ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີໂອບາມາ ຈະພົບປະກັບ ພວກຜູ້ນຳລັດຖະສະພາ ໃນວັນເສົາມື້ນີ້ (ເບິ່ງວີດີໂອ)


一名工人在中国江西省九江市的纺织厂操作。
一名工人在中国江西省九江市的纺织厂操作。

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ມີກຳນົດທີ່ຈະພົບປະກັບບັນດາຜູ້ນຳຂອງ
ລັດຖະສະພາສະຫະລັດຈາກທັງສອງພັກການເມືອງ ໃນວັນເສົາມື້ນີ້ ຫຼັງຈາກຜູ້ນຳຂອງພັກ
ຣີພັບບລີກັນຄົນນຶ່ງ ໄດ້ຢຸດເຊົາການເຈລະຈາກ່ຽວກັບການເພີ່ມຂີດຈຳກັດໃນການກູ້ຢືມເງິນ
ຂອງປະເທດ.

ປະທານາທິບໍດີໂອບາມາເວົ້າວ່າທ່ານໄດ້ນຳສະເໜີໃນອັນທີ່ທ່ານເອີ້ນວ່າຂໍ້ຕົກລົງທີ່ມີຄວາມ
ຍຸຕິທຳເປັນພິເສດຊຶ່ງທ່ານໄດ້ກ່າວໃນມື້ວັນສຸກວານນີ້ວ່າທ່ານບໍ່ເຂົ້າໃຈເລີຍວ່າເປັນຫຍັງປະ
ທານສະພາຕໍ່າສະຫະລັດ ທ່ານ John Boehner ຈຶ່ງຫັນຫຼັງໃຫ້ຂໍ້ຕົກລົງທີ່ວ່ານີ້.

ກ່ອນການພົບປະທີ່ທຳນຽບຂາວ ທ່ານໂອບາມາໄດ້ກ່າວໃນລະຫວ່າງຄຳປາປາໄສ ປະຈຳ
ສັບປະດາຂອງທ່ານ ໃນວັນເສົາມື້ນີ້ວ່າ ທັງສອງຝ່າຍຕ້ອງໄດ້ຜ່ອນສັ້ນຜ່ອນຍາວໃຫ້ກັນຫຼື
ພວກທ່ານຈະບໍ່ສາມາດດຳເນີນການສິ່ງໃດໄດ້ເລີຍ. ປະທານາທິບໍດີໂອບາມາກ່າວວ່າທ່ານ
ຢາກໃຫ້ສະມາຊິກລັດຖະສະພາອະທິບາຍໃຫ້ທ່ານຟັງວ່າເຮັດແນວໃດສະຫະລັດຈຶ່ງຈະຫຼີກ
ລ່ຽງຈາກການຜິດສັນຍາກ່ຽວກັບການຈ່າຍໜີ້ສິນຕ່າງໆໄດ້ຫຼັງຈາກລັດຖະບານໝົດເງິນໃນ
ວັນທີ 2 ສິງຫາຈະມານີ້.

ທ່ານໂອບາມາເວົ້າວ່າ ທ່ານໄດ້ສະເໜີ ໃຫ້ມີການຕັດລົງຢ່າງຫຼວງຫຼາຍຈາກການໃຊ້ຈ່າຍ
ຕ່າງໆຂອງລັດຖະບານແລະໂຄງການສັງຄົມສົງເຄາະ. ທ່ານເວົ້າວ່າ ນອກນັ້ນທ່ານຍັງໄດ້ ສະເໜີໃຫ້ເພີ່ມລາຍໄດ້ຈາກພາສີ ໂດຍໄດ້ຫຼຸດມູນຄ່າໃຫ້ຕໍ່າລົງ ກວ່າທີ່ໄດ້ມີການຕົກລົງຮັບ
ເອົາໂດຍກຸ່ມສະມາຊິກສະພາສູງຈາກທັງສອງພັກການເມືອງ.

ສ່ວນປະທານສະພາຕໍ່າ Boehner ກ່າວວ່າຂໍ້ສະເໜີຂອງປະທານາທິບໍດີໂອບາມາໄດ້ຮຽກ
ຮ້ອງໃຫ້ເພີ່ມລາຍໄດ້ ຈາກພາສີໃນມູນຄ່າທີ່ຮັບເອົາບໍ່ໄດ້ ຊຶ່ງຈະບັງຄັບໃຫ້ມີການຂຶ້ນພາສີຕໍ່
ພວກທີ່ຈຳເປັນຕ້ອງໄດ້ທຳການລົງທຶນ ຢູ່ໃນເສດຖະກິດ ແລະສ້າງວຽກເຮັດງານທຳ. ທ່ານ
Boehner ເວົ້າວ່າ ທ່ານມີຄວາມເຊື່ອໝັ້ນວ່າ ສະຫະລັດຈະສາມາດຫຼີກລ່ຽງການຜິດສັນຍາ
ໃນການຈ່າຍງວດໜີ້ສິນຕ່າງໆໄດ້ຢູ່.

(ເບິ່ງຄຳປາໄສປະຈຳສັບປະດາຂອງປະທານາທິບໍດີໂອບາມາ)

XS
SM
MD
LG