ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະມາຊິກລັດຖະສະພາ ສຫລ ຈະພົບປະກັບ ປະທານາທິບໍດີອີກ


ປະທານາທິບໍດີບາຣັກໂອບາມາ (ຂວາ) ແລະປະທານສະພາຕໍ່າ ສຫລ ທ່ານ John Boehner ໃນການພົບປະ ຂອງປະທານາທິບໍດີ ກັບບັນດາຜູ້ລັດຖະສະພາທັງຈາກພັກຣີພັບບລີກັນແລະພັກເດໂມແຄຣັທກ່ຽວກັບຂີດຈຳກັດ ໃນການກູ້ຢືມເງິນຂອງສະຫະລັດ ທີ່ນຳທຽບຂາວ (11 ກໍລະກົດ 2011)
ປະທານາທິບໍດີບາຣັກໂອບາມາ (ຂວາ) ແລະປະທານສະພາຕໍ່າ ສຫລ ທ່ານ John Boehner ໃນການພົບປະ ຂອງປະທານາທິບໍດີ ກັບບັນດາຜູ້ລັດຖະສະພາທັງຈາກພັກຣີພັບບລີກັນແລະພັກເດໂມແຄຣັທກ່ຽວກັບຂີດຈຳກັດ ໃນການກູ້ຢືມເງິນຂອງສະຫະລັດ ທີ່ນຳທຽບຂາວ (11 ກໍລະກົດ 2011)

ບັນດາສະມາຊິກລັດຖະສະພາສະຫະລັດມີແຜນການທີ່ຈະພົບປະກັບປະທານາທິບໍດີບາຣັກ
ໂອບາມາ ທີ່ທຳນຽບຂາວເປັນມື້ທີ 4 ລຽນຕິດ ເພື່ອພະຍາຍາມຊ່ອງທາງໃນການປະນີປະ
ນອມ ກ່ຽວກັບການຫຼຸດຜ່ອນໃນການຂາດດຸນງົບປະມານ ເພື່ອວ່າຈະໄດ້ຮັບການອະນຸມັດ
ຈາກລັດຖະສະພາ ກ່ຽວກັບການເພີ່ມຂີດຈຳກັດໃນການກູ້ຢືມເງິນຂອງຊາດ ແລະຫຼີກລ່ຽງ
ການຜິດສັນຍາໃນການສຳລະໜີ້ທີ່ອາດມີຂຶ້ນນັ້ນ.

ໃນວັນອັງຄານວານນີ້ ຜູ້ນຳຂອງພັກຣີພັບບລີກັນຢູ່ໃນສະພາສູງ ທ່ານ Mitch McConnell
ກ່າວວ່າມັນອາດຈະເປັນໄປບໍ່ໄດ້ທີ່ຈະບັນລຸການແກ້ໄຂບັນຫາງົບປະມານໄລຍະຍາວໂດຍບໍ່ໄດ້
ໃຫ້ຄວາມສຳຄັນຕໍ່ຂໍ້ສະເໜີຂອງປະທານາທິບໍດີບາຣັກໂອບາມາ ກ່ຽວກັບການຫຼຸດຜ່ອນການ
ຂາດດຸນງົບປະມານນັ້ນວ່າ ເປັນເລື່ອງທີ່ຫຼອກລວງ. ແຕ່ທ່ານໄດ້ສະເໜີໃຫ້ປະທານາທິບໍດີໃຊ້
ແຜນການເຄື່ອນໄຫວກັບສະພາເພື່ອເພີ້ມຂີດຈຳກັດໃນການເປັນໜີ້ຂອງປະເທດໂດຍປາດສະ
ຈາກການສະໜັບສະໜຸນຂອງພັກຣີພັບບລີກັນ.

ການສະເໜີແນະຂອງທ່ານ McConnell ມີຂຶ້ນຫຼັງຈາກກຸ່ມແນວໂຮມທຸລະກິດ ໄດ້ສົ່ງຈົດ
ໝາຍໄປຍັງປະທານາທິບໍດີແລະສະມາຊິກລັດຖະສະພາເຕືອນວ່າການຜິດສັນຍາໃນການຊຳ
ລະໜີ້ໃດໆກໍຕາມຈະສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ເສດຖະກິດແລະເວົ້າວ່າມັນເປັນການສ່ຽງ
ທີ່ສະຫະລັດຈະຕ້ອງບໍ່ກະທຳ.

XS
SM
MD
LG