ສື່ມວນຊົນທີ່ລັດຄວບຄຸມຂອງຈີນກ່າວວ່າ ການຕົກລົງກັນໃນນາທີສຸດທ້າຍ ເພື່ອເພີ່ມລະດັບ
ຫລືເພດານໜີ້ສິນຂອງລັດຖະບານສະຫະລັດຂຶ້ນນັ້ນ ພຽງແຕ່ໄດ້ເລື່ອນບັນຫາທີ່ເລິກກ່ວາ
ທີ່ເປັນໄພຂົ່ມຂູ່ຕໍ່ເສດຖະກິດໂລກອອກໄປເທົ່ານັ້ນ.
ໃນບົດວິຈານບົດນຶ່ງໃນວັນອັງຄານມື້ນີ້ ໜັງສືພິມ People’s Daily ຫລື ປະຊາຊົນລາຍ
ວັນ ກ່າວວ່າ ເຖິງແມ່ນໄດ້ມີການຫລີກລ່ຽງຈາກໄພຂົ່ມຂູ່ຂອງການບໍ່ສາມາດຈ່າຍຄ່າໜີ້ສິນ
ຂອງລັດຖະບານກໍຕາມ ແຕ່ບັນຫາໜີ້ສິນຂອງອາເມຣິກາກໍຍັງບໍ່ທັນໄດ້ຮັບການແກ້ໄຂ
ແລະເບິ່ງຄືວ່າຈະເພີ່ມຄວາມຮ້າຍແຮງໜັກຂຶ້ນໄປອີກ.
ໜັງສືພິມປະຊາຊົນລາຍວັນ ແມ່ນເປັນປາກສຽງທີ່ສໍາຄັນທີ່ສຸດຂອງພັກຄອມມີວນິດຈີນ ທີ່
ປົກຄອງປະເທດໃນປັດຈຸບັນນີ້.
ບົດວິຈານກ່າວອີກວ່າ ພາລະໜີ້ສິນຂອງອະເມຣິກັນຈະສືບຕໍ່ເປັນເງົາມືດປົກຄຸມການຟື້ນ
ໂຕຄືນຂອງເສດຖະກິດຂອງຊາດ ແລະເພີ່ມຄວາມສ່ຽງທີ່ປະເຊີນໜ້າເສດຖະກິດຂອງປະ
ເທດອື່ນໆໃນໂລກ. ໜັງສືພິມ People’s Daily ກ່າວວ່າ ເຖິງແມ່ນມີບັນຫາໜີ້ສິນນີ້ກໍ
ຕາມ ແຕ່ເງິນໂດລາສະຫະລັດກໍຍັງຄົງເປັນເງິນຕາທີ່ຄອບງໍາໂລກ ແລະປະເທດອື່ນໆບໍ່
ມີທາງເລືອກ ນອກຈາກຈໍາເປັນຕ້ອງໄດ້ຮັບເອົາ. ຈີນເປັນປະເທດເຈົ້າໜີ້ລາຍໃຫຍ່ທີ່ສຸດ
ຂອງອາເມລິກາ ຢູ່ນອກສະຫະລັດ.