ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາກ່ຽວກັບ ເລື້ອງໜີ້ສິນຂອງສະຫະລັດ ຍັງດໍາເນີນຢູ່ຕໍ່ມາ


ປະທານາທິບໍດີ ໂອບາມາ ກໍາລັງເຈລະຈາ ເລຶ່ອງການເພີ່ມລະດັບໜີ້ສິນຂອງສະຫະລັດ ກັບຜູ້ນໍາລັດຖະສະພາ ຈາກທັງພັກຣີພັບບລິກັນ ແລະ ເດໂມແຄຣທ.
ປະທານາທິບໍດີ ໂອບາມາ ກໍາລັງເຈລະຈາ ເລຶ່ອງການເພີ່ມລະດັບໜີ້ສິນຂອງສະຫະລັດ ກັບຜູ້ນໍາລັດຖະສະພາ ຈາກທັງພັກຣີພັບບລິກັນ ແລະ ເດໂມແຄຣທ.

ທ່ານ Harry Reid ຜູ້ນໍາສຽງສ່ວນຫລາຍຂອງສະພາສູງສະຫະລັດ ໄດ້ກ່າວຫາພວກ ສະມາຊິກສະພາພັກຣີພັບບລິກັນວ່າ ກໍາລັງຜັກດັນໃຫ້ສະຫະລັດຕົກ​ຢູ່​ໃນ​ສະພາບໃກ້​ຈະຜິດ ສັນຍາຊໍາລະໜີ້ ໂດຍການຕ້ານຢັນການປານີປານອມ ໃນການເຈລະຈາກັນເລຶ່ອງ ງົບປະມານ ທີ່ມີເດີມພັນສູງນັ້ນ.

ໃນຖະແຫລງການສະບັບນຶ່ງ ຫລັງຈາກກອງປະຊຸມສຸກເສີນເມື່ອຕອນ​ແລງວັນເສົາວານນີ້ ກັບ ພວກຜູ້ນໍາລັດຖະສະພານັ້ນ ທ່ານ Reid ກ່າວວ່າ ທ່ານຈະຮັບເອົາແຕ່ພຽງຂໍ້ຕົກລົງທີ່ຈະຍົກ ລະດັບໜີ້ສິນຂອງສະຫະລັດ ຈໍາ ນວນ 14.3 ຕື້ໂດລາ ໄປຈົນເຖິງປີ 2012 ເທົ່ານັ້ນ ​ແລະ​ຈະ​ບໍ່ສະໜັບ ສະໜຸນການ​ເພີ່ມ​ຂຶ້ນ ໃນໄລຍະສັ້ນ.

ເວລານີ້ ຍັງບໍ່ປາກົດມີການຕອບໂຕ້ໂດຍທັນທີຈາກພວກ​ຜູ້​ນໍາຣີພັບບລິກັນ ​ໃນ​ລັດຖະສະພາ ຊຶ່ງກໍຄືທ່ານ Mitch McConnell ຜູ້ນໍາສຽງຂ້າງນ້ອຍໃນສະພາສູງ ແລະໂຄສົກສະພາຕໍ່າ ທ່ານ ຈອນ ເບນເນີ ນັ້ນເທື່ອ.

ແຫລ່ງຂ່າວສະພາຄອງແກຣສ ກ່າວວ່າ ພວກສະມາຊິກສະພາສູງຫວັງທີ່​ຈະ​ສະ​ແດງ​ໃຫ້ເຫັນ ຄວາມກ້າວໜ້າ ກ່ຽວກັບແຜນການທີ່ຈະເພີ່ມລະດັບໜີ້ ສິນຂຶ້ນນັ້ນພາຍໃນ​ເວລາບ່າຍ 4 ໂມງ ຂອງວັນອາທິດມື້ນີ້ ຄື​ອີກປະມານ 8 ຊົ່ວ​ໂມງຂ້າງ​ໜ້າ​ນີ້ ຕາມເວລາທ້ອງຖິ່ນ​ໃນ​ວໍ​ຊິງ​ຕັນ ບໍ່ດົນກ່ອນພວກຕະຫລາດການເງິນເອເຊຍເປີດ.

ຝ່າຍພັກຣີພັບບລິກັນປະຕິເສດການເພີ່ມລະດັບໜີ້ສິນຂຶ້ນ ຖ້າ​ບໍ່​ມີການລົດ ຜ່ອນການ​ຂາດດຸນ ງົບປະມານລົງຢ່າງ​ຫລວງຫລາຍ. ຝ່າຍຣີພັບບລິກັນ ຢາກ​ໃຫ້ບັນລຸຜົນໃນ​ເລື່ອງ​ນີ້​ໂດຍການ ຕັດງົບປະມານລົງ ແຕ່ຝ່າຍເດໂມແຄຣທ ຢາກ​ໃຫ້ເພີ່ມພາສີລາຍໄດ້ຂຶ້ນ ຊຶ່ງຝ່າຍຣີພັບລິກັນ ບໍ່ຍອມ.

ສະຫະລັດຈະຕ້ອງເພີ່ມລະດັບໜີ້ສິນຂຶ້ນ ໃຫ້ທັນວັນທີ່ 2 ສິງຫາເດືອນໜ້ານີ້ ເພື່ອອໍານວຍ ໃຫ້ລັດຖະບານສາມາດສືບຕໍ່ຢືມເງິນ ເພື່ອປະຕິບັດ​ພັນທະ​ດ້ານ​ການ​ເງິນ​ຂອງຕົນນັ້ນ.

ກ່ອນ​ໜ້າ​ນັ້ນ ​ໃນຕອນເຊົ້າວັນເສົາ ປະທານາທິບໍດີ ບາຣັກ ໂອບາມາ ກໍໄດ້ມີປະຊຸມສຸກ ເສີນ​ເລື້ອງ ວິກິດການໜີ້ສິນນີ້ ທີ່ທໍານຽບຂາວ ກັບທ່ານ ຣີດ ທ່ານ McConnell ທ່ານ ເບນເນີ ແລະທ່ານນາງ ແນນຊີ ເປໂລຊີ ຜູ້ນໍາສຽງຂ້າງນ້ອຍ​ໃນສະພາຕໍ່າ.

XS
SM
MD
LG