ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ແລະ ຄິວບາ ສ້າງຄວາມຄືບໜ້າ ໃນການຟື້ນຟູ ຄວາມສຳພັນ ດ້ານການທູດ


US, Cuba Report Progress in Latest Talks to Restore Ties
please wait

No media source currently available

0:00 0:02:59 0:00

ສະຫະລັດແລະຄິວບາ ຕ່າງກໍກ່າວວ່າ ມີຄວາມຄືບໜ້າເກີດຂຶ້ນ
ໃນການເຈລະຈາຮອບທີ 2 ຢູ່ທີ່ນະຄອນຫຼວງວໍຊິງຕັນ.

ທັງ 2 ຝ່າຍ ໄດ້ພົບປະກັນ ໃນວັນສຸກວານນີ້ ເພື່ອສຳຫຼວດເບິ່ງ
ຄວາມເປັນໄປໄດ້ ໃນການທີ່ຈະເປີດສະຖານທູດ ທີ່ນະຄອນວໍ
ຊິງຕັນ ແລະຮາວານາ ຫລັງຈາກທີ່ໄດ້ ມີຄວາມເຫີນຫ່າງກັນມາ
ເປັນເວລາ 5 ທົດສະວັດ.

ການເຈລະຈາ ມີລາຍງານວ່າ ໃຫ້ຜົນດີຫລາຍ ຈົນລັດຖະມົນຕີ
ຊ່ອຍວ່າການກະຊວງການຕ່າງປະເທດ Roberta Jacobson ຊຶ່ງເປັນຫົວໜ້າຄະນະຜູ້ແທນ ຝ່າຍສະຫະລັດຄາດການວ່າ ສະ ຖານທູດທີ່ວໍຊິງຕັນແລະຮາວານາອາດຈະເປີດຂຶ້ນພາຍໃນເວລາໄຂກອງປະຊຸມສຸດຍອດ ຂອງບັນດາປະເທດໃນທະວີບອາເມຣິກາ ຊຶ່ງຈະຈັດຂຶ້ນຢູ່ປານາມາໃນເດືອນເມສາຈະມາ
ນີ້.

ການເຈລະຈາດັ່ງກ່າວ ແມ່ນພາກສ່ວນນຶ່ງຂອງຂໍ້ລິເລີ້ມປະທານາທິບໍໂອບາມາທີ່ຈະຍຸດຕິ ການຫ້າມຄ້າຂາຍຕໍ່ປະເທດຄິວບາ.

ຄິວບາໄດ້ກ່າວກ່ອນການເຈລະຈາໃນມື້ວັນສຸກວານນີ້ວ່າ ຕົນຈະນຳເອົາບັນຫາການເປີດ
ສະຖານທູດ ໄປເປັນເງື່ອນໄຂໃສ່ເລື້ອງສະຫະລັດລຶບຊື່ຄິວບາ ອອກຈາກບັນຊີປະເທດທີ່ ໃຫ້ການສະໜັບສະໜຸນພວກກໍ່ການຮ້າຍຂອງກະຊວງການຕ່າງປະເທດສະຫະລັດຫລືບໍ່.

ຫຼັງຈາກການເຈລະຈາແລ້ວທ່ານນາງ Josefina Vidal ຫົວໜ້າຄະນະຜູ້ແທນຝ່າຍຄິວບາ ກໍກ່າວວ່າການລຶບຊື່ຄິວບາອອກຈາກບັນຊີດັ່ງກ່າວບໍ່ແມ່ນເງື່ອນໄຂລ່ວງໜ້າໃນການສ້າງ
ຕັ້ງຄວາມສຳພັນ ທາງດ້ານການທູດຄືນໃໝ່. ແຕ່ແນວໃດກໍຕາມ ທ່ານນາງເວົ້າວ່າ ມັນຈະ ເປັນການຍາກຫຼາຍທີ່ຈະໃຫ້ການອະທິບາຍວ່າ ຄິວບາແລະສະຫະລັດ ໄດ້ສ້າງຕັ້ງຄວາມ ສຳພັນທາງດ້ານການທູດແບບປົກກະຕິຄືນໃໝ່ແລ້ວ ໃນຂະນະທີ່ຄິວບາຍັງມີຊື່ຢູ່ໃນບັນຊີ
ນັ້ນ ທີ່ພວກເຮົາເຊື່ອວ່າ ພວກເຮົາບໍ່ຄວນຈະມີຊື່ຢູ່ເລີຍ.

ທີ່ນະຄອນຮາວານາໃນເດືອນແລ້ວ ສະຫະລັດແລະຄິວບາ ໄດ້ເລີ້ມເປີດການປະຊຸມເປັນ ລຳດັບມາເພື່ອສ້າງຄັ້ງຄວາມສຳພັນຄືນໃໝ່.

ສະຫະລັດ ໄດ້ປະກາດຫ້າມບໍ່ໃຫ້ຄ້າຂາຍ ກັບຄິວບາ ໃນປີ 1960 ແລະປິດສະຖານທູດ ຂອງຕົນນຶ່ງປີຕໍ່ມາ ຫລັງຈາກຜູ້ນຳຄອມມູນິສ Fidel Castro ໄດ້ໂຄ່ນລົ້ມລັດຖະບານທີ່ ໄດ້ຮັບການໜຸນຫລັງຈາກສະຫະລັດ.

US CUBA TALKS CNPK
please wait
Embed

No media source currently available

0:00 0:02:02 0:00

XS
SM
MD
LG