ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ແລະ ຄິວບາ ບັນລຸຂໍ້ຕົກລົງ ທີ່ຈະເປີດ ສະຖານທູດ ທີ່ ວໍຊິງຕັນ ແລະ ຮາວານາ


ທຸງສະຫະລັດ (ຂວາ) ແລະ ຄິວບາ (ຊ້າຍ).
ທຸງສະຫະລັດ (ຂວາ) ແລະ ຄິວບາ (ຊ້າຍ).

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ສະຫະລັດ ຄົນ​ນຶ່ງ​ກ່າວ​ວ່າ ສະຫະລັດ ​ແລະ
ຄິວ​ບາ ​ໄດ້​ຕົກ​ລົງ​ເຫັນ​ດີ ຈະເປີດສະຖານທູດຢູ່​ໃນນະຄອນ
ຫຼວງຂອງກັນແລະກັນ ​ເປັນ​ເທຶ່ອທຳ​ ອິດ ໃນຮອບ 50 ກວ່າປີ.

ທຳນຽບຂາວ ກ່າວ​ວ່າ ປະທານາທິບໍດີ Barack Obama ມີ​
ແຜນ​ທີ່​ຈະ​ກ່າວ​ຖະແຫຼງ ກ່ຽວ​ກັບຄິວ​ບາ ​ໃນ​ວັນ​ພຸດ​ມື້​ນີ້ ​ຈາກ
ສວນ​ດອກ​ກຸຫລາບ ​ໃນຂະນະ​ທີ່ ລັດຖະມົນຕີ​ຕ່າງປະ​ເທດ
ທ່ານ John Kerry ຈະ​ກ່າວ​ຢູ່​ທີ່ນະຄອນ Vienna ບ່ອນ​ທີ່​
ທ່ານ​ກຳລັງເຂົ້າ​ຮ່ວມ ການເຈລະຈານິວ​ເຄລຍກັບ​ອີຣ່ານ.

ກະຊວງຕ່າງ​ປ​ະ​ເທດ ຄິວ​ບາ ກ່າວ​ວ່າ ຫົວໜ້າ​ຫ້ອງການ ຮັກ
ສາຜົນ​ປະໂຫຍ​ດ ສະຫະລັດໃນ​ນະຄອນ Havana ທ່ານ Jeffrey Delaurentis ຈະນຳ
ເອົາ​ເອກກະສານຂອງປະທານາທິບໍດີ Barack Obama ກ່ຽວກັບການອະນຸຍາດໃຫ້ເປີດ ​ສະຖານ​ທູດ​ຄືນໃໝ່ໄປມອບໃຫ້ໃນວັນພຸດມື້ນີ້.

ທ່ານ Obama ​ແລະ​ປະທານາທິບໍດີຄິວ​ບາ ທ່ານ Raul Castro ​ໄດ້​ປະກາດໃນ​ເດືອນ
​ທັນ​ວາ​ແລ້ວນີ້ວ່າ ທັງ​ສອງ​ປະ​ເທດ ພ້ອມ​ແລ້ວ​ທີ່​ຈະຟື້ນຟູຄວາມສຳພັນ​ ​ດ້ານ​ການ​ທູດ
ຢ່າງເປັນປົກກະຕິ​ຄືນ​ໃໝ່ທີ່​ໄດ້​ຖືກຕັດ​ໃນ​ສ​ະ​ໄໝສົງຄາມ​ເຢັນຫລັງ​ ຈາກ​ການເຈລະຈາ
ລັບເປັນເວລາຫລາຍ​ເດືອນ​. ນັບ​ແຕ່​ນັ້ນ​ມາ ບັນດາ​ຜູ້​ແທນ​ຂອງທັງ​ສອງຝ່າຍ ​ໄດ້​ພົບ​ປະ
ກັນ​ຫລາຍ​ຄັ້ງ ​ຢູ່​ໃນ​ນະຄອນຫລວງຂອງກັນແລະ ກັນ ​ເພື່ອ​ວາງ​ລາຍ​ລະ​ອຽດ ກ່ຽວກັບ
ການ​ເປີດ​ສະຖານທູດ​ຂອງ​ຕົນ. ທ່ານ Obama ​ແລະ​ທ່ານ Castro ​ໄດ້​ພົບ​ປະກັນ​ແບບ
ເຊິ່ງໜ້າ ​ເປັນ​ຄັ້ງ​ປະຫວັດ ສາດ ​ໃນ​ເດືອນ​ເມສາ​ແລ້ວ​ນີ້ ຢູ່​ນອກກອງ​ປະຊຸມສຸດ​ຍອດ​ຂົງ​
ເຂດທີ່ Panama ຕິດຕາມ​ມາ​ດ້ວຍ​ການ​ລຶບ​ຊື່ຄິວ​ບາ ອອກ​ຈາກ​ບັນຊີສະຫະລັດ ໃນ
​ການ​ເປັນ​ຜູ້ໃຫ້ ຄວາມອຸປະຖຳຕໍ່ການ​ກໍ່​ການ​ຮ້າຍ.

ຄວາມ​ພະຍາຍາມ​ຂອງທ່ານ Obama ​ໃນ​ການຍຸຕິການ​ເປັນ​ປໍ​ລະ​ປັກສະ​ໄໝ​ສົງຄາມ​ເຢັນ ປະ​ເຊີນ​ໜ້າກັບກນາ​ຄັດຄ້ານຢ່າງ​ແຮ​ງ ໃນລັດ​ຖະສະພາ ພ້ອມ​ດ້ວຍ​ບັນດາ​ຜູ້​ແທນ​ສະພາ​ຫລາຍ​ທ່ານ ທີ່ກ່າວ​ຫາປະທານາທິບໍດີວ່າ​ບໍ່​ຫົວຊາ​ນຳ ປະຫວັດ​ສິດທິ​ມະນຸດທີ່​ບໍ່​ດີຂອງຄິວ​ບາ. ລັດຖະສະພາທີ່ຄວບຄຸມໂດຍພັກຣີພັບ​ບລິ​ກັນ ສາມາດ​ປະ​ຕິ​ເສດ​ທຶນ​ໃນການສ້າງ
ສະຖານ​ທູດ​ໃນ​ຄິວ​ບາ ​ແລະ​ກີດ​ກັ້ນ ການ​ເລືອກ​ເອົາ​ເອກ​ອັຄະ​ລັດຖະທູດ​ຄົນ​ໃໝ່​ປະຈຳ​ຄິວ​ບາ. ນອກນັ້ນມັນ​ຍັງມີທ່າ ທາງວ່າ​ ຈະບໍ່ເຫັນ​ດີ​ຕໍ່​ຄຳຮ້ອງຂໍ​ຂອງ​ທ່ານ ​ໃຫ້​ຍົກ​ເລີກ​ການ​ລົງ​ໂທດເສດຖະກິດຕໍ່ຄິວ​ບາ.

ຜູ້ແທນ​ສະພາຕໍ່າ ພັກຣີ​ພັບ​ບລິ​ກັນ ທ່ານ​ນາງ Ileana Ros-Lehtinen ຊາວ​ອາເມຣິກັນ
ເຊື້ອສາຍຄິວ​ບາ ຈາກ​ລັດ Florida ຊຶ່ງ​ເປັນ​ທີ່ຢູ່​ຂອງ​ຊາວອົບ​ພະຍົບ​ຄິວ​ບາ​ຢ່າງ​ຫລວງ
ຫລາຍ ​ໄດ້​ອອກ​ຖະ​ແຫລ​ງການ​ໃນ​ວັນ​ອັງຄາ​ນວານ​ນີ້​ວ່າ ສະ ຖານທູດສະຫະລັດ ອາ​ເມຣິກາ​ ​ແຫ່ງ​ໃໝ່​ໃນຄິວ​ບາ “ຈະ​ບໍ່​ຊ່ວຍ​ຫຍັງ​ໝົດ​ແກ່​ປະ ຊາ​ຊົນຄິວ​ບາ ​ແລະ​ມັນເປັນພຽງ​ແຕ່​ການ​ພະຍາຍາມ​ຂອງປະທານາທິບໍດີ Obama ທີ່​ຈະ​ໄປ​ເລ​າະຊື້​ມູນເຊື້ອເທົ່ານັ້ນ.”

US - Cuba Relations
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG