ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການພາສີ ສຫລ ຍຶດຖົງມືການແພດ ຂອງບໍລິສັດມາເລເຊຍ ຫລັງຈາກພົບວ່າ ມີການໃຊ້ແຮງງານແບບບັງຄັບ


ກໍາມະກອນຄົນນຶ່ງກວດເບິ່ງຖົງມືແບບໃຊ້ເທື່ອດຽວແລ້ວຖິ້ມ ຢູ່ໂຮງງານຂອງບໍລິສັດ Top Glove ໃນເມືອງ Shah Alam ຢູ່ນອກນະຄອນຫລວງກົວລາລໍາເປີຂອງມາເລເຊຍ
ກໍາມະກອນຄົນນຶ່ງກວດເບິ່ງຖົງມືແບບໃຊ້ເທື່ອດຽວແລ້ວຖິ້ມ ຢູ່ໂຮງງານຂອງບໍລິສັດ Top Glove ໃນເມືອງ Shah Alam ຢູ່ນອກນະຄອນຫລວງກົວລາລໍາເປີຂອງມາເລເຊຍ

ອົງການພາສີ ແລະປ້ອງກັນຊາຍແດນຂອງສະຫະລັດ ຫລື CBP ໄດ້ຍຶດຖົງ ມືຢາງສັງເຄາະທີ່ໃຊ້ເທື່ອດຽວແລ້ວຖິ້ມ ຈຳນວນ 3 ລ້ານ 970 ພັນຄູ່ ທີ່ມີມູນຄ່າປະມານ 518,000 ໂດລາ ຈາກບໍລິສັດທອບກລອບ (Top Glove) ຂອງມາເລເຊຍ ຊຶ່ງຫ້ອງການນັ້ນເວົ້າໃນວັນພຸດມື້ນີ້ວ່າ ມີການສໍ່ສະແດງໃຫ້ເຫັນວ່າມັນຜະລິດດ້ວຍແຮງງານ ທີ່ຖືກບັງຄັບ, ອີງຕາມການລາຍງານຂອງອົງການຂ່າວ ຣອຍເຕີສ໌.

ອົງການ CBP ໃນວັນທີ 29 ມີນາ ໄດ້ລະບຸອອກມາວ່າ ໄດ້ພົບການໃຊ້ແຮງງານແບບຖືກບັງຄັບ ໂດຍອີງໃສ່ຫຼັກຖານຂອງຕົວຊີ້ວັດແຮງງານທີ່ຖືກບັງຄັບຫຼາຍອັນ ຢູ່ໃນຂັ້ນຕອນການຜະລິດຖົງມືທາງການແພດທີ່ໃຫຍ່ທີ່ສຸດຂອງໂລກແຫ່ງນັ້ນ.

ໃນເບື້ອງຕົ້ນອົງການນີ້ ໄດ້ຫ້າມຜະລິດຕະພັນຈາກສອງບໍລິສັດສາຂາຂອງ Top Glove ໃນເດືອນກໍລະກົດປີກາຍນີ້ ແຕ່ກໍໄດ້ຂະຫຍາຍການເກືອດຫ້າມຕໍ່ຜະລິດ ຕະພັນທັງໝົດຂອງບໍລິສັດ ທີ່ຜະລິດຢູ່ປະເທດມາເລເຊຍໃນເດືອນມີນາຜ່ານມາ.

ຕົວຊີ້ວັດດັ່ງກ່າວລວມມີການຜູກມັດໃຫ້ເຮັດວຽກເພື່ອໃຊ້ໜີ້, ການເຮັດວຽກລ່ວງເວລາຫລາຍເກີນໄປ, ມີສະພາບການເຮັດວຽກ ແລະຊີວິດການເປັນຢູ່ທີ່ຖືກຂົ່ມເຫັງ, ແລະການກັກເອກະສານປະຈໍາຕົວໄວ້, ອີງຕາມການກ່າວຂອງອົງການ CBP ຢູ່ໃນຖະແຫຼງການສະບັບນຶ່ງ.

ຈາກນັ້ນ ອົງການດັ່ງກ່າວໄດ້ຊີ້ນຳພະນັກງານຢູ່ດ່ານເຂົ້າສະຫະລັດທຸກບ່ອນໃຫ້ເລີ່ມຕົ້ນຍຶດຖົງມືທີ່ໃຊ້ເທື່ອດຽວແລ້ວຖິ້ມທີ່ຜະລິດໂດຍບໍລິສັດຜະລິດຖົງມືຢູ່ມາເລເຊຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG