ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີມໄຊເບີ້ ຂອງ ສະຫະລັດ ກໍາລັງດໍາເນີນການໄລ່ລ່າ ຢູ່ ໃນລີທົວເນຍ


ແຟ້ມຮູບ-ການຝຶກຄວາມພ້ອມ ຢູ່ທີ່ປ້ອມ ຈອຣ໌​ຈ ຈີ ມີດ, ລັດເມຣີແລນ, ວັນທີ 27 ກັນຍາ 2021.
ແຟ້ມຮູບ-ການຝຶກຄວາມພ້ອມ ຢູ່ທີ່ປ້ອມ ຈອຣ໌​ຈ ຈີ ມີດ, ລັດເມຣີແລນ, ວັນທີ 27 ກັນຍາ 2021.

ຢ່າງໜ້ອຍ ເປັນຄັ້ງທີສອງໃນປີນີ້, ກອງກໍາລັງທາງໄຊເບີ້ສະຫະລັດ ໄດ້ເຂົ້າ​ໄປຊ່ວຍເຫຼືອພັນທະມິດຢູ່ໃນຂົງເຂດທະເລບາລຕິກ, ເນື່ອງຈາກມີຄວາມກັງວົນກ່ຽວກັບການໂຈມຕີທາງໄຊເບີ້ ທີ່ອາດຈະເກີດຂຶ້ນໄດ້ ຈາກ ຣັດເຊຍ ແລະຝ່າຍກົງ ກັນຂ້າມຈາກປະເທດຕາເວັນຕົກອື່ນໆ.

ກອງບັນຊາການທາງໄຊເບີ້ຂອງສະຫະລັດ, ໃນວັນອັງຄານວານນີ້ ໄດ້ປະກາດກ່ຽວກັບການສິ້ນ​ສຸດ​ການປະຕິບັດການເປັນເວລາຍາວສອງເດືອນ ໃນອັນທີ່ຮ້ອງວ່າ “ການໄລ່ລ່າໃນການປ້ອງກັນ” ໃນລີທົວເນຍ, ພ້ອມດ້ວຍທີມໄຊເບີ້ ຂອງລີທົວເນຍ.

ເປົ້າໝາຍຂອງການດໍາເນີນງານ, ອີງຕາມໂຄສົກ ພ້ອມດ້ວຍກອງກໍາລັງພາລະ ກິດທາງໄຊເບີ້ແຫ່ງຊາດຂອງສະຫະລັດ, ຄືການຊອກຫາກິດຈະກໍາທາງໄຊເບີ້ທີ່ເປັນອັນຕະລາຍ ໃນເຄືອຂ່າຍຂອງກະຊວງພາຍໃນລີທົວເນຍ.

ທັງເຈົ້າໜ້າທີ່ຂອງສະຫະລັດ ແລະ ລີທົວເນຍ ບໍ່ໄດ້​ກ່າວ​ຢ່າງ​ເຈາະ​ຈົງ​ເຖິງລັກ ສະນະທີ່ແທ້ຈິງຂອງການ​ຂົ່ມ​ຂູ, ແຕ່ ໃນປີແລ້ວນີ້ ວີລນຽສ (Vilnius) ຖືກກະ ທົບດ້ວຍການໂຈມຕີ ແບບປະຕິເສດການໃຫ້ບໍລິການຫຼາຍໆຄັ້ງ ຫຼື DDoS, ເຊິ່ງຖືກອ້າງໂດຍ ກຸ່ມລັກເຈາະຂໍ້ມູນຂອງຣັດເຊຍ ຮູ້ໃນຊື່ ຄີລເນັດ (Killnet).

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG