ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທໍານຽບຂາວແລະສະພາ ຍັງເຈລະຈາກັນ ເລື້ອງ ການຍົກລະດັບໜີ້ສິນ ຂອງຊາດ


ການພົບປະເຈລະຈາກັນເລື້ອງການຍົກລະດັບໜີ້ສິນຂອງຊາດໃນສະພາສະຫະລັດ
ວັນທີ 31 ກໍລະກົດ 2011
ການພົບປະເຈລະຈາກັນເລື້ອງການຍົກລະດັບໜີ້ສິນຂອງຊາດໃນສະພາສະຫະລັດ ວັນທີ 31 ກໍລະກົດ 2011

ທໍານຽບຂາວ​ແລະ​ຄະນະ​ຜູ້​ນໍາ​ສູງ​ສຸດ​ຂອງ​ສະພາ​ນິຕິບັນຍັດ​ຂອງ​ສະຫະລັດທໍາ​ການ​ພົບ​ປະ
ເຈລະຈາ​ກັນ​ໃນ​ນາທີ​ສຸດ​ທ້າຍມື້​ນີ້ ​ເພື່ອ​ຫາ​ທາງ​ໃຫ້​ບັນລຸ​ຂໍ້ຕົກລົງ​ກັນ​ເພື່ອ​ຮັບປະກັນ​ວ່າ ລັດ
ຖະບານ​ມີ​ເງິນ​ພຽງພໍ​ເພື່ອ​ຮັບ​ມື​ກັບລາຍ​ຈ່າຍ​ຂອງ​ຕົນ​ໄດ້.

ລັດຖະສະພາ​ຈະ​ຕ້ອງ​ໄດ້ອະນຸມັດ​ໃຫ້​ລັດຖະບານ​ມີ​ສິດ​ກູ້​ຢືມ​ເງິນ​ໄດ້​ຫລາຍ​ຂຶ້ນ ​ເພື່ອ​ທີ່​ຈະ​
ໃຫ້​ກະຊວງ​ການ​ເງິນ​ຂອງ​ສະຫະລັດສາມາດ​ຈ່າຍ​ໜີ້ສິນ​ຂອງ​ຊາດ​ໄດ້. ໃນ​ອະດີດ​ຜ່ານ​ມາ​
ນັ້ນ ການ​ເພີ່ມ​ໜີ້​ສິນຂອງ​ຊາດ​ແມ່ນ​ໄດ້​ມີຂຶ້ນເປັນ​ປະຈໍາ ​ແຕ່​ເທື່ອ​ນີ້ ​ພວກ​ສະມາຊິກພັກ
Republican ໃນລັດຖະສະພາ​ສະຫະລັດ​ ໄດ້​ຮຽກຮ້ອງ​ໃຫ້​ຕັດ​ຄ່າ​ໃຊ້​ຈ່າຍ​ລົງ​ຢ່າງ​ຫລວງ
ຫລາຍໂດຍ​ບໍ່​ໃຫ້​ຂຶ້ນ​ພາສີ​ ໃນ​ຖານະ​ເປັນ​ເງື່ອນ​ໄຂ​ອັນ​ໜຶ່ງ​ສໍາລັບ​ການ​ອະນຸມັດໃຫ້​ເພີ່ມ​
ລະດັບ​ໜີ້​ສິນ​ຂອງ​ລັດຖະບານຂຶ້ນໃນຄັ້ງ​ນີ້.

ເວລາ​ນີ້ ພວກ​ສະມາຊິກ​ພັກ Republican ​ຮຽກຮ້ອງໃຫ້​ມີ​ຂໍ້​ຕົກລົງ​ກັນ​ລະຍະ​ສັ້ນໃນ
ທັນທີ​ ​ແລະ​ໃຫ້ເອົາການອະ​ພິປາຍ​ກັນ​ເລື້ອງການ​ຍົກ​ລະ ດັບໜີ້​ສິນມາໂອ້​ລົມ​ກັນໃໝ່
ໃນ​ປີໜ້າ ​ແຕ່​ພວກ​ສະມາຊິກ​ພັກ​ເດໂມກຣັດ ກັບຊຸກຍູ້​ອີກແຜນການ​ໜຶ່ງ​ ທີ່​ໃຫ້​ອະນຸມັດ
ການເພີ່ມໜີ້​ສິນ​ຂອງ​ຊາດຂຶ້ນ ໄປ​ຈົນ​ກາຍ​ເວລາ​ເລືອກ​ຕັ້ງ​ປະທານາທິບໍດີ​ແລະ​ສະມາຊິກ​
ລັດຖະສະພາ​ໃນ​ເດືອນ​ພະຈິກ​ໃນ​ປີ 2012 ນັ້ນ.

ລັດຖະສະພາ​ມີ​ເວລາ​ຮອດ​ວັນ​ອັງຄານ​ມື້ຮື​ນີ້ ​ເພື່ອ​ຍົກ​ລະດັບ​ໜີ້​ສິນ​ຂອງ​ປະ​ເທດ​ ກາຍ​
ຈໍານວນ 14 ພັນ 300 ຕື້​ໂດ​ລາ ​ບໍ່​ດັ່ງ​ນັ້ນ​ແລ້ວ ກໍ​ຈະ​ສ່ຽງກັບ​ການ​ບໍ່​ສາມາດ​ຊໍາລະ​ໜີ້
ສິນ​ຫລາຍ​ຢ່າງ​ໄດ້.

ສະພາ​ສູງ​ມີກໍານົດ​ຈະ​ລົງມະຕິ​ກ່ຽວ​ກັບ​ຂໍ້​ສະ​ເໜີ​ນຶ່ງກ່ຽວກັບ​ການເພີ່ມ​ລະດັບ​ໜີ້​ສິນ​ໃນ
ຕອນ​ບ່າຍ​ວັນ​ອາທິດ​ມື້​ນີ້ ຊຶ່ງ​ແມ່ນ​ຕອນເດິກ​ເຊົ້າ​ວັນ​ຈັນ​ໃນ​ປະ​ເທດ​ລາວ.

ຖ້າ​ກະຊວງ​ການ​ເງິນ​ໝົດ​ເງິນ ​ການບໍ່​ສາມາດ​ຈ່າຍ​ຄ່າ​ໜີ້​ສິນ​ຂອງ​ລັດຖະບານ​ ກໍ​ອາດສາ
ມາດ​ເຮັດ​ໃຫ້​ຄ່າ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ສູງ​ຂຶ້ນ​ ​ແລະ​ຕະຫຼາດ​ການ​ເງິນ​ໃນ​ທົ່ວ​ໂລກ​ສ່ວນ
ໃຫຍ່​ ກໍຈະ​ຕົກ​ລາຄາ.

XS
SM
MD
LG