ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດໄຊເບີຂອງ ສຫລ ເວົ້າວ່າ ວັງວາຕິກັງ ຕົກເປັນເປົ້າໝາຍຂອງພວກແຮັກເກີ້ຈີນ


ຜູ້ສັດທາຊາວຈີນ ເຂົ້າຮ່ວມ ໃນການເຂົ້າຢ້ຽມພະສັນຕະປາປາ ແຟຣນຊິສ ໃນການກ່າວໂອວາດປະຈຳ ສັບປະດາ ກັບມະຫາຊົນ ຢູ່ ທີ່ຈັດຕຸລັດ St. Peter ທີ່ວັງວາຕິກັງ, ເມື່ອວັນພຸດ ທີ 22 ພຶດສະພາ 2019. (AP Photo/Alessandra Tarantino)
ຜູ້ສັດທາຊາວຈີນ ເຂົ້າຮ່ວມ ໃນການເຂົ້າຢ້ຽມພະສັນຕະປາປາ ແຟຣນຊິສ ໃນການກ່າວໂອວາດປະຈຳ ສັບປະດາ ກັບມະຫາຊົນ ຢູ່ ທີ່ຈັດຕຸລັດ St. Peter ທີ່ວັງວາຕິກັງ, ເມື່ອວັນພຸດ ທີ 22 ພຶດສະພາ 2019. (AP Photo/Alessandra Tarantino)

ໜັງສືພິມ ນິວຢອກໄທມສ໌ ໃນວັນພຸດມື້ນີ້ໄດ້ກ່າວວ່າ ລະບົບເຄືອຂ່າຍຄອມພິວເຕີ້ ຂອງວັງວາຕິກັງ ໄດ້ຖືກເຈາະເຂົ້າໄປໂດຍພວກແຮັກເກີ້ ຫຼື ພວກລັກເຈາະຂໍ້ມູນຂອງຈີນ ນັບຕັ້ງແຕ່ເດືອນພຶດສະພາ ຊຶ່ງປາກົດວ່າ ເປັນຄວາມພະຍາຍາມທີ່ຈະສອດແນມ ກ່ອນໜ້າການເລີ້ມຕົ້ນເຈລະຈາທີ່ລະອຽດອ່ອນ ລະຫວ່າງ ຜູ້ນຳຂອງສາສະໜາໂຣມັນກາໂຕລິກ ແລະຄອມມິວນິສຈີນ.

ໜັງສືພິມນິວຢອກໄທມສ໌ ກ່າວວ່າ ການໂຈມຕີດັ່ງກ່າວ ໄດຖືກພົບເຫັນໂດຍບໍລິສັດດ້ານຄວາມປອດໄພທາງໄຊເບີ້ຂອງເອກະຊົນ ທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ ແລະເປັນບໍລິສັດຕິດຕາມສິ້ງຊອມເບິ່ງ ທີ່ຊື່ວ່າ Recorded Future, ຊຶ່ງປາກົດວ່າ ເປັນຄັ້ງທຳອິດທີ່ພວກແຮັກເກີ້ຖືກຈັບໄດ້ຢ່າງເປີດເຜີຍໃນຂະນະທີ່ປະຕິບັດການເຈາະເຂົ້າ ວັງວາຕິກັງ ແລະກຸ່ມທີ່ປະກາດຕົນເອງເປັນຕົວແທນຂອງວັງວາຕິກັງ ທີ່ມີຫ້ອງການຕັ້ງຢູ່ໃນຮົງກົງ ຜູ້ທີ່ໄດ້ເຈລະຈາກັບຈີນ ກ່ຽວກັບສະຖານະພາບຂອງສາສະໜາຢູ່ໃນຈີນແຜ່ນດິນໃຫຍ່ນັ້ນ.

ໜັງສືພິມດັ່ງກ່າວ ຍັງເວົ້າອີກວ່າ ພວກນັກຊ່ຽວຊານດ້ານຄວາມປອດໄພທາງໄຊເບີ ຢູ່ ບໍລິສັດ Recorded Future ສັນນິຖານວ່າ ພວກແຮັກເກີ້ ກຳລັງເຮັດວຽກໃຫ້ລັດຖະບານຂອງຈີນ.

ວັງວາຕິກັງ ແລະ ຈີນ ຄາດໝາຍວ່າ ຈະເລີ້ມການເຈລະຈາກັນ ໃນເດືອນກັນຍາ ກ່ຽວກັບການຕໍ່ອາຍຸຂໍ້ຕົກລົງຊົ່ວຄາວ ທີ່ທັງສອງໄດ້ບັນລຸໄວ້ໃນປີ 2018 ທີ່ໄດ້ໃຫ້ພະສັນຕະປາປາ ເປັນຜູ້ຕັດສິນເລືອກເອົາສັງຄະລາດທັງຫຼາຍທີ່ຖືກຄັດເລືອກມາໂດຍພັກຄອມມິວນິສຈີນ ສຳລັບໂບດກາໂຕລິກ ທີ່ທາງການໄດ້ຮັບຮອງເອົານັ້ນ. ໜັງສືພິມໄທມສ໌ຍັງກ່າວຕື່ມວ່າ ເລື້ອງທີ່ເປີດເຜີຍອອກມານັ້ນ ເປັນທີ່ແນ່ນອນວ່າ ຈະເຮັດໃຫ້ວາຕິກັງບໍ່ພໍໃຈ ແລະຈະເຮັດໃຫ້ສາຍສຳພັນຂອງຕົນກັບລັດຖະບານຂອງຈີນ ຫຍຸ້ງຍາກສັບສົນຕື່ມອີກ.

ທັງສອງຝ່າຍ ໄດ້ຕັດສາຍສຳພັນທາງການທູດຢ່າງເປັນທາງການໃນປີ 1951. ວັງວາຕິກັງ ໄດ້ຮັບຮູ້ໄຕ້ຫວັນ ຢ່າງເປັນທາງການ ຊຶ່ງເປັນເກາະທີ່ປົກຄອງຕົນເອງ ໂດຍປັກກິ່ງ ອ້າງວ່າ ເປັນເຂດແດນທີ່ແຕກແຍກອອກໄປດ້ວຍຕົນເອງ ທີ່ເປັນຂອງຕົນແລະຢູ່ພາຍໃຕ້ການຄວບຄຸມຂອງຕົນ. ຖ້າຫາກ ວັງວາຕິກັງ ແລະຈີນ ຟື້ນຟູສາຍສຳພັນທາງການທູດ ບັນດາເຈົ້າເຈົ້າໜ້າທີ່ຂອງຈີນ ແມ່ນແນ່ນອນຈະຮຽກຮ້ອງໃຫ້ສາສະໜາດັ່ງກ່າວ ຕັດສາຍສຳພັນທັງໝົດກັບໄຕ້ຫວັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG