ຫຼັງຈາກໄດ້ອັດລົງເປັນບາງ ສ່ວນມາໄດ້ 16 ມື້ ລຸນຫຼັງລັດຖະ
ສະພາໄດ້ຮັບຮອງເອົາຮ່າງກົດໝາຍປະນີປະນອມກັນໃນນາທີ
ສຸດທ້າຍ ເພື່ອຫຼີກເວັ້ນບໍ່ໃຫ້ລັດຖະບານຕົກຢູ່ໃນສະພາວະບໍ່ສາ
ມາດຊຳລະໜີ້ສິນຂອງຕົນໄດ້ນັ້ນ.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ລົງນາມໃນຮ່າງກົດໝາຍ
ດັ່ງກ່າວໃນຕອນເຊົ້າມືດວັນພະຫັດມື້ນີ້ ຊຶ່ງຈະອະນຸມັດໃຫ້ລັດຖະບານດຳເນີນ
ການຕໍ່ໄປໄດ້ ຢ່າງນ້ອຍຈົນຮອດວັນທີ 15 ມັງກອນປີໜ້າ ແລະເພີ່ມເພດານໜີ້
ສິນຂຶ້ນເພື່ອໃຫ້ລັດຖະບານຫລີກເວັ້ນຈາກການບໍ່ສາມາດຊຳລະໜີ້ສິນຂອງຕົນ
ນັ້ນໄປຈົນຮອດວັນທີ 7 ກຸມພາ ເປັນຢ່າງນ້ອຍ. ໃນລະຫວ່າງນີ້ ພວກສະມາຊິກ
ລັດຖະສະພາກໍຈະເຈລະຈາກັນເລື້ອງການຕັດລາຍຈ່າຍຂອງລັດຖະບານລົງ.
ສະພາຕໍ່າໄດ້ຮັບຜ່ານແຜນການດັ່ງກ່າວໃນຄືນວັນພຸດວານນີ້ດ້ວຍຄະແນນ 285
ສຽງ ເຫັນດີ ຕໍ່ 144 ສຽງຄັດຄ້ານ ຫຼັງຈາກສະພາສູງໄດ້ຮັບຜ່ານເອົາໃນຕອນ
ສວາຍວັນພຸດວານນີ້ ດ້ວຍຄະແນນ 81 ສຽງເຫັນດີ ຕໍ່ 18 ສຽງຄັດຄ້ານ.
ພວກລັດຖະກອນທີ່ຖືກພັກການ ພາກັນກັບຄືນໄປເຮັດວຽກໃນຕອນເຊົ້າວັນພະ
ຫັດມື້ນີ້. ສະຖາບັນ Smithsonian ຊຶ່ງຮວມທັງພວກຫໍພິພິທະພັນທີ່ມີຊື່ສຽງ
ຕ່າງໆທີ່ຕັ້ງຢູ່ຢາຍກັນຕາມສະໜາມຫຼວງແຫ່ງຊາດໃນກຸງວໍຊິງຕັນ ດີຊີ ໄດ້ສົ່ງ
ຂໍ້ຄວາມອອກທາງ Tweeterວ່າ ພວກພິພິທະພັນຕ່າງໆຈະໄຂຄືນໃນວັນພະ
ຫັດມື້ນີ້ ແລະສວນສັດແຫ່ງຊາດຈະໄຂຄືນໃນວັນສຸກມື້ອື່ນ.
ທ່ານໂອບາມາໄດ້ກ່າວຂອບອົກຂອບໃຈພວກຜູ້ນຳທັງສອງພັກການເມືອງ ແລະ
ນັ້ນ ຄືນມາຈາກປະຊາຊົນອາເມຣິກັນ.
ທ່ານ Harrry Reid ຜູ້ນຳພັກເດໂມແຄຣັດ ທີ່ມີສຽງຂ້າງຫຼາຍໃນສະພາສູງ ແລະ
ຄູ່ຕຳແໜ່ງ ທ່ານ Mitch McConnell ຈາກພັກ Republican ໄດ້ຮ່ວມກັນສະ
ເໜີຮ່າງ ຍັດຕິດັ່ງກ່າວໃນວັນພຸດວານນີ້ ນຶ່ງມື້ ກ່ອນກຳນົດອຳນາດກູ້ຢືມເງິນຈະ
ໝົດອາຍຸລົງ.