ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນບໍ່ພໍໃຈນໍາ ຂໍ້ຕົກລົງ ເລື້ອງໜີ້ສິນຂອງສະຫະລັດ


ທ່ານ Zhou Xiaochuan ຜູ້ອໍານວຍການທະນາຄານແຫ່ງຊາດຈີນ,
ວັນທີ 3 ສິງຫາ 2011.
ທ່ານ Zhou Xiaochuan ຜູ້ອໍານວຍການທະນາຄານແຫ່ງຊາດຈີນ, ວັນທີ 3 ສິງຫາ 2011.

ຈີນ ຊຶ່ງ​ເປັນ​ເຈົ້າ​ໜີ້​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ອາ​ເມຣິກາ ​ສະ​ແດງ​ຄວາມ​ບໍ່ດີ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ
ກັບ​ຂໍ້​ຕົກລົງ​ເພີ່ມ​ລະດັບ​ໜີ້​ສິນ​ຂອງ​ສະຫະລັດຂຶ້ນ ​ແລະ​ວິທີ​ການ​ບັນລຸຂໍ້​ຕົກລົງ​ກັນ​ນັ້ນ.

ອົງການ​ໃຫ້​ຄະແນນ​ສິ​ນເຊື່ອຂອງ​ຈີນອົງການ​ນຶ່ງ ​ໄດ້​ລົດ​ລະດັບ​ຄວາມ​ໜ້າ​ເຊື່ອ​ຖື​ດ້ານ​ໜີ້
ສິນຂອງສະຫະລັດລົງ​ໃນ​ວັນ​ພຸດ​ມື້​ນີ້ ​ໂດຍ​ກ່າວ​ວ່າ ຂໍ້​ຕົກລົງດັ່ງກ່າວ​ບໍ່​ໄດ້​ແກ້​ໄຂ​ບັນຫາ
ຕ່າງໆ​ທີ່​ເປັນ​ຕົ້ນ​ເຫດ​ນັ້ນ​ເລີຍ ​ແລະ​ອົງການ​ຂ່າວ​ຊິນ​ຫົວຂອງທາງ​ການ​ຈີນກໍ​ບໍ່​ໃຫ້​ຄວາມ
ສໍາຄັນ​ແກ່​ຂັ້ນ​ຕອນ​ການ​ເຈລະຈາ​ທີ່​ພາ​ໃຫ້​ມີ​ການ​ບັນລຸ​ຂໍ້​ຕົກລົງ​ກັນ​ນັ້ນ​ ​ໂດຍ​ກ່າວວ່າ ​ເປັນ
ການ​ຫລີ້​ນລະຄອນສະ​ແດງ​ຄວາມ​ສາມາດຕົບ​ຕາ​ຜູ້​ຄົນ​ຊື່ໆ.

ທ່ານ Zhou Xiaochuan ຜູ້​ອໍານ​ວຍການ​ທະນາຄານ​ແຫ່ງ​ຊາດ​ຈີນ ໄດ້ໃຊ້​ພາສາ​ທີ່ຍັບ​ຍັ້ງ​
ລະມັດລະວັງ​ຫລາຍ​ກວ່າໃນ​ການ​ອອກຄວາມ​ເຫັນ​ໃນ​ທໍານອງ​ຄ້າຍຄື​ກັນ. ​ແລະທ່ານ​ໄດ້​
ຮຽກຮ້ອງ​ໃຫ້​ລັດຖະບານ​ກຸງ​ວໍ​ຊິງ​ຕັນ​ເອົາ​ບາດ​ກ້າວ​ທີ່​ເປັນ​ຮູບ​ປະ​ທໍາ​ແລະ​ມີ​ຄວາມຮັບຜິດ
ຊອບ​ເພື່ອ​ກູ້​ເອົາຄວາມໝັ້ນ​ໃຈ​ໃນ​ພັນທະບັດ​ຂອງ​ກະຊວງ​ການ​ເງິນ​ຂອງ​ສະຫະລັດຄືນມາ
ໂດຍ​ກ່າວ​ວ່າ ຄວາມ​ບໍ່​ແນ່​ນ່ອນເປັນ​ໄພ​ຂົ່ມ​ຂູ່​ອັນ​ນຶ່ງ​ຕໍ່ການ​ຟື້ນ​ໂຕ​ຄືນ​ຂອງເສດຖະກິດ​ໂລກ
ນັ້ນ.

ທ່ານ Zhou ​ໄດ້ສະ​ແດງ​ຄວາມ​ຍິນ​ດີ​ນໍາ​ຂໍ້​ຕົກລົງ​ກັນ​ໃນ​ວັນ​ອັງຄານ​ວານ​ນີ້ ​ແຕ່​ກ່າວ​ວ່າ
ທ່ານ​ຈະ​ຕິດຕາມ​ເບິ່ງ​ຢ່າງ​ໃກ້ຊິດ​ວ່າ​ຈະ​ມີ​ການຈັດ​ຕັ້ງປະຕິບັດ​ກັນໄປ​ແບບ​ໃດ​ນັ້ນ. ທ່ານ
ຍັງ​ກ່າວ​ເຊ່ນ​ກັນ​ວ່າ ຈີນ​ຈະ​ສືບ​ຕໍ່ກະຈາຍການ​ລົງທຶນ​ຂອງ​ຕົນອອກ​ໄປ ​ເພື່ອ​ໃຫ້​ມີຄວາມ
ຫລາກ​ຫລາຍ.

XS
SM
MD
LG