ສະຫະລັດໄດ້ລຶບຊື່ເທີກີ ອອກຈາກໂຄງການຊື້ເຮືອບິນລົບ F-35 ທີ່ເຣດ້າຈັບບໍ່ໄດ້ຢ່າງ
ເປັນທາງການ ຫຼັງຈາກອັງກາຣາໄດ້ຮັບເອົາລະບົບປ້ອງກັນລູກສອນໄຟ S-400 ຂອງ
ຣັດເຊຍ.
ທຳນຽບຂາວກ່າວຢູ່ໃນຖະແຫຼງການໃນວັນພຸດວານນີ້ວ່າ “ບໍ່ເປັນຈັ່ງໂຊກ ການຕັດສິນ
ໃຈຂອງເທີກີທີ່ຈະຊື້ລະບົບປ້ອງກັນທາງອາກາດ S-400 ຂອງຣັດເຊຍ ນັ້ນ ມັນໄດ້ສະ
ແດງໃຫ້ເຫັນເຖິງການພົວພັນກັບເຮືອບິນລົບ F-35 ທີ່ເປັນໄປບໍ່ໄດ້. ເຮືອບິນ F-35 ບໍ່
ສາມາດທີ່ຈະຢູ່ຮ່ວມກັນ ກັບການເກັບກຳຂໍ້ມູນລັບຂອງຣັດເຊຍ ທີ່ຈະນຳໃຊ້ເພື່ອຮຽນ
ຮູ້ກ່ຽວກັບສະມັດຕະພາບຂອງຄວາມກ້າວໜ້າ.”
ພວກເຈົ້າໜ້າທີ່ສະຫະລັດເຊື່ອວ່າ ກຸ່ມພັນລະມິດ NATO ການຕັດສິນໃຈຂອງເທີກີ ຊຶ່ງ
ເປັນສະມາຊິກຂອງກຸ່ມພັນທະມິດ NATO ທີ່ຈະໃຊ້ເທັກໂນໂລຈີເຣດ້າທັນສະໄໝຂອງ
ຣັດເຊຍນັ້ນ ອາດຈະສ່ຽງຕໍ່ການມີຜົນກະທົບໃນທາງລົບຕໍ່ລະບົບປ້ອງກັນທາງທະຫານ
ຂອງພັນທະມິດຢູ່ໃນປະເທດດັ່ງກ່າວ. ລະບົບລູກສອນໄຟ S-400 ອາດໃຊ້ໂຈມຕີເຮືອ
ບິນລົບຂອງອົງການ NATO ໃນເທີກີຮວມທັງເຮືອບິນລົບ F-35 ທີ່ສ້າງຢູ່ໃນສະຫະລັດ
ຊຶ່ງເປັນເຮືອບິນລົບ ທີ່ເຣດາຈັບບໍ່ໄດ້ຮຸ້ນຫຼ້າສຸດຂອງອົງການ NATO.
ຮອງລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ຮັບຜິດຊອບກ່ຽວກັບການຈັດຊື້
ແລະການບຳລຸງຮັກສາ ທ່ານນາງແອລເລນ ຫລອດ ກ່າວຕໍ່ບັນດານັກຂ່າວ ຢູ່ທຳນຽບ
ຫ້າແຈໃນວັນພຸດວານນີ້ວ່າ ສະຫະລັດ ແລະບັນດາພາຄີທີ່ສ້າງເຮືອບິນລົບ F-35 ອື່ນໆ
ນັ້ນ “ແມ່ນເຫັນພ້ອມນຳກັນ” ໃນການຕັດສິນໃຈເພື່ອຈະໂຈະ ແລະເລີ້ມລຶບຊື່ເທີກີອອກ
ຈາກໂຄງການຢ່າງເປັນທາງການ.
ທ່ານນາງກ່າວວ່າ “ຄວາມເຂັ້ມແຂງສ່ວນໃຫຍ່ຂອງເຮືອບິນລົບ F-35 ແມ່ນຢູ່ທີ່ຄວາມ
ສາມາດໃນການທີ່ເຣດ້າຈັບບໍ່ໄດ້ ເພາະສະນັ້ນຄວາມສາມາດຂອງລະບົບ ລູກສອກໄຟ
S-400 ທີ່ຈະຈັບສະມັດຕະພາບເຫລົ່ານັ້ນໄດ້ ຈະສ້າງຄວາມເສຍຫາຍທາງດ້ານຄວາມ
ໝັ້ນຄົງໃນໄລຍະຍາວຕໍ່ໂຄງການເຮືອບິນລົບ F-35.”
ທ່ານນາງຫລອດ ກ່າວວ່າ ບັນດາບໍລິສັດເທີກີ ໄດ້ຜະລິດເຄື່ອງອາໄຫຼ່ຫຼາຍກວ່າ 900 ຊິ້ນ
ສ່ວນ ໃຫ້ແກ່ເຮືອບິນລົບ F-35 ແລະມີກຳນົດ ທີ່ຈະສູນເສຍລາຍໄດ້ຫຼາຍກວ່າ 9 ພັນ
ລ້ານໂດລາໃນໃນໂຄງການດັ່ງກ່າວ ຮວມທັງ 1 ພັນລ້ານໂດລາ ໃນຄວາມໝັ້ນໝາຍໃນ
ປັດຈຸບັນ. ທ່ານນາງກ່າວເພີ້ມອີກວ່າ ສະຫະລັດໄດ້ໃຊ້ຈ່າຍລະຫວ່າງເງິນ 500 ຫາ 600
ລ້ານ ເພື່ອຍ້າຍຕ່ອງໂສ້ໃນການຜະລິດ ອອກຈາກເທີກີ.
ການຝຶກແອບບັນດານັກບິນ ແລະພວກສ້ອມແປງເຮືອບິນເທີກີທັງໝົດ ໃນໂຄງການເຮືອ
ບິນລົບ F-35 ມີແຜນທີ່ຈະເດີນທາງອອກຈາກສະຫະລັດພາຍໃນວັນທີ 31 ກໍລະກົດຈະ
ມາເຖິງນີ້ ອີງຕາມທຳນຽບຫ້າແຈ. ການພົວພັນຂອງເທີກີຢູ່ໃນໂຄງການຈະຄ່ອຍໆ “ຢຸດ
ເຊົາລົງ” ຈົນຮອດທ້າຍເດືອນກຸມພາ ປີ 2020 ອີງຄຳເວົ້າຂອງທ່ານນາງຫລອດທີ່ໄດ້
ກ່າວໄວ້.
ຢູ່ໃນຖະແຫຼງການທີ່ອອກເຜີຍແຜ່ໃນຕອນແລງວັນພຸດວານນີ້ ລັດຖະມົນຕີຕ່າງປະເທດ
ເທີກີຮ້ອງການຕັດສິນໃຈ ທີ່ບໍ່ຮວມຈາກໂຄງການ F-35 ວ່າເປັນເລື້ອງຜິດພາດ ທີ່ີ່ປ່ອຍ
ໜີຈາກຄວາມເປັນຫ່ວງຂອງທຳນຽບຫ້າແຈ.