພັນ 300 ຕື້ໂດລາເພື່ອເປັນການ
ແລກປ່ຽນກັບການຕັດການໃຊ້ຈ່າຍລົງຫຼາຍໆພັນລ້ານໂດລາ.
ປະທານາທິບໍດີບາຣັກໂອບາມາຂູ່ວ່າ ຈະໃຊ້ສິດຢັບຢັ້ງຫຼືວີໂຕ້ຮ່າງກົດໝາຍສະບັບນີ້ທີ່ໄດ້ຮັບ
ການຄັດຄ້ານເຊ່ນກັນຈາກເພື່ອນສະມາຊິກພັກເດໂມແຄຣັທຂອງປະທານາທິບໍດີຢູ່ໃນສະພາ
ສູງຕະຫຼອດທັງສະມາຊິກຂອງພັກຣີພັບບລີກັນທີ່ສັງກັດຢູ່ໃນຂະບວນການ Tea Party ທີ່
ນິຍົມແນວທາງເດີມຈັດນັ້ນ.
ໃນມື້ວັນພຸດວານນີ້ ທ່ານ Boehner ໄດ້ທຳການຮຽກຮ້ອງແບບບໍ່ມີຄາລົມຄົມຄາຍໃຫ້ສະ
ມາຊິກສະພາຂອງພັກຣີພັບບລີກັນສະໜັບສະໜຸນແຜນການດັ່ງກ່າວ.
ປະທານາທິບໍດີໂອບາມາໃຫ້ການສະໜັບສະໜຸນ ຕໍ່ແຜນການຄູ່ແຂ່ງທີ່ນຳສະເໜີໂດຍຜູ້ນຳ
ສຽງສ່ວນຫຼາຍໃນສະພາສູງສະຫະລັດທ່ານ Harry Reid ສັງກັດພັກເດໂມແຄຣັທທີ່ຈະເພີ່ມ
ຂີດຈຳກັດສໍາລັບການກູ້ຢືມເງິນຂອງປະເທດຂຶ້ນຫຼາຍກວ່ານັ້ນ.
ຖ້າຫາກບໍ່ມີການຮັບຮອງເອົາຮ່າງກົດໝາຍໃດນຶ່ງ ພາຍໃນວັນທີ 2 ສິງຫາຊຶ່ງເປັນເສັ້ນຕາຍ
ແລ້ວນັ້ນສະຫະລັດກໍອາດຈະບໍ່ສາມາດປະຕິບັດຕາມພັນທະທາງດ້ານການເງິນ ໃນການຊໍາ
ລະໜີ້ສິນບາງຢ່າງຂອງຕົນໄດ້.
ທັງກະຊວງການເງິນຂອງສະຫະລັດ ທະນາຄານກາງ ແລະທຳນຽບຂາວຕ່າງກໍໄດ້ເຕືອນວ່າ
ການຜິດສັນຍາທີ່ວ່ານີ້ຈະມີຜົນກະທົບທີ່ຕິດຕາມມາຢ່າງຮ້າຍແຮງຕໍ່ເສດຖະກິດ. ພວກນັກ
ເສດຖະສາດເວົ້າວ່າ ການຜິດສັນຍານີ້ຍັງຈະມີຜົນກະທົບໃນທາງລົບຢ່າງຮ້າຍແຮງຕໍ່ເສດຖະ
ກິດຂອງໂລກນຳດ້ວຍ.