ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈຳນວນຜູ້ເສຍຊີວິດ ຈາກໄວຣັສໂຄວິດ-19 ໃນສະຫະລັດ ສູງຂຶ້ນຮອດ 130,000 ຄົນແລ້ວ


ພວກຄົນພາກັນນັ່ງກິນອາຫານ ຢູ່ທາງນອກ ຈະຕຸລັດ ແຊນເປໂດຣ ເມື່ອວັນຈັນ ທີ 6 ກໍລະກົດ 2020, ຢູ່ທີ່ເມືອງແຊນໂຮເຊ້, ລັດຄາລີຟໍເນຍ.
ພວກຄົນພາກັນນັ່ງກິນອາຫານ ຢູ່ທາງນອກ ຈະຕຸລັດ ແຊນເປໂດຣ ເມື່ອວັນຈັນ ທີ 6 ກໍລະກົດ 2020, ຢູ່ທີ່ເມືອງແຊນໂຮເຊ້, ລັດຄາລີຟໍເນຍ.

ຈຳນວນການເສຍຊີວິດໃນສະຫະລັດຈາກໂຣກລະບາດຂອງໂຄວິດ-19 ໄດ້ສູງຂຶ້ນກາຍ 130,000 ຄົນ ໃນວັນຈັນວານນີ້ ອີງຕາມຂໍ້ມູນທີ່ເກັບກຳມາໂດຍມະ ຫາວິທະຍາໄລ ຈອນສ໌ ຮັອບກິນສ໌ ທີ່ຕັ້ງຢູ່ໃນສະຫະລັດ.

ສະຫະລັດນຳໜ້າໝູ່ໃນໂລກ ບໍ່ພຽງແຕ່ໃນດ້ານຂອງການເສຍຊີວິດຍ້ອນໄວຣັສໂຄໂຣນາ ແຕ່ຈຳນວນທັງໝົດຂອງກໍລິນີຕິດເຊື້ອ ທີ່ໄດ້ຮັບການຢືນຢັນ ທີ່ມີຢູ່ 2,900,000 ຄົນ ນໍາດ້ວຍ. ປະເທດນີ້ ໄດ້ລາຍງານກໍລະນີຕິດເຊື້ອໄວຣັສໃໝ່ທີ່ຖືກຢັ້ງຢືນໃໝ່ປະຈຳວັນ ກາຍ 50,000 ຄົນ ໃນລະຫວ່າງອາທິດທຳອິດຂອງເດືອນກໍລະກົດ ໂດຍຫຼາຍລັດໄດ້ປະກາດຈຳນວນກໍລະນີຕິດເຊື້ອໄວຣັສໃໝ່ ທີ່ຫຼາຍເປັນປະຫວັດການ ພາຍໃນມື້ດຽວ. ຕົວເລກທັງຫຼາຍສະໜັບສະໜຸນໂດຍການປະກາດຂອງທ່ານໝໍ ແອນໂທນີ ຟາວຈີ ໃນວັນຈັນວານນີ້ ຜູ້ທີ່ເປັນນັກຊ່ຽວຊານດານພະຍາດຕິດແປດຂັ້ນສູງຂອງປະເທດ ທີ່ກ່າວໄປວ່າ ສະຫະລັດແມ່ນ “ຍັງຈົມຢູ່ ໃນລະດັບຫົວເຄົ່າ ຂອງຄື້ນທຳອິດຢູ່” ໂດຍໂຣກລະບາດນີ້.

ລວມຢູ່ໃນລັດທີ່ຖືກກະທົບໜັກທີ່ສຸດ ແມ່ນລັດເທັກຊັສ ຊຶ່ງໄດ້ລາຍງານວ່າ ມີຢ່າງໜ້ອຍ 8,700 ກໍລະນີຕິດໄວຣັສໂຄວິດ-19 ໃໝ່ ຊຶ່ງເປັນຈຳນວນທີ່ເປັນປະຫວັດການໃໝ່ພາຍໃນມື້ດຽວ ສຳລັບລັດຢູ່ທາງພາກຕາເວັນຕົກສຽງໃຕ້ແຫ່ງນີ້. ໂຮງໝໍທັງຫຼາຍໃນທົ່ວລັດເທັກຊັສ ໄດ້ເຕັມລະດັບຄວາມອາດສາມາດຍ້ອນຈຳນວນຄົນປ່ວຍຈາກໄວຣັສໂຄໂຣນາທີ່ຫຼວງຫຼາຍຜູ້ທີ່ຕ້ອງໄດ້ເຂົ້າຮັກສາໃນໂຮງໝໍນັ້ນ ສະຖານະການນີ້ ໄດ້ກາຍເປັນສະພາບທີ່ຍາກລຳບາກ ຢູ່ໃນນະຄອນແຊນແອນໂຕນີໂອ ທີ່ກອງທັບສະຫະລັດ ກຳລັງວາງແຜນທີ່ຈະສົ່ງທີມງານດ້ານການແພດຈຳນວນ 50 ຄົນ ໄປຊ່ອຍຮັບມືກັບວິກິດການດັ່ງກ່າວ ລວມທັງພວກພະຍາບານປະຈຳຫ້ອງສຸກເສີນ ແລະຮັກສາປິ່ນປົວຂັ້ນສາຫັດ.

ການເພີ້ມຂຶ້ນຢ່າງຫຼວງຫຼາຍໃນກໍລະນີໃໝ່ຂອງໂຄວິດ-19 ໄດ້ກະຕຸ້ນໃຫ້ທາງການ ໃນບາງລັດ ທີ່ປະກອບດ້ວຍລັດ ຄາລີຟໍເນຍ ຟລໍຣີດາ ຕ້ອງໄດ້ວາງຂໍ້ຈຳກັດຄືນໃໝ່ອີກ.

ໃນລັດຄາລີຟໍເນຍ ຊຶ່ງໄດ້ລາຍງານ ກໍລະນີຕິດເຊື້ອໄວຣັສໃໝ່ທີ່ຖືກຢືນຢັນເປັນປະຫວັດການ 11,786 ຄົນໃນວັນຈັນວານນີ້ ຈຶ່ງເຮັດໃຫ້ ຜູ້ປົກຄອງລັດ ທ່ານແກວິນ ນິວຊຳ ໄດ້ອອກຄຳສັ່ງໃຫ້ປິດຮ້ານກິນດື່ມ ຫຼືບາທັງຫຼາຍຢູ່ໃນ 6 ຫົວເມືອງໃໝ່ ພຽງບໍ່ເທົ່າໃດວັນຫຼັງຈາກທີ່ໄດ້ອອກຄຳສັ່ງທີ່ຄ້າຍຄືກັນສຳລັບ 19 ຕົວເມືອງ ແລະຍັງໄດ້ຮຽກຮ້ອງໄປຍັງຮ້ານອາຫານ ໂຮງມະຫໍລະສົບ ແລະໂຮງເຮັດເຫຼົ້າແວັງ ໃຫ້ປິດການບໍລິການພາຍໃນ.

ບັນດາເຈົ້າໜ້າທີ່ໃນເມືອງທີ່ໃຫຍ່ທີ່ສຸດຂອງລັດຟລໍຣີດາ ຄືເມືອງ ໄມອາມີ-ເດດ ໃນວັນຈັນວານນີ້ ໄດ້ອອກຄຳສັ່ງໃຫ້ປິດຮ້ານອາຫານ ແລະສະຖານທີ່ອອກກຳ ລັງກາຍທັງຫຼາຍ ແລະການຈັດງານຕ່າງໆທີ່ຢູ່ພາຍໃນ. ຜູ້ປົກຄອງເມືອງ ທ່ານຄາຣໂລສ ຮີມເມີເນສ ອະນຸຍາດໃຫ້ຮ້ານຄ້າຕ່າງໆແລະຮ້ານເສີມສວຍເປີດໄດ້. ສ່ວນຫາດຕ່າງໆໃນເມືອງນັ້ນ ຈະເປີດຄືນອີກໃນວັນອັງຄານ ຫຼັງຈາກທີ່ໄດ້ຖືກປິດໄວ້ສຳລັບວັນທ້າຍສັບປະດາ ທີ 4 ກໍລະກົດຜ່ານມາ.

ໃນລັດໃກ້ຄຽງ ຄືລັດຈໍເຈຍ ຜູ້ປົກຄອງນະຄອນແອັດແລນຕາ ທ່ານນາງ ຄີຊາ ແລນສ໌ ບາທຳສ໌ ໄດ້ຖືກວິນິໄສໃນວັນຈັນວານນີ້ ວ່າ ມີເຊື້ອໄວຣັສໂຄວິດ-19. ທ່ານນາງ ກ່າວວ່າ ເພິ່ນບໍ່ໄດ້ມີອາການເລີຍ ແລະວາງາແຜນທີ່ເຮັດວຽກຈາກຫ້ອງການຢູ່ໃນເຮືອນ ຢ່າງໂດດດ່ຽວກັບຄອບຄົວຂອງທ່ານນາງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG