ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະຕັດຈຳນວນທະຫານ ໃນ ອັຟການິສຖານ ແລະ ອີຣັກ ລົງໃນເດືອນມັງກອນ


ທະຫານ ສະຫະລັດ ອອກລາດຕະເວນ ຢູ່ຖານທັບບົກແຫ່ງຊາດ ອັຟການິສຖານ, ແຂວງ ໂລກາ, ອັຟການິສຖານ. 7 ສິງຫາ, 2018.
ທະຫານ ສະຫະລັດ ອອກລາດຕະເວນ ຢູ່ຖານທັບບົກແຫ່ງຊາດ ອັຟການິສຖານ, ແຂວງ ໂລກາ, ອັຟການິສຖານ. 7 ສິງຫາ, 2018.

ທຳນຽບຫ້າແຈ ຈະນຳເອົາບັນດາສະມາຊິກທະຫານ ອາເມຣິກັນ ກັບບ້ານຫຼາຍຂຶ້ນໃນບໍ່ເທົ່າໃດອາ ທິດຈະມາເຖິງນີ້, ລຸນຫຼັງຄຳສັ່ງຂອງປະທານາທິບໍດີ ດໍໂນລ ທຣຳ ໃຫ້ຖອນທະຫານປະມານ 2,000 ຄົນອອກຈາກ ອັຟການິສຖານ ແລະ 500 ຄົນອອກຈາກ ອີຣັກ ກ່ອນການສາບານຕົວເຂົ້າຮັບຕຳແໜ່ງຂອງປະທານາທິບໍດີ ສະຫະລັດ ຄົນຕໍ່ໄປ.

ລັດຖະມົນຕີວ່າການກະຊວງປ້ອງກັນປະເທດທ່ານ ຄຣິສ ມິລເລີ ໄດ້ກ່າວຕໍ່ບັນ ດານັກຂ່າວຢູ່ທຳ ນຽບຫ້າແຈ ໃນວັນອັງຄານວານນີ້ວ່າ “ພາຍໃນວັນທີ 15 ມັງ ກອນ, ຂະໜາດກອງກຳລັງຂອງພວກເຮົາໃນ ອັຟການິສຖານ ຈະເປັນ 2,500 ຄົນ. ຂະໜາດກອງກຳລັງຂອງພວກເຮົາໃນ ອີຣັກ ກໍຈະເປັນ 2,500 ຄົນເຊັ່ນກັນໃນວັນດຽວກັນນັ້ນ.”

ທ່ານ ມິລເລີ ໄດ້ກ່າວວ່າ ການຫຼຸດຈຳນວນກອງທະຫານບໍ່ໄດ້ “ປຽບທຽບກັບການປ່ຽນແປງໃນນະ ໂຍບາຍ ຫຼື ເປົ້າໝາຍຂອງ ສະຫະລັດ” ໃນສົງຄາມຕໍ່ຕ້ານລັດທິກໍ່ການຮ້າຍໃນທົ່ວໂລກ ແລະ ຈະຖືກດຳເນີນຂຶ້ນໃນວິທີທີ່ມັນຈະປົກປ້ອງກອງທະຫານ, ນັກການທູດ, ບັນດາເຈົ້າໜ້າທີ່ສືບລັບ ແລະ ພັນທະມິດຂອງ ສະຫະລັດ. ທ່ານບໍ່ໄດ້ຕອບຄຳຖາມໃດໆຫຼັງຈາກການຖະແຫຼງຂອງທ່ານ.

ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ທ່ານ ໂຣເບີດ ໂອບຣາຍເອັນ ໄດ້ກຳ ນົດແຜນການທີ່ຄ້າຍຄືກັນໃນເດືອນຕຸລາທີ່ຜ່ານມາ, ເຊິ່ງທຳນຽບຫ້າແຈບໍ່ໄດ້ຢືນຢັນໃນເວລານັ້ນ.

ທ່ານ ມິລເລີ ໄດ້ກ່າວວ່າທ່ານໄດ້ລົມກັບບັນດາຜູ້ນຳຄົນສຳຄັນຫຼາຍຄົນໃນຕອນເຊົ້າວັນອັງຄານວານນີ້ ເພື່ອໃຫ້ຂໍ້ມູນໃໝ່ຕໍ່ເຂົາເຈົ້າ ກ່ຽວກັບ ແຜນການຂອງ ສະຫະລັດ, ເຊິ່ງລວມມີບັນດາຜູ້ນຳຂອງລັດຖະສະພາ, ເລຂາທິການໃຫຍ່ອົງການ NATO ທ່ານ ເຈັນສ໌ ສໂຕລເທັນເບີກ ແລະ ປະທາ ນາທິບໍດີ ອັຟກາ-ນິສຖານ ທ່ານ ອາສຣາຟ ການີ.

ທ່ານ ມິລເລີ ໄດ້ກ່າວວ່າ “ປະທານາທິບໍດີ ການີ ໄດ້ເນັ້ນຢໍ້າຄວາມສຳຄັນຂອງກອງກຳລັງຂອງພວກເຮົາ, ເຊິ່ງທີ່ໄດ້ກ່າວຢໍ້າວ່າ ມັນໄດ້ມີຄວາມສຳຄັນກວ່າຂະໜາດຂອງມັນຕະຫຼອດມາ. ພວກເຮົາຈະສືບຕໍ່ຢືນຄຽງຂ້າງກັບທ່ານ ໃນຂະນະທີ່ລັດຖະບານຂອງທ່ານເຮັດວຽກໃນການແກ້ໄຂບັນຫາເພື່ອສັນຕິພາບທີ່ໄດ້ມີການເຈລະຈາກັນ.”

ອົງການ NATO ໃນເວລານີ້ ມີກຳລັງທະຫານ ໃນ ອັຟການິສຖານ ຫຼາຍກວ່າ ສະຫະລັດ, ແລະ ບັນດາເຈົ້າໜ້າທີ່ກອງທັບໄດ້ກ່າວວ່າ ທຳນຽບຫ້າແຈ ໄດ້ຮຽກຮ້ອງໃຫ້ເຂົາເຈົ້າຮັກສາຕົວເລກຂອງເຂົາເຈົ້າໃນປະເທດດັ່ງກ່າວ ເຖິງແມ່ນປະທານາທິບໍດີ ທຣຳ ໄດ້ຫຼຸດລະດັບກອງທະຫານລົງກໍຕາມ.

ກອງກຳລັງ ສະຫະລັດ ໄດ້ໂຄ່ນລົ້ມ ພວກຕາລີບານ ອັຟການິສຖານ ໃນປີ 2011 ລຸນຫຼັງການບຸກ ລຸກທີ່ໄດ້ຮັບການສະໜັບສະໜູນຈາກສາທາລະນະຊົນ ຍ້ອນການໂຈມຕີກໍ່ການຮ້າຍວັນທີ 11 ກັນ ຍາ ທີ່ດຳເນີນໂດຍກຸ່ມ ອາລ-ໄກດາ, ເຊິ່ງຜູ້ນຳ ຂອງພວກເຂົາໄດ້ພັກພາອາໄສຢູຸ່ໃນ ອັຟການິສຖານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG