ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານໂອບາມາຖະແຫຼງ ກ່ຽວກັບ ວິກິດການໜີ້ສິນ ຂອງສະຫະລັດ


ປະທານາທິບໍດີບາຣັກໂອບາມາ ພວມຊີ້ແຈງ ໃນການຖະແຫຼງຂ່າວ ກ່ຽວກັບການເຈລະຈາເລື່ອງໜີ້ສິນຂອງປະເທດ ທີ່ທຳນຽບຂາວ (11 ກໍລະກົດ 2011)
ປະທານາທິບໍດີບາຣັກໂອບາມາ ພວມຊີ້ແຈງ ໃນການຖະແຫຼງຂ່າວ ກ່ຽວກັບການເຈລະຈາເລື່ອງໜີ້ສິນຂອງປະເທດ ທີ່ທຳນຽບຂາວ (11 ກໍລະກົດ 2011)

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາຈະທຳການຖະແຫຼງຂ່າວທີ່ທຳນຽບຂາວໃນ
ຕອນເຊົ້າຂອງວັນສຸກມື້ນີ້ ເພື່ອແຈ້ງໃຫ້ຊາບກ່ຽວກັບການເຈລະຈາຂອງທ່ານກັບພວກຜູ້ນຳ
ລັດຖະສະພາໃນການເພີ່ມຂີດຈຳກັດການກູ້ຢືມເງິນຂອງປະເທດແລະການຕັດການຂາດດຸນ
ງົບປະມານລົງ.

ໃນຕອນທ້າຍຂອງການເຈລະຈາຫາລືກັນເປັນມື້ທີ 5 ໃນວັນພະຫັດວານນີ້ທ່ານ ໂອບາມາ
ກ່າວຕໍ່ຄະນະເຈລະຈາວ່າມັນເຖິງເວລາສຳລັບເຮັດການຕັດສິນໃຈແລ້ວແລະໃຫ້ເວລາແກ່ຄະ
ນະເຈລະຈາ ໄປຈົນຮອດວັນເສົາມື້ອື່ນເປັນຢ່າງຊ້າ ເພື່ອຊັ່ງຊາຕີລາຄາເບິ່ງທາງເລືອກຂອງ
ພວກເຂົາເຈົ້າ ໃນຄວາມຫວັງເພື່ອຈະບັນລຸການຕົກລົງກັນໃນຮູບໃດຮູບນຶ່ງ.

ຂະນະດຽວກັນ ຜູ້ນຳສູງສຸດ ໃນສະພາສູງຂອງສະຫະລັດ 2 ທ່ານກຳລັງດຳເນີນງານກ່ຽວ
ກັບຂໍ້ສະເໜີ ທີ່ຈະອະນຸຍາດໃຫ້ປະທານາທິບໍດີເພີ່ມຂີດຈຳກັດໃນການເປັນໜີ້ຂອງປະເທດ ໂດຍບໍ່ຕ້ອງໄດ້ຮັບການອະນຸມັດຈາກລັດຖະສະພາ. ຜູ້ນຳສຽງສ່ວນຫຼາຍໃນສະພາສູງຂອງ
ພັກເດໂມແຄຣັທ ທ່ານ Harry Reid ກ່າວວ່າ ການເຈລະຈາ ແມ່ນໄດ້ເພັ່ງເລັງໃສ່ແຜນ
ການຂອງຜູ້ນຳພັກຣີພັບບລີກັນທ່ານ Mitch McConnell ທີ່ຈະໃຫ້ອຳນາດແກ່ປະທານາ
ທິບໍດີໂອບາມາເພີ່ມຂີດຈຳກັດໃນການເປັນໜີ້ຂອງປະເທດໄດ້ 2 ພັນ 500 ຕື້ໂດລາໃນ 3
ງວດດ້ວຍກັນ ຂະນະທີ່ບັງຄັບໃຫ້ມີການຕັດການໃຊ້ຈ່າຍຫຼາຍພັນຕື້ໂດລາໃນທົດສະວັດໜ້າ.

ທ່ານໂອບາມາ ແລະພວກຜູ້ນຳລັດຖະສະພາສະຫະລັດ ພວມທຳການເຈລະຈາຢ່າງຂຸ້ນຂ້ຽວ
ເພື່ອເພີ່ມຂີດຈຳກັດໃນການກູ້ຢືມຂອງປະເທດຈາກ 14 ພັນ 300 ຕື້ໂດລາຂະນະທີ່ຕັດການ
ໃຊ້ຈ່າຍຕ່າງໆລົງ. ແຕ່ການເຈລະຈາໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມາ ຍ້ອນຕົກລົງກັນບໍ່ໄດ້ກ່ຽວ
ກັບການທີ່ຈະຂຶ້ນພາສີ. ຖ້າຫາກບໍ່ມີການເພີ່ມຂີດຈຳກັດ ໃນການກູ້ຢືມເງິນ ພາຍໃນວັນທີ 2
ສິງຫາຈະມນີ້ສະຫະລັດອາດຈຳເປັນຈະຕ້ອງໄດ້ຢຸດການຈ່າຍເງິນໃນພັນທະບາງຢ່າງຂອງຕົນ.

XS
SM
MD
LG