ເຈົ້າໜ້າທີ່ພາສີຂອງສະຫະລັດ ກ່າວວ່າ ໝາສືບກິ່ນໂຕນຶ່ງ ຊ່ວຍເຈົ້າໜ້າທີ່ລັດຖະບານກາງສະຫລັດ ຄົ້ນພົບຝິ່ນທີ່ຍ້ອມໃສ່ຜ້າແພ ໜັກກວ່າ 30 ປອນຫຼື 13.6 ກິໂລ ແລະກາກໄມ້ບາງໆ ຢູ່ໃນ 4 ຫໍ່ດ້ວຍກັນ ທີ່ສົ່ງມາແຕ່ປະເທດລາວ ໃນມື້ວັນຈັນຜ່ານມານີ້.
ໝາພັນ Belgian Malinois ທີ່ມີຊື່ວ່າ Shadow ອາຍຸ 8 ປີຂອງກົມພາ ສີແລະຄຸ້ມຄອງຊາຍແດນຂອງສະຫະລັດ ໄດ້ພົບວັດຖຸເຫຼົ່ານີ້ຢູ່ໃນຫໍ່ ຢູ່ຫ້ອງ ກວດໄປສະນີນາໆຊາດ ໃກ້ໆກັບສະໜາມບິນສາກົນ O’hare ຂອງນະຄອນ Chicago ລັດ Illinois ໃນຕອນບ່າຍ ຂອງມື້ວັນຈັນຜ່ານມາ.
ມີການຕີລາຄາວ່າ ຝິ່ນທີ່ພົບເຫັນເຫຼົ່ານີ້ ມີມູນຄ່າຫລາຍກວ່າ 489,000 ໂດລາ.
ຖະແຫຼງຂ່າວຂອງກົມພາສີເວົ້າວ່າ ໃບແຈ້ງສິນຄ້າສຳລັບຫໍ່ທຳອິດທີ່ໝາ Shadow ພົບເຫັນໃນຕອນບ່າຍ 2 ໂມງເຄິ່ງຂອງມື້ວັນຈັນນັ້ນ ແຈ້ງວ່າສິ່ງທີ່ບັນຈຸຢູ່ຂ້າງໃນ ແມ່ນເປັນເຄື່ອງນຸ່ງມົ້ງ ແລະປາຍທາງແມ່ນລັດວິສຄັນຊິນ.
ເວລາເຈົ້າໜ້າທີ່ກວດເບິ່ງຜ້າແພ 38 ຜືນທີ່ຢູ່ຂ້າງໃນຂອງຫໍ່ ປະກົດວ່າ ຜ້າແພທີ່ໜັກ 15 ປອນຫລື 6.8 ກິໂລນັ້ນ ມີຝິ່ນຍ້ອມຢູ່ຂ້າງໃນ.
ຕໍ່ມາໃນເວລາ 5 ໂມງເຄິ່ງ ໝາ Shadow ກໍໄດ້ຄົ້ນພົບອີກຫໍ່ນຶ່ງຈາກລາວ ທີ່ຈະສົ່ງໄປຍັງລັດມິນນີໂຊຕາ ຊຶ່ງມີແຜ່ນແພທີ່ຍ້ອມດ້ວຍຝິ່ນ 10 ແຜ່ນດ້ວຍກັນ ໜັກທັງ ໝົດ 5 ປອນຫຼື 2.26 ກິໂລ. ຖະແຫຼງຂ່າວເວົ້າວ່າ ໃນໄລຍະອີກເຄິ່ງຊົ່ວໂມງຕໍ່ມາ ໝາໂຕນີ້ ກໍຄົ້ນພົບອີກ 2 ຫໍ່ ທີມີຝິ່ນຢູ່ຂ້າງໃນ.
ຫໍ່ເຄື່ອງຫໍ່ທີ 3 ຊຶ່ງໃບແຈ້ງສິນຄ້າເວົ້າວ່າ ເປັນຢາພື້ນເມືອງ ແລະຈະສົ່ງໄປຍັງລັດວິສ ຄັນຊິນນັ້ນ ມີຫໍ່ກາກໄມ້ແລະໃບໄມ້ 38 ຫໍ່ ຢູ່ທາງໃນ ໜັກ 6 ປອນຫຼື 2.7 ກິໂລ ແລະຫໍ່ທີ 4 ທີ່ຈະສົ່ງໄປລັດມິນນີໂຊຕ້າ ກໍມີຫໍ່ຢາພື້ນເມືອງແບບດຽວກັນ 53 ຫໍ່ ໜັກທັງໝົດ 5 ປອນ ຫຼື 2.26 ກິໂລ. ເຄື່ອງທີ່ຢູ່ຂ້າງໃນທັງສອງຫໍ່ນີ້ ຕ່າງກໍມີຝິ່ນປົນຢູ່.