ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຕັດທຶນ ແກ່ ອົງການ ຂອງ ສປຊ ທີ່ຊ່ອຍເຫຼືອ ພວກອົບພະຍົບ ປາແລສໄຕນ໌


ຊາວປາແລສໄຕນ໌ ໄດ້ຮັບການຊ່ອຍເຫຼືອດ້ານອາຫານ ຢູ່ທີ່ສາງ ຂອງສະຫະປະຊາຊາດ ໃນສູນອົບພະຍົບ, ເມືອງກາຊາ, ວັນທີ 14 ມັງກອນ 2018.
ຊາວປາແລສໄຕນ໌ ໄດ້ຮັບການຊ່ອຍເຫຼືອດ້ານອາຫານ ຢູ່ທີ່ສາງ ຂອງສະຫະປະຊາຊາດ ໃນສູນອົບພະຍົບ, ເມືອງກາຊາ, ວັນທີ 14 ມັງກອນ 2018.

ລັດຖະບານ ທ່ານທຣຳ ໄດ້ຕັດເງິນຊ່ອຍເຫຼືອ ໃຫ້ແກ່ອົງການສະຫະປະຊາຊາດ ທີ່ນຳ
ໄປຊ່ອຍ ຊາວປາແລສໄຕນ໌ ອົບພະຍົບ ໂດຍເອີ້ນອົງການນີ້ວ່າ ມີ “ຂໍ້ບົກພ່ອງທີ່ບໍ່ສາ
ມາດກອບກູ້ໄດ້.”

ກະຊວງການຕ່າງປະເທດ ສະຫະລັດ ໄດ້ຍຸຕິການສະໜັບສະໜຸນ ທີ່ມີມາເປັນເວລາ
ຫຼາຍທົດສະວັດ ແກ່ອົງການດັ່ງກ່າວ ໃນວັນສຸກວານນີ້ ໂດຍກ່າວວ່າ “ຄະນະລັດ
ຖະບານນີ້ ໄດ້ທົບທວນຄືນ ບັນຫາຢ່າງຮອບຄອບ ແລະໄດ້ສະລຸບວ່າ ສະຫະລັດ
ຈະບໍ່ປະກອບສ່ວນຕື່ມອີກ ຕໍ່ ອົງການບັນເທົາທຸກ ແລະຈັດຫາວຽກ ຂອງ ສະຫະ
ປະຊາຊາດ ຫຼື UNRWA.”

ທ່ານ ຄຣິສ ກັນເນັສ ໂຄສົກຂອງ UNRWA ໄດ້ກ່າວວ່າ ອົງການຂອງທ່ານ ຂໍປະຕິເສດ
“ຢ່າງແຂງຂັນ ຕໍ່ການຕິຕຽນທີ່ວ່າ ໂຮງຮຽນ ສູນກາງການແພດ ແລະ ໂຄງການຊ່ອຍ
ເຫຼືອສຸກເສີນ ທັງຫຼາຍຂອງ UNRWA ນັ້ນ ມີ 'ຂໍ້ບົກ ພ່ອງທີ່ບໍ່ສາມາດກອບກູ້ໄດ້'”
.
ທ່ານໄດ້ກ່າວອີກວ່າ ທະນາຄານໂລກ ໄດ້ບັນລະຍາຍວ່າ ກິດຈະການຕ່າງໆ ຂອງ
UNRWA ຖືວ່າ “ມີຜົນດີຕໍ່ສາທາລະນະຊົນຂອງໂລກ” ແລະ “ຍອມຮັບຮູ້ພວກເຮົາ
ກ່ຽວກັບການບໍລິຫານງານລະບົບການສຶກສາທີ່ມີປະສິດທິພາບຫຼາຍທີ່ສຸດອັນນຶ່ງ
ຢູ່ໃນຂົງເຂດ ເຊິ່ງພວກນັກຮຽນຂອງຕົນ ແມ່ນໄດ້ຄະແນນດີກວ່າ ພວກນັກຮຽນ
ຈາກໂຮງຮຽນຫລວງ ຢູ່ເປັນປະຈຳ.”

ພວກເດັກນັກຮຽນຍິງ ຊາວປາແລັສໄຕນ໌ ນັ່ງຢູ່ໃນຫ້ອງຮຽນ ຢູ່່ທີ່ໂຮງຮຽນ ທີ່ດຳເນີນການໂດຍ ອົງການ UNRWA ໃນມື້ທຳອິນຂອງສົກປີການຮຽນໃໝ່, ໃນເມືອງ ກາຊາ, ວັນທີ 29 ສິງຫາ 2018.
ພວກເດັກນັກຮຽນຍິງ ຊາວປາແລັສໄຕນ໌ ນັ່ງຢູ່ໃນຫ້ອງຮຽນ ຢູ່່ທີ່ໂຮງຮຽນ ທີ່ດຳເນີນການໂດຍ ອົງການ UNRWA ໃນມື້ທຳອິນຂອງສົກປີການຮຽນໃໝ່, ໃນເມືອງ ກາຊາ, ວັນທີ 29 ສິງຫາ 2018.

ທ່ານກັນເນັສ ໄດ້ກ່າວຕໍ່ວ່າ “ພວກເຮົາ ຮູ້ບຸນຄຸນຢ່າງຍິ່ງ ຕໍ່ຄວາມເປັນເອກກະພາບ
ຢ່າງກວ້າງຂວາງ ທີ່ວ່າ ສະຖານະການ ທີ່ບໍ່ເຄີຍມີມາກອນຂອງພວກເຮົາ ທີ່ໄດ້ເກີດ
ຂຶ້ນນັ້ນ ແລະຄວາມເອື້ອເຟື້ອເພື່ອແພ່ຂອງຜູ້ໃຫ້ທຶນຫຼາຍໆປະເທດ ທີ່ໄດ້ອະນຸຍາດ
ໃຫ້ພວກເຮົາ ເປີດໂຮງຮຽນປະຈຳປີ ຕາມກຳນົດເວລາ ໃຫ້ແກ່ພວກເດັກຍິງ ແລະ
ຊາຍ ຈຳນວນ 526,000 ຄົນ ໃນສັບປະດານີ້ເອງ.”

ໂຄສົງຂອງ ທ່ານແອນໂຕນີໂອ ກູແຕເຣັສ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ
ໄດ້ກ່າວວ່າ ອົງການນີ້ ພູມໃຈນຳ “ຄວາມເຊື່ອໝັ້ນຢ່າງຄົບຖ້ວນ” ຂອງເລຂາທິການ
ໃຫຍ່ ແລະວ່າ ປະທານໃຫຍ່ຄະນະກຳມາທິການ ທ່ານ ປີແອຣ ຄຣາເຫນບູລ, ຫົວໜ້າ
ຂອງອົງການ UNRWA “ໄດ້ນຳພາຢ່າງຮີບດ່ວນ ດ້ວຍນະວັດຕະກຳໃໝ່ໆ ແລະ
ຄວາມພະຍາຍາມຢ່າງບໍ່ອິດເມື່ອຍ ເພື່ອເອົາຊະ ນະວິກິດການດ້ານການເງິນທີ່ບໍ່ໄດ້
ຄາດຄິດ ທີ່ອົງການ UNRWA ໄດ້ປະເຊີນ ໃນປີນີ້.”

ໂຄສົກກະຊວງການຕ່າງປະເທດ ທ່ານນາງ ແຮເຕີຣ ນາວເອີຕ ໄດ້ກ່າວວ່າ “ການຂະ
ຫຍາຍອອກຂອງຊຸມຊົນ ຢ່າງບໍ່ສິ້ນສຸດ ແລະເພີ້ມຂຶ້ນຫຼາຍທົບ ທີ່ມີສິດຈະໄດ້ຮັບ
ຜົນປະໂຫຍດ ນັ້ນ ແມ່ນວ່າ ແທ້ຈິງແລ້ວ ບໍ່ສາມາດຄ້ຳຊູໄວ້ໄດ້ ແລະ ມັນໄດ້ຕົກຢູ່
ໃນພາວະວິກິດ ມາໄດ້ຫຼາຍປີແລ້ວ.”

ອົງການ UNRWA ສະໜອງ ການຮັກສາສຸຂະພາບ ການສຶກສາ ແລະ ການບໍລິການ
ດ້ານສັງຄົມ ແກ່ພວກຊາວປາແລສໄຕນ໌ ຢູ່ໃນເຂດຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່ນ້ຳຈໍ​ແດັນ
ຫຼື West Bank, ເຂດກາຊາ, ໃນ ຈໍແດນ ຊີເຣຍ ແລະ ເລບານອນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG