ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາ ກ່ຽວກັບໜີ້ສິນ ຂອງສະຫະລັດ ຍັງດຳເນີນຢູ່ຕໍ່ມາ


ປະທານສະພາຕໍ່າສະຫະລັດ ທ່ານ John Boehner (ກາງ) ທີ່ກອງປະຊຸມຖະແຫຼງຂ່າວ ກ່ຽວກັບເລື່ອງໜີ້ສິນ ຂອງສະຫະລັດ ຢູ່ຕຶກຫໍລັດຖະສະພາ (19 ກໍລະກົດ 2011)
ປະທານສະພາຕໍ່າສະຫະລັດ ທ່ານ John Boehner (ກາງ) ທີ່ກອງປະຊຸມຖະແຫຼງຂ່າວ ກ່ຽວກັບເລື່ອງໜີ້ສິນ ຂອງສະຫະລັດ ຢູ່ຕຶກຫໍລັດຖະສະພາ (19 ກໍລະກົດ 2011)

ຂະນະທີ່ເສັ້ນຕາຍເພື່ອໃຫ້ສະມາຊິກລັດຖະສະພາສະຫະລັດເພີ່ມຂີດຈຳກັດໃນການກູ້ຢືມເງິນ
ຂອງປະເທດຂຶ້ນຈາກ 14 ພັນ 300 ຕື້ໂດລາພວມຫຍັບໃກ້ເຂົ້າມານັ້ນ ເປັນທີ່ຄາດກັນວ່າ
ສະພາສູງສະຫະລັດ ພາຍໃຕ້ການນຳພາຂອງພັກເດໂມແຄຣັທ ຈະລົງຄະແນນສຽງກ່ຽວກັບ
ເອົາແຜນການ ທີ່ໄດ້ຮັບການສະໜັບສະໜຸນ ຈາກພັກຣີພັບບລີກັນ ຊຶ່ງຈະເພີ່ມຂີດຈຳກັດໃນ
ການເປັນໜີ້ຂອງປະເທດ ເພື່ອເປັນການແລກປ່ຽນກັບ ການຕັດງົບປະມານຂອງລັດຖະບານ
ກາງລົງຢ່າງຫຼວງຫຼາຍ.

ອັນທີ່ເອີ້ນວ່າ ຮ່າງກົດໝາຍຕັດ ຈຳກັດແລະສ້າງຄວາມສົມດູນນັ້ນຍັງບັງຄັບໃຫ້ລັດຖະສະ
ພາສະຫະລັດ ໃຫ້ການອະນຸມັດຕໍ່ບົດແກ້ໄຂລັດຖະທຳມະນູນ ເພື່ອໃຫ້ງົບປະມານຂອງລັດ
ຖະບານກາງ ມີຄວາມສົມດູນ ຊຶ່ງຈະຕ້ອງໄດ້ຮັບການໃຫ້ສັດຕະຍາບັນໂດຍສະພາຂອງລັດ
ຕ່າງໆ.

ຮ່າງກົດໝາຍສະບັບນີ້ ໄດ້ຖືກຮັບຮອງເອົາໂດຍສະພາຕໍ່າຂອງສະຫະລັດແຕ່ຄາດວ່າທາງ
ສະພາສູງ ຈະຄັດຄ້ານຕໍ່ຂໍ້ສະເໜີທີ່ວ່ານີ້. ຜູ້ນຳສຽງສ່ວນຫຼາຍໃນສະພາສູງຂອງສະຫະລັດ
ທ່ານ Harry Reid ໄດ້ປະນາມແຜນການດັ່ງກ່າວນີ້ວ່າອ່ອນແອແລະໄຮ້ຄວາມໝາຍແລະ
ປະທານາທິບໍດີບາຣັກໂອບາມາ ໃຫ້ຄຳໝັ້ນສັນຍາວ່າ ຈະໃຊ້ສິດຢັບຢັ້ງ ຫຼືວີໂຕ້ຕໍ່ຮ່າງກົດ
ໝາຍສະບັບນີ້.

ໃນວັນສຸກມື້ນີ້ ປະທານາທິບໍດີໂອບາມາຈະທຳການຕອບຄຳຖາມຂອງພວກນັກສຶກສາທີ່
ມີຫາວິທະຍາໄລ Maryland ໃກ້ໆກັບກຸງວໍຊິງຕັນ ເພື່ອສົນທະນາກ່ຽວກັບ ທັດສະນະ
ຄວາມເຫັນຂອງທ່ານໃນດ້ານເສດຖະກິດຮວມທັງການເຈລະຈາກັບພວກຜູ້ນຳຂອງພັກຣີ
ພັບບລີກັນ ກ່ຽວກັບການເພີ່ມຂີດຈຳກັດ ໃນການກູ້ຢືມເງິນຂອງປະເທດ ແລະຫຼຸດຜ່ອນ
ການເປັນໜີ້ໃນຈຳນວນມະຫາສານລົງນັ້ນ.

XS
SM
MD
LG