ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະຄິວບາ ກຳລັງເສີມຂະຫຍາຍ ສາຍພົວພັນ ລະຫວ່າງກັນ


US Cuba
please wait
Embed

No media source currently available

0:00 0:01:06 0:00

ຫົວໜ້າຮັບຜິດຊອບ​ກິດຈະການ​ສະຫະລັດ ​ທີ່​ກະຊວງການ​ຕ່າງປະ​ເທດ​ຄິວ​ບາ ກ່າວ​ວ່າ ທັງ​ສອງ​ປະ​ເທດແມ່ນ​ມີ​ແຜນການ​ “ທີ່​ກະຕືລື​ລົ້ນ” ທີ່​ຈະສ້າງ​ຄວາມ​ກ້າວໜ້າ​ໃຫ້​ແກ່​ສາຍ​ພົວ ພັນ​ ​ທີ່​ພວມ​ອົບ​ອຸ່ນ​ຂຶ້ນ ໃນລະຫວ່າງບໍ່ເທົ່າ​ໃດ​ເດືອນສຸດ​ທ້າຍໃນສະ​ໄໝ​ການ​ດຳລົງ​ຕຳແໜ່​ງ ເປັນ ​ປະທານາທິບໍດີ​ສະຫະລັດ ຂອງທ່ານບາຣັກ ​ໂອ​ບາ​ມາ.

ທ່ານນາງ Josefina Vidal ​ໄດ້​ກ່າວໃນ​ວັນ​ຈັນ​ວານ​ນີ້ ຫຼັງ​ຈາກ​ທີ່​ໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່ ສະຫະລັດ ​ໃນ​ນະຄອນຫຼວງ Havana ວ່າ ​ທັງ​ສອງ​ຝ່າຍ ກຳລັງ​ເຮັດ​ວຽກ​ເພື່ອ​ໃຫ້​ມີການ​ຮ່ວມ​ມື ​ໃນ​ການປະຕິ​ບັດ​ງານ​ຂອງ​ເຈົ້າໜ້າ​ທີ່​ຄຸ້ມ​ຄອງ​ກົດໝາຍ ການ​ແພດ ​ແລະ​ການ​ກະສິກຳ.

ການ​ປະຊຸມທີ່​ວ່າ​ນີ້ ​ແມ່ນຈະ​ສືບ​ຕໍ່ ​ໃນ​ວັນ​ອັງຄານ​ມື້​ນີ້ ກັບ​ທ່ານ Alejandro Mayorkas ຮອງ​ລັດຖະມົນຕີ​ຮັກສາ​ຄວາມ​ປອດ​ໄພ​ພາຍໃນ​ຂອງ​ສະຫະລັດ ທີ່​ເກີດ​ຢູ່​ຄິວ​ບາ ​ແລະ​ເຈົ້າ​ໜ້າ​ທີ່​ຈາກ​ກະຊວງ​ພາຍ​ໃນ​ຂອງຄິວ​ບາ ​ເພື່ອ​ສົນທະນາ​ຫາລື ກ່ຽວ​ກັບ​ການ​ຕໍ່ຕ້ານ​ການລັກລອບ ຄ້າ​ຢາ​ເສບ​ຕິດ ການ​ລັກຂະ​ໂມ​ຍຂໍ້​ມູນ​ທາງ​ອິນ​ເຕີ​ເນ໊ດ ການ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ ​ແລະ ການເຂົ້າ​ເມືອງ​ທີ່​ຜິດ​ກົດໝາຍ.

ກະຊວງ​ການ​ຕ່າງປະ​ເທດສະຫະລັດ ​ໄດ້​ກ່າວ​ວ່າ ການ​ປະຊຸມ​ຄັ້ງ​ຕໍ່​ໄປ​ ຈະ​ພົວພັນ​ກັບ​ເລື້ອງ​ສິດທິ​ມະນຸ​ດ​ແລະ​ການຕົກລົງ​ກັນ ​ກ່ຽວ​ກັບເລື້ອງ​ການ​ເງິນ.

ສະຫະລັດ ​ແລະ​ຄິວ​ບາ ​ໄດ້​ສ້າງຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຄືນ​ໃໝ່ ​ໃນ​ເດືອນ​ກໍລະກົດ​ທີ່​ຜ່ານ​ມາ​ນີ້ ຫຼັງ​ຈາກ​ໄດ້​ຕັດ​ຄວາມ​ສຳພັນ​ເປັນ​ເວລາ 54 ປີ. ສາຍ​ພົວພັນ​ທີ່​ວ່າ​ນີ້ໄດ້​ຮັບ​ຄວາມ ກ້າວຢ່າງໃຫຍ່​ ດ້ວຍ​ການ​ໄປ​ຢ້ຽມຢາມ​ຂອງ​ປະທານາທິບໍດີ​ໂອ​ບາ​ມາ ​ໃນ​ເດືອນ​ມີນາ​ຜ່ານ​ມາ​ນີ້.

ທ່ານນາງ Vidal ​ໄດ້​ກ່າວ​ວ່າ ການ​ດຳ​ເນີນ​ງານ​ນີ້ ຈະ​ຄ່ອຍ​ເປັນ​ຄ່ອຍ​ໄປ ​ແຕ່​ສິ່ງ​ທີ່​ສຳຄັນ​ ກໍ​ຄື​ສາຍ​ພົວພັນ​ໄດ້​ເລີ້ມຂຶ້ນຢ່າງປົກກະຕິ​ລະຫວ່າງ​ກັນ​ແລ້ວ. ທ່ານນາງ ຍັງ​ໄດ້​ກ່າວ​ເນັ້ນ​ເຖິງ​ຄວາມ​ຫວັງ​ທີ່​ວ່າ ທ່ານ​ໃດ​ກໍ​ຕາມ​ ທີ່​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ ໃນ​ເດືອນ​ພະ​ຈິກ​ທີ່​ຈະ​ມາ​ເຖິງ​ນີ້ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນໃນ​ອະນາ​ຄົດກັບ​ຄິວ​ບາ.

ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ

XS
SM
MD
LG