ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງກຳລັງທາງ ໄຊເບີ ຂອງ ສະຫະລັດ ອອກຕາມລ່າ ບັນຫາການເລືອກຕັ້ງ


ຕູ້ລົງຄະແນນສຽງຢູ່ສູນວາງສະແດງ ເຄັກທັກກີ ເພື່ອໃຫ້ຜູ້ລົງຄະແນນສຽງປ່ອນບດຂອງເຂົາເຈົ້າ ໃນການເລືອກຕັ້ງຂັ້ນຕົ້ນລັດ ເຄັນທັກກີ, ນະຄອນ ຫລຸຍວິລ, ລັດ ເຄັນທັກກີ. 23 ມິຖຸນາ, 2020.
ຕູ້ລົງຄະແນນສຽງຢູ່ສູນວາງສະແດງ ເຄັກທັກກີ ເພື່ອໃຫ້ຜູ້ລົງຄະແນນສຽງປ່ອນບດຂອງເຂົາເຈົ້າ ໃນການເລືອກຕັ້ງຂັ້ນຕົ້ນລັດ ເຄັນທັກກີ, ນະຄອນ ຫລຸຍວິລ, ລັດ ເຄັນທັກກີ. 23 ມິຖຸນາ, 2020.

ກອງກຳລັງ ສະຫະລັດ ແມ່ນກຳລັງໃຊ້ວິທີການທີ່ຮຸນແຮງໃນທາງອິນເຕີແນັດ ກ່ອນການເລືອກຕັ້ງປະທານາທິບໍດີໃນເດືອນພະຈິກນີ້, ທີ່ເພັ່ງເລັງໃສ່ການກຳຈັດໄພຂົ່ມຂູ່ຈາກຕ່າງປະເທດ ແລະ ຜູ້ດຳເນີນການອື່ນໆ ກ່ອນທີ່ພວກເຂົາຈະມີໂອກາດກໍ່ກວນການລົງຄະແນນສຽງ ຫຼື ລະບົບສຳຄັນອື່ນໆທີ່ກ່ຽວຂ້ອງກັບການ ເລືອກຕັ້ງ.

ນາຍພົນ ພອລ ນາຄາຊອນເນ, ຫົວໜ້າສູນກາງກອງບັນຊາການ ສະຫະລັດ ແລະ ທີ່ປຶກສາອາວຸ ໂສທ່ານ ໄມເກິລ ໂຊລເມເຢີ ໄດ້ກ່າວໃນບົດຄວາມນຶ່ງ ທີ່ຖືກຕີພິມໃນວາລະສານກິດຈະການຕ່າງປະເທດຫຼື Foreign Affairs ໃນ ວັນອັງຄານວານນີ້ວ່າ “ກອງບັນຊາການທາງ ໄຊເບີ ຕ້ອງເຮັດວຽກຫຼາຍກວ່າ ການກະກຽມສຳລັບວິກິດການໃນອະນາຄົດ. ມັນຕ້ອງແຂ່ງຂັບກັບພວກສັດຕູໃນທຸກມື້ນີ້ໃຫ້ໄດ້.”

ແຜນຍຸດທະສາດດັ່ງກ່າວ, ເຊິ່ງຖືກອະທິບາຍໂດຍບັນດາເຈົ້າໜ້າທີ່ລະດັບສູງຢູ່ທີ່ກອງບັນຊາການທາງ ໄຊເບີ ສະຫະລັດ ນັ້ນວ່າ “ການຕາມລ່າໄປໜ້າ,” ທີ່ສະທ້ອນເຖິງຄວາມຕ້ອງການທີ່ເພີ່ມຂຶ້ນຂອງກອງທັບ ເພື່ອຫັນໜີຈາກສິ່ງທີ່ເຂົາເຈົ້າອະທິບາຍວ່າ ເປັນ “ທ່າທີ ທີ່ສາມາດຕອບໂຕ້ ແລະ ປ້ອງກັນໄດ້,” ແລະ ການປະເຊີນໜ້າທີ່ປະກອບມີໄພຂົ່ມຂູ່ມໂດຍກົງ.

ເຈົ້າໜ້າທີ່ດັ່ງກ່າວໄດ້ຂຽນ, ໂດຍອະທິບາຍເຖິງແຜນການສຳລັບສາທາລະນະດ້ວຍການເລືອກຕັ້ງປະທານາທິບໍດີແມ່ນຈະຖືກຈັດຂຶ້ນບໍ່ເຖິງ 3 ເດືອນ ຫ່າງອອກໄປວ່າ “ກອງກຳລັງ ສະຫະລັດ ຕ້ອງແຂ່ງຂັນກັບພວກສັດຕູທີ່ມັນຈະເກີດຂຶ້ນອີກຄັ້ງນຶ່ງ. ເຮັດໃຫ້ການດຳເນີນການຕາມເປົ້າໝາຍຂອງພວກເຂົາໃນໄລຍະຕໍ່ໄປມີຄວາມຫຍຸ້ງຍາກຂຶ້ນກວ່າເກົ່າ. ນອກຈາກນັ້ນ, ການປະຕິບັດການຜົນກະທົບທາງໄຊເບີ ຈະອະນຸຍາດໃຫ້ກອງບັນຊາການທາງໄຊເບີ ທຳລາຍ ແລະ ຫຼຸດຄວາມສາມາດຂອງສັດຕູຂອງພວກເຮົາໃຊ້ເພື່ອທຳການໂຈມຕີ.”

ທ່ານ ນາຄາຊອນເນ ແລະ ທ່ານ ໂຊລເມເຢີ ເວົ້າວ່າ ວິທີການທີ່ຮຸນແຮງກວ່າເກົ່າ ເພື່ອປົກປ້ອງການເລືອກຕັ້ງ ສະຫະລັດ ທີ່ໃກ້ຈະມາເຖິງນັ້ນໄດ້ເລີ່ມຂຶ້ນ ສ່ວນນຶ່ງ ໃນເດືອນຕຸລາປີ 2019, ຫຼັງຈາກທີມນຶ່ງຈາກກອງບັນຊາການທາງ ໄຊເບີ ໄດ້ເດີນທາງໄປນະຄອນຫຼວງ ພອດໂກຣີກາ ຂອງປະເທດ ມອນເຕເນ-ໂກຣ, ເພື່ອສືບສວນຄວາມພະຍາຍາມ, ທີ່ອາດເປັນສີມືຂອງ ຣັດເຊຍ, ເພື່ອ ແຊກຊຶມເຂົ້າໄປໃນເຄືອຂ່າຍຕ່າງໆຂອງປະເທດ.

ພວກທ່ານໄດ້ກ່າວໃນບົດຄວາມນັ້ນວ່າ ໃນຂະບວນການດັ່ງກ່າວ, ທີມກອງບັນຊາການທາງໄຊເບີນັ້ນ “ໄດ້ເຫັນໂອກາດທີ່ຈະພັດທະນາການປ້ອງກັນທາງອິນເຕີແນັດ ຂອງປະຊາຊົນ ອາເມຣິກັນ ກ່ອນການເລືອກຕັ້ງປີ 2020.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG