ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງດາໄລ ລາມະ ຢ້ຽມຢາມສະຫະລັດ


ອົງດາໄລ ລາມະ ສະເດັດມາເຖິງນະຄອນຫລວງວໍຊິງຕັນດີຊີ ເມື່ອວັນທີ່ 5 ເດືອນກໍລະກົດ ປີ 2011
ອົງດາໄລ ລາມະ ສະເດັດມາເຖິງນະຄອນຫລວງວໍຊິງຕັນດີຊີ ເມື່ອວັນທີ່ 5 ເດືອນກໍລະກົດ ປີ 2011

ຜູ້ນໍາທາງດ້ານຈິດໃຈຂອງຊາວທິເບດທີ່ລີ້ໄພຢູ່ຕ່າງປະເທດ ກຳລັງຢູ່ໃນລະຫວ່າງການຢ້ຽມ ຢາມສະຫະລັດ ເພື່ອສະເຫລີມສະຫລອງວັນປະສູດ ຂອງພະອົງແລະສວດມົນພາວະນາ ແລະພິທີສະມາທິເປັນເວລາ 10 ມື້.

ອົງດາໄລລາມະ ສະເດັດມາເຖິງນະຄອນຫລວງວໍຊິງຕັນຂອງສະຫະລັດ ເມື່ອວັນອັງຄານ ຕອນບ່າຍ. ຄາດວ່າການສະເດັດປະພາດຂອງພະອົງໃນຄັ້ງນີ້ ຈະມີໂຮມທັງການພົບໃນລະ ດັບສູງກັບພວກນັກການເມືອງສະຫະ ລັດ ເຖິງແມ່ນວ່າຜູ້ນຳທາງດ້ານຈິດໃຈຂອງຊາວທິ ເບດ ໄດ້ປົດກະສຽນຈາກການເມືອງຢ່າງເປັນທາງການໄປແລ້ວ ເມື່ອຕົ້ນປີນີ້ແລ້ວ ກໍຕາມ.

ນີ້ເປັນການສະເດັດມາປະພາດສະຫະລັດເທື່ອທໍາອິດຂອງອົງດາໄລ ລາມະ ນັບຕັ້ງແຕ່ພະອົງ ໄດ້ລາອອກຈາກການເປັນຜູ້ນໍາທາງການເມືອງຂອງລັດຖະບານພັດຖິ່ນຂອງທິເບດ.

ເວລານີ້ຍັງບໍ່ມີໝາຍກໍາໜົດທີ່ເປັນທາງການ ຂອງການພົບປະກັບປະທານາ ທິບໍດີບາຣັກ ໂອບາມາ ເທື່ອ. ກອງປະຊຸມລະດັບຕໍ່າຂອງຜູ້ນໍາທັງສອງທີ່ ທໍານຽບຂາວເມື່ອປີຜ່ານມານັ້ນ ໄດ້ເຮັດໃຫ້ຈີນໂກດແຄ້ນ.

ພວກນັກວິເຄາະກ່າວວ່າ ເບິ່ງຄືວ່າຢ່າງໜ້ອຍ ທ່ານໂອບາມາ ຈະທໍາການ ພົບປະແບບ ງຽບໆ ກັບຜູ້ນໍາທາງດ້ານຈິດໃຈຂອງຊາວທິເບດໃນການສະເດັດ ປະພາດຄັ້ງນີ້. ນອກນີ້ແລ້ວ ພວກອະດີດປະທານາທິບໍດີສະຫະລັດກໍເຄີຍ ໄດ້ພົບປະກັບອົງດາໄລ ລາມະ ໃນເວລາທີ່ ພະອົງ ສະເດັດມາຢ້ຽມຢາມນະຄອນຫລວງວໍຊິງຕັນນັ້ນ.

ຈະຢູ່ໃນລັກສະນະໃດກໍຕາມ ການສະເດັດປະພດາສະຫະລັດຂອງພະອົງໃນຄັ້ງນີ້ ຈະສ້າງ ຄວາມໂກດແຄ້ນອີກໃຫ້ແກ່ປັກກິ່ງທີ່ກ່າວຫາຜູ້ນໍາທາງດ້ານ ຈິດໃຈຂອງຊາວທິເບດຢູ່ ຕະຫຼອດມາວ່າ ໃຫ້ການສະໜັບສະໜຸນ ຕໍ່ການແບ່ງແຍກທິເບດອອກຈາກຈີນນັ້ນ.

ຜູ້ຊ່ຽວຊານຄົນນຶ່ງ ກ່າວຕໍ່ວີໂອເອວ່າ ມັນອາດເປັນໂອກາດທີ່ດີອັນນຶ່ງ ສໍາຫລັບພວກ ປະເທດຕາເວັນຕົກ ທີ່ຈະພາກັນຊັກຊວນໃຫ້ຈີນພະຍາຍາມສ້າງຄວາມສໍາພັນທີ່ແຕກຕ່າງ ອອກໄປກັບອົງດາໄລລາມະ ຊຶ່ງໃນບັດນີ້ ພະອົງກໍໄດ້ປົດກະສຽນຈາກການມີບົດບາດ ທາງການເມືອງໄປແລ້ວ.

XS
SM
MD
LG