ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາ ລະຫວ່າງ ສຫລ ກັບຄິວບາ ເປັນບາດກ້າວ ອັນສຳຄັນ ຂັ້ນທຳອິດ


ລັດຖະມົນຕີຊ່ວຍວາການຕ່າງປະເທດສະຫະລັດ ທ່ານນາງ Roberta S. Jacobson (ຊ້າຍ) ກຳລັງຖະແຫລງຂ່າວ.
ລັດຖະມົນຕີຊ່ວຍວາການຕ່າງປະເທດສະຫະລັດ ທ່ານນາງ Roberta S. Jacobson (ຊ້າຍ) ກຳລັງຖະແຫລງຂ່າວ.

ເຈົ້າ​ໜ້າ​ທີ່ ສະຫະລັດ ຄົນ​ນຶ່ງ​ໄດ້​ມ້ວນທ້າຍ​ການ​ຢ້ຽມຢາມ ນະ
ຄອນ Havana ໂດຍກ່າວ​ວ່າ ການເຈລະຈາຂອງທ່ານນາງຢູ່
​ທີ່ນັ້ນ ​ເປັນ​ຂີດໝາຍ ຂອງ “ບາດກ້າວ ອັນ​ສຳ​ຄັນ​” ​ໃນ​ຟື້ນຟູ
ຄວາມສຳພັນ​ດ້ານ​ການ​ທູດ​ຄືນ​ໃໝ່​ກັບຄິວ​ບາ ​ແຕ່​ກໍໃຫ້ຂໍ້ສັງ
ເກດ​ວ່າ ​ມັນເປັນ​ພຽງ “ບາດກ້າວ​ຂັ້ນທຳ​ອິດ” ​ແລະ​ຫົນທາງ​ຢູ່
​ທາງ​ໜ້ານັ້ນ ແມ່ນຍັງມີ​ລະຍະ​ຍາວ ​ແລະ​ສັບສົນຢູ່.

ລັ​ດ​ຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດສະຫະ
ລັດ ຮັບຜິດຊອບໃນກິດຈະການຊີກ​ໂລກ​ຕາ​ເວັນ​ຕົກ ທ່ານ​
ນາງ Roberta Jacobson ​ໄດ້​ຖະ​ແຫຼ​ງ​ ໃ​ນວັນ​ສຸກ​ວານ​ນີ້
ຫລັງ​ຈາກ​ການເຈລະຈາ ເປັນເວລາສອງ​ມື້​ ກັບບັນດາ​ເຈົ້າ
​ໜ້າ​ທີ່ຄິວ​ບາ. ທ່ານ​ນາງກ່າວ​ວ່າ ​ນອກຈາກ​ການ​ສົນທະນາຫາລື ກ່ຽວກັບເລື້ອງທີ່ມີຜົນ
ປະໂຫຍດຮ່ວມກັນແລ້ວ ​ຄະນະຜູ້ຕາງໜ້າ​ທັງ​ສອງ​ຝ່າຍ ຍັງໄດ້ໂອ້ລົມກັນ​ ກ່ຽວກັບຂົງ​
ເຂດ “ທີ່ຍັງສືບຕໍ່ມີຄວາມເຫັນບໍ່ລົງຮອຍກັນຢ່າງເລິກເຊິ່ງ” ຮວມທັງ​ດ້ານ​ສິດທິ​ມະນຸດ.

ແຕ່ແນວໃດກໍຕາມ ທ່າ​ນນາງ Jacobson ​ກໍກ່າວ​ວ່າ ຄວາມ​ແຕກ​ຕ່າງ​ດັ່ງກ່າວບໍ່​ໄດ້ໝາຍ
ຄວາມ​ວ່່າ ທັງ​ສອງ​ປະ​ເທດ​ບໍ່​ສາມາດ​ມີຄວາມສຳພັນ​ກັນ​ໄດ້.

US CUBA RELATIONS SOTVO cq
please wait

No media source currently available

0:00 0:00:49 0:00

ການ​ປະຊຸມ​ໃນ​ອາທິດ​ນີ້ ​ມີ​ຂື້ນ​ນຶ່ງ​ເດືອນ ຫລັງ​ຈາກ ປະທານາທິບໍດີ Barack Obama
ແລະ​ປະທານາທິບໍດີຄິວ​ບາ ທ່ານ Raul Castro ​ໄດ້​ປະກາດ​ວ່າ ທັງ​ສອງ​ປະ​ເທດ ​ໄດ້​ກະ
ກຽມ​ທີ່ຈະສ້າງຕັ້ງຄວາມສຳພັນ​ແບບປົກກະຕິລະຫວ່າງ ກັນ​ຄືນ​ໃໝ່ ຫລັງ​ຈາກບໍ່ມີຄວາມ
ສຳພັນລະຫວ່າງກັນມາ ​ກວ່າ 50 ປີ.

ທ່ານ​ນາງ Jacobson ຍັງ​ໄດ້ເຈລະຈາຫາລື ໃນ​ວັນ​ສຸກ​ວານ​ນີ້​ກັບພວກທີ່​ບໍ່​ເຫັນ ພ້ອມ​ກັບ
ລັດຖະບານຄິວ​ບາ. ຫົວໜ້າຄະນະ​ກຳມະການ​ສິດທິ​ມະນຸດ ​ແລະ​ສ້າງ ຄວາມປອງດອງ
ຊາດຄິວບາທ່ານ Elizardo Sanchez ກ່າວ​ວ່າ ການ​ພົບ​ປະ ​ໄດ້​ດຳເນີີນໄປດ້ວຍຄວາມ “
ອົບອຸ່ນ” ​ແລະພວກຄັດຄ້ານລັດຖະບານ ຕ່າງກໍມີ ຄວາມເພິ່ງພໍໃຈ ທັງໆທີ່ຄວາມຈິງແລ້ວ
ບໍ່​ແມ່ນສະມາຊິກ​ທັງ​ໝົດ​ຂອງກຸ່ມສັງຄົມ ພົນລະເຮືອນໄດ້​ເຂົ້າຮ່ວມ.

Progress, Some Areas of Disagreement in Cuba Talks
please wait

No media source currently available

0:00 0:02:18 0:00

XS
SM
MD
LG