ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາ​ສູງ​ຈະ​ລົງມະຕິ​ ກ່ຽວກັບຮ່າງກົດໝາຍ ວ່າດ້ວຍໜີ້ສິນຂອງສະຫະລັດ ໃນມື້ນີ້.


John Boehner
John Boehner

ສະພາ​ສູງ​ສະຫະລັດ​ຈະ​ລົງມະຕິ​ໃນ​ວັນ​ອັງຄານ​ມື້​ນີ້ ກ່ຽວ​ກັບຮ່າງ​ກົດໝາຍ​ປານີປາ
ນອມ​ກັນ​ສະບັບ​ນຶ່ງ​ເພື່ອ​ຕັດ​ລາຍ​ຈ່າຍ​ຂອງ​ລັດຖະບານ​ລົງ​ແລະໃຫ້​ລັດຖະບານ​ກູ້​ຢືມ
​ເງິນ​ເພີ່ມ​ຂຶ້ນ​ໄດ້ ຊຶ່ງ​ມີ​ທ່າ​ທາງ​ວ່າ​ຈະ​ເຮັດ​ໃຫ້ຄວາມ​ຢ້ານ​ກົວ​ ທີ່​ມີມາ​ເປັນ​ເວລາ​ຫລາຍ
​ສັບປະດາ​ຍຸດຕິ​ລົງ​ ກ່ຽວ​ກັບ​ວ່າສະຫະລັດ​ຈະ​ບໍ່​ສາມາດ​ຈ່າຍ​ໜີ້​ສິນ​ຂອງ​ຕົນ​ໄດ້​ນັ້ນ.

ຄາດ​ວ່າ​ສະພາ​ສູງ​ຈະ​ລົງມະຕິ​ກັນ​ໃນເວລາທ່ຽງວັນ ​ມື້​ນີ້ ຕາມ​ເວລາ​ໃນ​ທ້ອງ​ຖິ່ນ ຫລືອີກ​ປະມານ 3 ຊົ່ວ​ໂມງ​ເຄິ່ງໃນ​ເມືອງ​ລາວ ຊຶ່ງເປັນ​ເວລາ​ພຽງ 12 ຊົ່ວ​ໂມງ ​ກ່ອນ​ທີ່ລັດຖະບານຈະກ່າວ​ວ່າ​ຕົນ​ຈະ​ໝົດ​ເງິນ​ທີ່​ຈະ​ຈ່າຍ​ໜີ້​ສິນ​ຂອງ​ຕົນ.

ໃນ​ແລງ​ວັນ​ຈັນ​ວານ​ນີ້ ຮ່າງ​ຍັດຕິ​ດັ່ງກ່າວ​ໄດ້​ຜ່ານ​ການ​ທົດ​ສອບ​ຄັ້ງ​ຍິ່ງ​ໃຫຍ່​ທີ່​ສຸດ ​ເວລາສະພາ​ຕໍ່າ​ພາຍ​ໃຕ້​ການ​ນໍາພາ​ຂອງ​ພັກ Republican ​ໄດ້​ຮັບ​ຜ່ານ​ເອົາ​ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ 269 ຕໍ່ 161 ສຽງ​ຄັດຄ້ານ.

ຖ້າ​ຮ່າງ​ຍັດຕິ​ດັ່ງກ່າວ​ໄດ້​ຖືກຮັບ​ຜ່ານໃນ​ສະພາ​ສູງ​ໃນ​ວັນ​ອັງຄານ​ມື້​ນີ້ ກໍ​ຈະ​ຖືກ​ສົ່ງ​ຕໍ່​ໄປ​ຍັງ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ທີ່​ໄດ້​ເວົ້າ​ວ່າ ທ່ານມີ​ຄວາມ​ກະຕືລື​ລົ້ນ​ທີ່​ຈະ​ໄດ້ລົງ​ນາມ​ໃນ​ຮ່າງ​ຍັດຕິ​ດັ່ງກ່າວ​ ​ເພື່ອໃຫ້​ເປັນ​ກົດໝາຍ​ມີ​ຜົນ​ບັງຄັບ​ໃຊ້​ໄດ້​ນັ້ນ.

ຂໍ້​ຕົກລົງ​ກັນ​ດັ່ງກ່າວ​ນີ້​ຈະອະນຸຍາດ​ໃຫ້​ລັດຖະບານ​ສືບ​ຕໍ່​ກູ້​ຢືມ​ເງິນ​ໄດ້ເຖິງ​ປີ 2012
ເພື່ອ​ແລກປ່ຽນ​ກັບ​ການ​ຕັດ​ລາຍ​ຈ່າ​ຍລົງ​ເກືອບ 1 ພັນຕື້​ໂດ​ລາ​ໃນລະຍະ 10 ປີ​ຕໍ່ໜ້າ​.

ນອກ​ນັ້ນ​ ຂໍ້​ຕົກລົງ​ດັ່ງກ່າວ​ຍັງ​ຈະ​ຈັດ​ຕັ້ງ​ຄະນະ​ກໍາມະການ​ຮ່າງ​ງົບປະມານ​ທີ່​ມີ 2 ພັກ​
ເຂົ້າ​ຮ່ວມ​ນໍາ ​ຊຶ່ງ​ຈະມີ​ພາລະກິດໃນ​ການຫາ​ທາງ​ຕັດ​ຄ່າ​ໃຊ້​ຈ່າຍ​ຂອງ​ລັດຖະບານ​ລົງ​
ຕື່ມ​ອີກ 1500 ຕື້​ໂດ​ລາ. ຖ້າ​ຄະນະ​ກໍາມະການ​ດັ່ງກ່າວ​ບໍ່​ສາມາດ​ຕົກລົງ​ກັນໃນ​ເລື້ອງ​
ນີ້ໄດ້ ລັດຖະບານ​ກໍ​ຈະຕ້ອງ​ໄດ້​ຫາ​ທາງຕັດ​ຄ່າ​ໃຊ້​ຈ່າຍ​ຕ່າງໆລົງ​ຕື່ມ​ອີກ.

XS
SM
MD
LG