ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ບັນຫາການເງິນ ຂອງສະຫະລັດ ຍັງຕົກລົງກັນບໍ່ໄດ້


ປະທານາທິບໍດີບາຣັກໂອບາມາ ຕອບຄຳຖາມ ກ່ຽວກັບການເຈລະຈາໃນເລື່ອງງົບປະມານ ທີ່ກຳລັງດຳເນີນຢູ່ນັ້ນ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວທີ່ທຳນຽບຂາວ (15 ກໍລະກົດ 2011)
ປະທານາທິບໍດີບາຣັກໂອບາມາ ຕອບຄຳຖາມ ກ່ຽວກັບການເຈລະຈາໃນເລື່ອງງົບປະມານ ທີ່ກຳລັງດຳເນີນຢູ່ນັ້ນ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວທີ່ທຳນຽບຂາວ (15 ກໍລະກົດ 2011)

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາແລະພັກຣີພັບບລີກັນທີ່ເປັນຝ່າຍຄ້ານຕ່າງ
ກໍຮຽກຮ້ອງໃຫ້ອີກຝ່າຍນຶ່ງ ສະເໜີແຜນການທີ່ຈິງຈັງ ເພື່ອແກ້ໄຂບັນຫາການເງິນຂອງປະ
ເທດ.

ເປັນທີ່ປາກົດວ່າທັງສອງຝ່າຍຍັງໄກກັນຢູ່ທີ່ຈະບັນລຸການຕົກລົງກັນໄດ້ແລະປະເຊີນກັບກຳ
ນົດເສັ້ນຕາຍໃນວັນທີ 2 ສິງຫາຈະມາເພື່ອເພີ່ມຂີດຈຳກັດ 14 ພັນ 300 ຕື້ໂດລາກ່ຽວກັບ ຈຳນວນເງິນທີ່ວໍຊິງຕັນສາມາດກູ້ຢືມໄດ້ຢ່າງຖືກຕ້ອງຕາມກົດໝາຍນັ້ນ.

ໃນລະຫວ່າງການກ່າວຄຳປາໄສປະຈຳສັບປະດາ ໃນວັນເສົາມື້ນີ້ ທ່ານໂອບາມາ ໄດ້ຮຽກ
ຮ້ອງໃຫ້ລັດຖະສະພາສະຫະລັດມີສ່ວນໃນອັນທີ່ທ່ານເອີ້ນວ່າຄວາມເຕັມໃຈທີ່ຈະຜ່ອນສັ້ນ
ຜ່ອນຍາວຂອງທ່ານ ໃນການແກ້ໄຂບັນຫາໜີ້ສິນຂອງປະເທດ. ທ່ານເວົ້າວ່າ ການແກ້ໄຂ ໃດໆກໍຕາມຄວນຈະເປັນການເສຍສະລະຮ່ວມກັນ.

ກ່ອນໜ້ານີ້ທ່ານໂອບາມາກ່າວວ່າ ທ່ານເຕັມໃຈທີ່ຈະພິຈາລະນາຕັດໂຄງການຕ່າງໆທາງ
ດ້ານສັງຄົມທີ່ໄດ້ຮັບຄວາມນິຍົມສູງຈາກປະຊາຊົນຮວມທັງເງິນເບ້ຍບຳນານແລະການຮັກ
ສາສຸກຂະພາບສຳລັບຜູ້ສູງອາຍຸຕະຫຼອດທັງການຊ່ອຍເຫຼືອ ແກ່ພວກນັກລົບເກົ່ານຳດ້ວຍ. ເພື່ອເປັນການຕອບແທນປະທານາທິບໍດີຢາກໃຫ້ພັກຣີພັບບລີກັນລົງຄະແນນສຽງສະໜັບ ສະໜຸນການຂຶ້ນພາສີຕໍ່ຊາວອະເມຣິກັນທີ່ຮັ່ງມີແລະບໍລິສັດໃຫຍ່ໆ.

ໃນຄຳປາໄສປະຈຳສັບປະດາຂອງພັກຣີພັບບລີກັນນັ້ນສະມາຊິກສະພາສູງ Orrin Hatch
ຈາກລັດຢູທາ ໄດ້ປະຕິເສດຕໍ່ການສະເໜີແນະຂອງປະທານາທິບໍດີ ກ່ຽວກັບການຂຶ້ນພາສີ ແລະຖິ້ມໂທດໃສ່ພັກເດໂມແຄຣັທ ກ່ຽວກັບບັນຫາທາງດ້ານການເງິນທີ່ໄດ້ເກີດຂຶ້ນ. ນອກ
ນັ້ນ ສະມາຊິກສະພາສູງ Hatch ຍັງສະໜັບສະໜຸນຕໍ່ບົດເພີ່ມຕື່ມລັດຖະທຳມະນູນ ກ່ຽວ
ກັບການມີງົບປະມານທີ່ສົມດູນ ຊຶ່ງເປັນຊ່ອງທາງດຽວເທົ່ານັ້ນສຳລັບການແກ້ໄຂໃນໄລຍະ
ຍາວເພື່ອຢັບຢັ້ງການໃຊ້ຈ່າຍຂອງລັດຖະບານ.

ປະທານສະພາຕໍ່າຂອງສະຫະລັດ ທ່ານ John Boehner ກ່າວໃນມື້ວັນສຸກວານນີ້ວ່າສະ
ພາຕໍ່າຈະລົງຄະແນນສຽງໃນອາທິດໜ້າ ກ່ຽວກັບຮ່າງກົດໝາຍ ທີ່ຈະເພີ່ມຂີດຈຳກັດຂອງ
ໜີ້ສິນຂຶ້ນຕື່ມ 2 ພັນ 400 ຕື້ໂດລາ. ຮ່າງກົດໝາຍ ທີ່ນຳສະເໜີໂດຍພັກຣີພັບບລີກັນສະ
ບັບນີ້ແມ່ນແນໃສ່ເພື່ອຕັດການໃຊ້ຈ່າຍລົງ ຈຳກັດລາຍຈ່າຍຕ່າງໆ ແລະຊອກຫາຊ່ອງທາງ ເພື່ອແກ້ໄຂລັດຖະທຳມະນູນທີ່ບັງຄັບໃຫ້ງົບປະມານມີການສົມດູນ.

ປະທານາທິບໍດີໂອບາມາເວົ້າວ່າ ການຕັດໂຄງການທີ່ສຳຄັນຕ່າງໆໂດຍທີ່ບໍ່ມີລາຍໄດ້ເຂົ້າ
ມາເພີ່ມຕື່ມນັ້ນ ແມ່ນຈະບັງຄັບໃຫ້ມີການຕັດລົງຢ່າງໃຫຍ່ແບບທີ່ຮັບເອົາບໍ່ໄດ້ຕໍ່ໂຄງການ
ຕ່າງໆທີ່ມີຄວາມຈຳເປັນ ຕໍ່ຊາວອະເມຣິກັນຈຳນວນຫຼວງຫຼາຍ. ນອກນັ້ນທ່ານຍັງເວົ້າວ່າ ພວກເຈົ້າໜ້າທີ່ໆໄດ້ຖືກເລືອກມາ ບໍ່ຕ້ອງການບົດເພີ່ມຕື່ມລັດຖະທຳມະນູນ ເພື່ອທຳການ ຕັດສິນໃຈກ່ຽວກັບການໃຊ້ຈ່າຍຕ່າງໆ ຊຶ່ງເປັນພາກສ່ວນທີ່ສຳຄັນ ໃນວຽກງານຂອງພວກ
ເຂົາເຈົ້ານັ້ນ.

XS
SM
MD
LG