ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານໂອບາມາຮຽກຮ້ອງ ໃຫ້ປານີປານອມກັນ ເລື້ອງໜີ້ສິນຂອງຊາດ (ເບິ່ງວີດີໂອ)


ປ. ບາຣັກໂອບາມາກ່າວປາໄສຕໍ່ປະເທດຊາດໃນຄືນວັນຈັນວານນີ້
ຈາກທໍານຽບຂາວທີ່ກຸງວໍຊິງຕັນ
ວັນທີ 26 ກໍລະກົດ 2011
ປ. ບາຣັກໂອບາມາກ່າວປາໄສຕໍ່ປະເທດຊາດໃນຄືນວັນຈັນວານນີ້ ຈາກທໍານຽບຂາວທີ່ກຸງວໍຊິງຕັນ ວັນທີ 26 ກໍລະກົດ 2011

ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ກ່າວ​ວ່າ ຄວາມ​ລົ້ມ​ແຫລວ​ທີ່​ບໍ່​ສາມາດບັນລຸ​ຂໍ້​ຕົກລົງ​ກັນ​
ໄດ້​ໃນ​ການເພີ່ມ​ລະດັບ​ໜີ້​ສິນ​ຈະ​ພາ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ທີ່​ບໍ່ສາມາດຄຳນວນໄດ້ໃຫ້
ແກ່​ການ​ເສດຖະກິດ​ຂອງ​ສະຫະລັດ.

ທ່ານ​ໂອ​ບາ​ມາ​ກ່າວ​ເຊ່ນນີ້​ຕໍ່​ປະ​ເທດ​ຊາດ​ໃນ​ຄືນ​ວັນ​ຈັນ​ວານ​ນີ້ ​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ
ຫລັງ​ຈາກ​ພວກ​ຜູ້​ນໍາ​ພັກ Republican ​ແລ​ະພັກ Democrat ​ໃນ​ລັດຖະສະພາ​ສະຫະລັດ
ເປີດ​ເຜີຍ​ແຜນການ​ຂອງ​ແຕ່​ລະ​ພັກ​ໃຫ້​ຮູ້​ເພື່ອ​ຕັດ​ລາຍ​ຈ່າຍ​ຂອງ​ລັດຖະບານ​ລົງ​ແລະ​ເພີ່ມ​ລະ
ດັບ​ໜີ້​ສິນຂອງ​ປະ​ເທດ​ເພື່ອ​ຫລີກ​ລ້ຽງ​ສະພາບ​ການ​ທີ່​ລັດຖະບານ​ບໍ່​ສາມາດ​ໃຊ້ໜີ້​ສິນ​ຂອງ​
ຕົນ​ໄດ້​ນັ້ນ.

ການ​ເຈ​ລະ​ຈາ​ກັນ​ມາ​ເປັນ​ເວລາ​ຫລາຍ​ສັບປະດາ​ບໍ່​ສໍາ​ເລັດ​ຜົນ​ລະຫວ່າງທໍານຽບຂາວ​ແລະ​
ລັດຖະສະພາ​ໄດ້​ເຮັດ​ໃຫ້​ປະ​ເທດ​ປະ​ເຊີນ​ໜ້າ​ກັບ​ອັນທີ່​ປະທານາທິບໍດີ​ເອີ້ນ​ວ່າ ສະພາບ​ການ
ບໍ່​ໄປ​ບໍ່ມາທີ່ເປັນ​ອັນຕະລາຍ ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ ສະພາບ​ການ​ທີ່​ບໍ່​ສາມາດ​ຈ່າຍ​ຄ່າ​ໜີ້​
ສິນ​ຕົນ​ໄດ້ຈະ​ເປັນ​ຜົນຂອງການ​ຂາດ​ຄວາມ​ບໍ່ໄຕ່ຕອງ​ແລະ​ຂາດ​ຄວາມ​ຮັບຜິດຊອບ.

ທ່ານ​ໂອ​ບາ​ມາ​ໄດ້​ຕໍາ​ໜິຕິຕຽນ​ພວກ​ສະມາຊິກ​ພັກ Republican ທີ່ນິຍົມ​ແນວທາງ​ເດີມ
ວ່າ ຢາກ​ແກ້​ໄຂວິ​ກິດ​ການ​ໜີ້​ສິນພຽງ​ແຕ່​ຕັດຄ່າ​ໃຊ້ຈ່າຍ​ເທົ່າ​ນັ້ນ ​ໂດຍ​ບໍ່​ຮ້ອງຂໍໃຫ້ພວກ​
ບໍລິສັດ​ແລະ​ຄົນ​ອາ​ເມຣິກັນ​ທີ່ຮັ່ງມີປະກອບສ່ວນໂດຍ​ຜ່ານ​ການ​ປ່ຽນ​ແປງ​ກົດ​ລະບຽບ​ວ່າ
ດ້ວຍ​ການ​ເສຍ​ພາສີ​ນັ້ນ.

ປະທານາທິບໍດີ​ໄດ້​ປະຕິ​ເສດ​ບໍ່​ຍອມຮັບ​ເອົາ​ແຜນການ​ຂອງ​ທ່ານ John Boehner ປະ
ທານ​ສະພາ​ຕໍ່າ​ທີ່​ສັງກັດ​ພັກ Republican ທີ່​ສະ​ເໜີຂຶ້ນ​ໃນ​ເຊົ້າ​ວັນ​ຈັນ​ວານ​ນີ້. ​ແຜນການ
ຂອງ​ທ່ານ Boehner ຈະ​ເພີ່ມ​ລະດັບ​ໜີ້​ສິນ​ຂຶ້ນ​ຢ່າງ​ທັນທີ​ໃນ​ຈໍານວນ​ 1 ພັນ​ຕື້​ໂດ​ລາ
ແລະ​ຕັດ​ຄ່າ​ໃຊ້​ຈ່າຍ​ລົງ 1 ພັນ​ຕື້​ໂດ​ລາ ຊຶ່ງ​ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ​ແຜນການ​ດັ່ງກ່າວ​ນີ້​
ຈະ​ແກ້​ໄຂ​ບັນຫາ​ໃນ​ໄລຍະ​ສັ້ນ​ເທົ່ານັ້ນ.

ໃນ​ຄືນ​ວັນ​ຈັນ​ວານ​ນີ້ ທ່ານ Boehner ​ອີກຄັ້ງນຶ່ງໄດ້ໃຫ້ການສະໜັບສະໜຸນຕໍ່ບົດແກ້ໄຂ
ລັດຖະທຳມະນູນເພື່ອໃຫ້ງົບປະມານມີຄວາມດຸ່ນດ່ຽງ ​ຊຶ່ງ​ທ່ານ​ໄດ້​ກ່າວ​ຜ່ານ​ທາງ​ໂທລະ
ພາບ​ວ່າ ການ​ກະທໍາ​ເຊ່ນ​ນີ້​ຈະ​ຢຸດ​ລັດຖະບານທີ່​ກຸງ​ວໍ​ຊິງ​ຕັນ​ໃຊ້​ຈ່າຍ​ເງິນ​ທີ່​ຕົນ​ບໍ່​ມີ​ນັ້ນ​ແລະ​
ທ່ານ​ຍັງ​ກ່າວ​ຫາທ່ານ​ໂອ​ບາ​ມາ​ວ່າ ບໍ່​ຊອກ​ສະ​ແຫວ​ງຫາ​ການ​ປານີປານອມ​ກັນ.

ກ່ອນ​ໜ້າ​ນັ້ນທໍານຽບຂາວ​ກ່າວ​ວ່າ ຕົນ​ສະໜັບສະໜຸນ​ແຜນການ​ຂອງ​ທ່ານ Harry Reid
ຜູ້​ນໍາ​ພັກ​ເດ​ໂມ​ແຄຣດ​ໃນ​ສະພາ​ສູງ ຊຶ່ງ​ແຜນການ​ຂອງ​ທ່ານ​ແມ່ນ​ຮວມທັງ​ການ​ຕັດ​ຄ່າ​ໃຊ້​ຈ່າຍ
ລົງ 2 ພັນ 700 ຕື້​ໂດ​ລາ​ແລະຈະ​ເພີ່ມລະດັບ​ໜີ້​ສິນ​ຂຶ້ນ​ໄປຈົນກາຍການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ
ປີໜ້າ.

ຖ້າ​ບໍ່​ມີ​ການຮັບເອົາແຜນການ​ໃດໆ ​ລັດຖະບານຈະ​ກູ້​ຢືມ​ເງິນ​ໄດ້​ຮອດ​ວັນ​ທີ 2 ສິງຫາ ຫລັງ​
ຈາກ​ນັ້ນ​ສະຫະລັດ​ຈະ​ບໍ່​ສາມາດ​ໃຊ້​ໜີ້​ສິນ​ຂອງ​ຕົນ​ໄດ້. ກະຊວງ​ການຄັງຈະ​ບໍ່​ສາມາດ​ຈ່າຍ​
ພວກ​ລົງທຶນ​ແລະ​ອັດຕາດອກ​ເບ້ຍ​ເງິນ​ກູ້​ຈາກທະນາຄານຕ່າງໆຂອງສະຫະລັດກໍຈະສູງຂຶ້ນ.
ນອກ​ນັ້ນ ລັດຖະບານ​ກໍ​ຈະ​ບໍ່​ສາມາດ​ປະຕິບັດພັນທະ​ຂອງ​ຕົນ​ໄດ້​ເຊ່ນ ​ຈ່າຍ​ເງິນ​ສັງຄົມ​ສົງ
ເຄາະ​ແກ່​ພວກ​ອອກ​ກິນ​ເບ້ຍ​ບໍານານ​ແລະ​ປະຕິບັດ​ຕາມ​ສັນຍາ​ຈ້າງ​ພວກ​ບໍລິສັດ​ຕ່າງໆ​ນັ້ນ.

XS
SM
MD
LG