ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີໂອບາມາ ລົງນາມ ໃນຂໍ້ຕົກລົງ ຍົກລະດັບ ໜີ້ສິນຂອງຊາດ (ເບິ່ງວີດີໂອ)


ສະພາສະຫະລັດຮັບຜ່ານການຍົກລະດັບໜີ້ສິນສະຫະລັດ
ສະພາສະຫະລັດຮັບຜ່ານການຍົກລະດັບໜີ້ສິນສະຫະລັດ

ບັດນີ້ ສະຫະລັດ​ແມ່ນສາມາດປະຕິບັດພັນທະທາງການເງິນຂອງຕົນ​ໄດ້ແລ້ວ ໂດຍປາສະ
ຈາກ​ໄພຂົ່ມຂູ່ຂອງ​ການຜິດສັນຍາຊໍາລະໜີ້ ຫລັງຈາກທີ່ປະທານາທິບໍດີໂອບາມາ ໄດ້ລົງນາມ
ໃນ​ຮ່າງ​ກົດໝາຍປານີປານອມກັນ ກ່ຽວ​ກັບລະດັບເພດານໜີ້ສິນຂອງ​ຊາດ​ຂຶ້ນ ໃນວັນອັງ
ຄານວານນີ້.

ແຕ່ການຕໍ່ສູ້ກັນຢູ່ໃນສະພາຄອງແກຣສ ກ່ຽວ​ກັບວ່າຈະຕັດການໃຊ້ຈ່າຍ ຂອງລັດຖະບານລົງ​ຫລາຍ​ສໍ່າ​ໃດ ​ແລະຕັດລົງຢູ່ພາກສ່ວນໃດ ອັນເປັນ ສ່ວນນຶ່ງຂອງການປານີປານອມກັນນັ້ນ ກໍອາດສາມາດລະເບີດຂຶ້ນມາ ​ໄດ້ອີກ ໃນບໍ່ຊ້ານີ້.

ຂໍ້ຕົກລົງກັນທີ່ທາງສະພາຕໍ່າ ແລະ ສະພາສູງໄດ້ຮັບຜ່ານ ແລະ ປະທານາທິບໍດີໄດ້ເຊັນ ລົງນາມໄປແລ້ວນັ້ນ ອະນຸຍາດໃຫ້ລັດຖະບານສາມາດ ຢືມເງິນຕໍ່ໄປ​ໄດ້ ຈົນ​ຮອດປີ 2012 ​ໂດຍແລກປ່ຽນກັບ ການຕັດການໃຊ້ ຈ່າຍຂອງລັດຖະບານລົງເກືອບນຶ່ງຕື້ໂດລາ ໃນ ໄລຍະສິບປີຕໍ່ໜ້າ. ມີພວກສະມາຊິກສະພາ ບໍ່ເທົ່າໃດຄົນ ທີ່ພໍໃຈນໍາຂໍ້ຕົກລົງນີ້ ແຕ່ທັງ ໝົດກໍເຫັນພ້ອມກັນວ່າ ປະເທດຊາດບໍ່ຄວນຈະຖືກປ່ອຍໃຫ້ໝົດເງິນ.

ນອກນີ້ແລ້ວ ຂໍ້ຕົກລົງດັ່ງກ່າວ ຍັງໄດ້ຈັດຕັ້ງຄະນະກໍາມະການງົບປະມານ ຈາກ​ທັງສອງພັກ ທີ່ຈະຕ້ອງຫາທາງລົດຜ່ອນການຂາດດຸນລົງໃຫ້ໄດ້ອີກ 1500 ຕື້ໂດລາ ຖ້າຫາກວ່າຄະນະ ກໍາມະການບໍ່ສາມາດຕົກລົງກັນໄດ້ ມັນກໍຈະສົ່ງ​ຜົນ​ໃຫ້ມີການຕັດການໃຊ້ຈ່າຍລົງ​ຢ່າງ​ຫລວງ ຫລາຍ ໂດຍອັດ ຕະໂນມັດໃນທັນທີ.

ປະທານາທິບໍດີ ໂອບາມາ ກ່າວວ່າ ທຸກສິ່ງທຸກຢ່າງແມ່ນຈະວາງຢູ່ໂຕະ ໄວ້ໃຫ້ຄະນະກໍາມະ ການພິຈາລະນາ​ຕັດ​ລົງ ໂຮມທັງໂຄງການຕ່າງໆເຊັ່ນ ເງິນປະກັນສັງຄົມ ແລະສຸຂະພາບ​ ຄົນ​ເຖົ້າເມດິແຄ ຊຶ່ງພວກເດໂມແຄຣທ ບາງຄົນກ່າວວ່າ ​ເປັນໂຄງການເຫລົ່ານີ້ ທີ່ແຕະ ຕ້ອງບໍ່ໄດ້. ນອກນີ້ແລ້ວ ທ່ານໂອບາມາ ຍັງຍໍ້າເຕືອນວ່າຈະບໍ່ມີການ ລົດຜ່ອນໜີ້ສິນເພິ່ມ ອີກ ຖ້າ​ບໍ່​ມີການກໍາຈັດການຜ່ອນຜັນພາສີ ສໍາລັບພວກບໍລິສັດໃຫຍ່ໆ ແລະພວກຮັ່ງມີ ທັງຫລາຍ ຊຶ່ງເປັນບາງສິ່ງທີ່ຝ່າຍຣິພັບບລິກັນຄັດຄ້ານ.

ເບິ່ງວີດີໂອ ລາຍງານທີ່ກ່ຽວຂ້ອງກັນ

XS
SM
MD
LG