ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກແຮັກເກີ້ ສ້າງ ຄວາມເສຍຫາຍ ຮ້າຍແຮງ ໃຫ້ແກ່ເສຖະກິດ ຂອງສະຫະລັດ (ວີດິໂອ)


ລັດຖະບານສະຫະລັດ ເປີດເຜີຍ ລາຍງານກ່ຽວກັບການໂຈມຕີ ທາງເວັບໄຊ້ ໂດຍພວກເເຮັກເກີ້ຕ່າງປະເທດ ເຊ່ນຈາກປະເທດຈີນ ເປັນຕົ້ນ.
ລັດຖະບານສະຫະລັດ ເປີດເຜີຍ ລາຍງານກ່ຽວກັບການໂຈມຕີ ທາງເວັບໄຊ້ ໂດຍພວກເເຮັກເກີ້ຕ່າງປະເທດ ເຊ່ນຈາກປະເທດຈີນ ເປັນຕົ້ນ.
ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ ກ່າວ​ວ່າ ລາຍ​ງານ​ໃໝ່ສະບັບນຶ່ງ​
ຂອງ​ລັດຖະບານ ​ໄດ້​ກ່າວ​ອອກ​ມາ​ຢ່າງ​ລະອຽດ ​ເຖິງ​ໄພ​ຂົ່ມຂູ່​
ຕໍ່​ເສດຖະກິດ​ຂອງ​ປະ​ເທດ ຈາກ​ພວກ​ແຮັກ​ເກີ້ ຫລືພວກ​ລອບ
ເຂົ້າ​ເວັບ​ໄຊ້​ນັ້ນ ​ໂດຍ​ທີ່​ມີຈີນ​ເປັນ​ປະ​ເທດ​ນໍາໜ້າ​ຢ່າງ​ແຈ້ງ​ຂາວ
ປະ​ເທດ​ນຶ່ງ ​ໃນ​ການ​ໂຈມ​ຕີ​ທາງອິນ​ເຕີ​ແນັດ​ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ໄດ້​ເປີດ​ເຜີຍ ລາຍ​ງານ​ລັບ​ທີ່​ຊື່ວ່າ the National Intelligence Estimate ​ໃຫ້​ສື່​ມວນ​ຊົນ​ສະຫະລັດ​ຊາບ ​ໂຮມ​ທັງ​ໜັງສືພິມ Washington Post ທີ່​ລາຍ​ງານ​ຂ່າວ​ ໃນ​ແລງ​ວັນ​ອາທິດ​ວານ​ນີ້​ວ່າ ພວກ​ແຮັກ​ເກີ້​ໄດ້​ລັກລອບ​ເຂົ້າ​ໄປ​ເວັບ​ໄຊ້ຂອງ​ພາກສ່ວນ ພະລັງງານ ການ​ເງິນ ​ເທັກ​ໂນ​ໂລ​ຈີ​ດ້ານ​ຂໍ້​ມູນ ການບິນ​ອາ​ວະ​ກາດ ​ແລະ​ພາກສ່ວນ​ລົດ​ໂອ​ໂຕ​ ນໍາ.

ການ​ຕີ​ລາຄາ​ບາງ​ອັນ​ປະ​ເມີນ​ວ່າ ພວກ​ແຮັກ​ເກີ້ໄດ້​ສ້າງ​ຄວາມ​ເສຍ​ຫາຍ ຫລາຍ​ສິບ​ພັນ​ລ້ານ​
ໂດ​ລ່າ ​ໃຫ້​ແກ່​ເສດຖະກິດ​ຂອງ​ສະຫະລັດ​ໃນ​ແຕ່ລະ​ປີ. ​ແຕ່​ວ່າ​ ​ໂຕ​ເລກ​ທີ່​ແນ່ນອນ​ນັ້ນ​ບໍ່​ຮູ້ໄດ້
ຍ້ອນ​ວ່າບາງ​ບໍລິສັດ​ກໍ​ບໍ່​ເຕັມ​ໃຈ ​ທີ່​ຈະລາ​ຍງານ​ໃຫ້​ຊາບວ່າ ​ເວັບ​ໄຊ້ຂອງ​ຕົນ​ຖືກ​ພວກ​ແຮັກ​ເກີ້​ເຂົ້າ​ໄປ​ທໍາລາຍ.

ທໍານຽບຂາວ​ກໍາລັງ​ພິຈາລະນາ​ວ່າ ຄວນ​ຈະ​ຕອບ​ໂຕ້​ແນວ​ໃດຕໍ່​ບັນຫາ​ນີ້ ຊຶ່ງ​ທາງ​ເລືອກ​ຕ່າງໆ​ແມ່ນ​ມີ​ໂຮມ​ທັງ ການ​ເອົາ​ມາດ​ຕະການ​ທາງ​ການ ຄ້າ ​ແລະ​ຈໍາກັດວິ​ຊ່າ​ເຂົ້າປະ​ເທດ. ໜັງສືພິມ
​ວໍ​ຊິງ​ຕັນ​ໂພສ ກ່າວ​ວ່າ ​ເປັນ​ທີ່​ຄາດ​ກັນ​ວ່າ ປະທານາທິບໍດີ​ ບາຣັກ ​ໂອ​ບາ​ມາ ຈະ​ອອກ​ດໍາລັດ​ປະທານາທິບໍດີ ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ cyber ຫລື​ທາງ​ຄອມ​ພິວ​ເຕີ້ ​ໃນ​ອາທິດ​ນີ້ ທີ່​ແນ​ໃສ່​ເພື່ອ​ຊ່ວຍ​ພາກສ່ວນ​ເອກະ​ຊົນ ປ້ອງ​ກັນ​ເວັບ​ໄຊ້ຂອງເຂົາ​ເຈົ້າ​ໄວ້ ຈາກ​ພວກແຮັກ​ເກີ້.

ພວກແຮັກເກີ້ຈີນ ໂຈມຕີເວັບໄຊ້ ຂອງນສພ ນິວຢອກ ທາຍມ໌:

Chinese Hackers Target NY Times Website
please wait

No media source currently available

0:00 0:02:30 0:00
ລິງໂດຍກົງ
XS
SM
MD
LG