ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາຄາຕະຫຼາດຮຸ້ນຂອງໂລກ ສູງຂຶ້ນ ຫລັງຈາກຜູ້ນໍາສະຫະລັດ ຕົກລົງກັນໄດ້


ພະນັກງານຂອງບໍລິສັດແລກປ່ຽນເງີນຕາບໍລິສັດນື່ງ ຕິດຕາມເບິ່ງຂ່າວການເຈລະຈາເລື້ອງໜີ້ສິນຂອງສະຫະລັດ ທີ່ໂຕກຽວ, ວັນທີ 1 ສິງຫາ 2011.
ພະນັກງານຂອງບໍລິສັດແລກປ່ຽນເງີນຕາບໍລິສັດນື່ງ ຕິດຕາມເບິ່ງຂ່າວການເຈລະຈາເລື້ອງໜີ້ສິນຂອງສະຫະລັດ ທີ່ໂຕກຽວ, ວັນທີ 1 ສິງຫາ 2011.

ລາຄາ​ຮຸ້ນ​ໃນຕະຫຼາດ​ຢູ​ໂຣບສູງ​ຂຶ້ນ​ ​ແລະ​ລາຄາ​ຮຸ້ນ​ເອເຊຍ​ກໍຖີບ​ໂຕ​ສູງ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້
ຫລັງ​ຈາກ​ໄດ້​ຍິນ​ຂ່າວ​ທີ່​ວ່າ ປະທານາທິບໍດີ ​ບາຣັກ​ ໂອ​ບາ​ມາ​ ແລະ​ຄະນະ​ຜູ້​ນໍາ​ລັດ​ສະພາ​ສະຫະລັດ ​ໄດ້​ບັນ​ລຸ​ຂໍ້​ຕົກລົງ​ກັນ​ ເພື່ອ​ຫລີກລ່ຽງການເຮັດ​ໃຫ້ສະຫະລັດ​ບໍ່​ສາມາດ​ຈ່າຍ​ໜີ້​ສິນ​ຂອງ​ຕົນ​ໄດ້​ນັ້ນ.

ດັດຊະນີ​ຊີ້​ຮຸ້ນ​ Financial Times 100 ທີ່ກຸງລອນດອນ ດັດຊະນີ ຮຸ້ນ CAC-40 ທີ່​ກຸງ​ປາຣີ ​ແລະ​ຮຸ້ນ DAX ທີ່​ນະຄອນ Frankfurt ທັງ​ໝົດ​ມີ​ລາຄາ​ສູງ​ຂຶ້ນ​ປະມານນຶ່ງເປີ​ເຊັ​ນ​ ເວລາ​ຕະຫຼາດ​ໄຂຂຶ້ນ​ໃນ​ມື້​ນີ້.

ລາຄາ​ຮຸ້ນ Nikkei Index ທີ່​ກຸງ​ໂຕ​ກຽວ​ ເພີ່ມ​ຂຶ້ນ 1.3 ​ເປີ​ເຊັນເວລາຕະຫຼາດ​ອັດ ຫລັງ​ຈາກ​ລາຄາ​ຕົກ​ມາ​ໄດ້ 3 ມື້​ລຽນຕິດ.

ລາຄາ​ຮຸ້ນ​ທີ່ຮອງ​ກົງ ປີດ​ຕະຫຼາດ​ສູງ​ຂຶ້ນ 1 ​ເປີ​ເຊັນ​ ແລະ​ໃນ​ຂະນະ​ດຽວ​ກັນ​ລາຄາ​ຕະຫຼາດ​ຮຸ້ນ​ໃນ​ທົ່ວ​ເອ​ເຊຍ​ ກໍມີ​ແນວ​ໂນ້ມສູງ​ຂຶ້ນ. ຄາດ​ວ່າ​ລາຄາ​ຮຸ້ນ​ໃນ​ສະຫະ​ລັດ​ກໍຈະ​ສູງ​ຂຶ້ນ​ຫລາຍ​ສົມຄວນ​ໃນ​ວັນ​ຈັນ​ມື້​ນີ້ ຫລັງ​ຈາກ​ຕົກ​ລາຄາ​ມາ​ໄດ້ 1 ສັບປະດາ​.

XS
SM
MD
LG