ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄປສະນີ ແລະ ການບິນ ຢ່າງປົກກະຕິ ລະຫວ່າງ ສຫລ ແລະ ຄິວບາ ຈະເລີ້ມ ໃນທ້າຍປີນີ້


ບັນດາຜູ້ເດີນທາງ ເຂົ້າແຖວລໍຖ້າ ໃນຂະນະທີ່ກຳລັງຈະເດີນທາງ ໄປປະເທດຄິວບາ.
ບັນດາຜູ້ເດີນທາງ ເຂົ້າແຖວລໍຖ້າ ໃນຂະນະທີ່ກຳລັງຈະເດີນທາງ ໄປປະເທດຄິວບາ.

ສະຫະລັດ ​ແລະ​ຄິວ​ບາ ຕ້ອງການ​ຢາກ​ໃຫ້ມີການ​ບໍລິການທາງ​
ໄປສະນີ ​ໂດຍ​ກົງ ​ແລະ​ມີຖ້ຽວບິນ​ເອກ​ກະ​ຊົນ ບິນໄປມາເປັນ
ປະຈຳ ລະຫວ່າງ​ສອງ​ປະ​ເທດ ​ໃນ​ທ້າຍ​ປີ​ນີ້ ​ອີງ​ຕາມອົງການ
ຂ່າວເອພີ.

​ເຈົ້າ​ໜ້າ​ທີ່ອາ​ເມຣິກັນຄົນ​ນຶ່ງ​ກ່າວ​ວ່າ ​ເປົ້າໝາຍ​ໃນທ້າຍ​ປີ ​ແມ່ນ
ສະແດງໃຫ້ເຫັນ ເຖິງຄວາມ​ບາກ​ບັ່ນ​ດ້ານ​ທຸລະ​ກິດຂອງ​ທັງ
ສອງ​ປະ​ເທດ.

​ເຈົ້າ​ໜ້ທີ່​ບໍ່​ປະສົງອອກ​ຊື່​ຄົນ​ນຶ່ງ ຊຶ່ງ​ເປັນ​ຜູ້​ທີ່​ລື້​ງ​ເຄີຍ​ກັບການ​ສົນ
ທະນາ​ດ້ານ​ການ​ທູດລະຫວ່າງ​ສອງ​ປະ​ເທດ​ກ່າວວ່າ “ມີຄວາມ
ຄືບ​ໜ້າ​ທີ່​ສຳຄັນ” ​ໄດ້​ເກີດຂຶ້ນໃນ ​ຄວາມ​ພະຍາຍາມທີ່ຈະ​ຫັນປ່ຽນ​ການ​ຕົກລົງ​ການ​ຄ້າ ລະຫວ່າງ​ສອງ​ປະ​ເທດ.”

​ເຈົ້າໜ້າ​ທີ່ທ່ານນີ້ ຊຶ່ງບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ກ່າວ​ຢ່າງ​ເປີ​ດ​ເຜີຍກ່ຽວກັບການປ່ຽນແປງ ​ເວົ້າ
ວ່າ ປະທານາທິບໍດີ Barack Obama ກຳລັງ​ເຄື່ອນ​ທຳການເຄື່ອນ ໄຫວ​ ໃນ​ສອງ​ສາມມື້
ຂ້າງ​ໜ້າ ​ດ້ວຍ​ກົດ​ລະບຽບ​ໃໝ່​ຈຳນວນ​ນຶ່ງ ທີ່ແນໃສ່ເພື່ອ​ຫລຸດ​ຜ່ອນ​ຕື່ມ​ອີກ ກ່ຽວ​ກັບ​ການ
ຈຳກັດຮັດແຄບທາງດ້ານເສດຖະກິດຕໍ່ຄິວ​ບາ.

​ໃນ​ເດືອນ​ມັງກອນປີນີ້ ປະທານາທິບໍດີ Obama ​ໄດ້​ຜ່ອນຜັນ ການ​ຈຳກັດ​ໃນການ​ເດີນ
ທາງ ​ໄປຄິວ​ບາ ​ແລະ​ຄວາມ​ສາມາດໃນ​ສົ່ງ​ຄອມ​ພິວ​ເຕີ ​ເທັກ​ໂນ​ໂລ​ຈີ​ ອິນ​ເຕີ​ແນັດ ​ແລະ​
ໂທລະ​ສັບ​ມື​ຖື ​ເຂົ້າ​ໄປ​ຄິວ​ບາ. ​ເຖິງ​ຢ່າງ​ໃດ​ກໍ​ດີ ຄວາມ​ພະຍາ​ຍາມ​ເຫລົ່າ​ນັ້ນ​ ໄດ້ປະສົບ
ກັບບັນຫາ ທັງໃນດ້ານເອກກະສານ ​ແລະ​ກົດໝາຍ​ຂອງສະຫະລັດ ປະສົມ​ກັບ​ການ​ຕອບ
​ຮັບທີ່​ບໍ່​ພຽງພໍຈາກຄິວ​ບາ.

ສ່ວນ ​ໃຫຍ່​ແລ້ວ ບັນດາ​ນັກເດີນທາງຂອງສະຫ​ເລັດ​ໄປ​ຄິວ​ບາ ຍັງ​ຕ້ອງໄດ້ເດີນ ທາງ​ພາຍ​ການ​ຄວບ​ຄຸມນຳ​ທ່ຽວ​ເປັນ​ກຸ່ມ ຖ້າ​ຫາກ​ເຂົາ​ເຈົ້າຕ້ອງການ​ຢາກ​ຢ້ຽມ ຢາມປະ​ເທດ​ເກາະ
ດອນດັ່ງກ່າວ. ​ເທັກ​ໂນໂລ​ຈີ​ຍັງ​ບໍ່​ໄດ້​ມີການນຳໃຊ້​ຢ່າງ​ກວ້າງ ຂວາງ ແລ​ະ​ແມ່ນ​ແຕ່ລັດຖະ
ບານເອງ ກໍ​ມີ​ບັນຫາ​ດ້ານ​ເທັກ​ໂນ​ໂລ​ຈີ. ລາຍ​ງານ​ຈາກອົງການຂ່າວເອພີກ່າວ​ວ່າ ລັດຖະ
ບານຄິວ​ບາ ບໍ່ໄດ້​ປະ​ຕິ​ບັດ​ງານ “​ຢູ່ໃນ​ລະດັບທີ່ໃກ້ຄຽງກັບຄວາມສາມາດຢ່າງ​ເຕັມ
ສ່ວນເລີຍ.”

XS
SM
MD
LG