ບັນດາເຈົ້າໜ້າທີ່ ສະຫະລັດ ແລະ ຄິວບາ ກ່າວວ່າ ພວກເຂົາເຈົ້າ ກຳລັງຫຍັບ ໃກ້ເຂົ້າສູ່ການຕົກລົງ ກ່ຽວກັບ ການຟື້ນຟູຖ້ຽວບິນ ພານິດ ລະຫວ່າງອະດີດ ຄູ່ປໍລະປັກສົງຄາມເຢັນຫຼັງທີ່ໄດ້ຢຸດຊະງັກມາດົນກວ່າ 50 ປີ.
ຄະນະຜູ້ແທນຈາກທັງສອງປະເທດໄດ້ປະຊຸມກັນໃນນະຄອນຫຼວງ ວໍໍຊິງຕັນ ເລີ້ມແຕ່ວັນຈັນເປັນຕົ້ນມາ ເພື່ອສະຫຼຸບເນື້ອຫາຂອງຂໍ້ ຕົກລົງທີ່ພວກເຂົາເຈົ້າໄດ້ ເຮັດວຽກມາເປັນເວລາຫຼາຍເດືອນ.
ທ່ານນາງ Josefina Vidal ຜູ້ອຳນວຍການຮັບຜິດຊອບການພົວ ພັນທະວີບ ອາເມຣິກາເໜືອ ທີ່ກະຊວງການຕ່າງປະເທດ ຄິວບາ, ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນພຸດວານນີ້ ທີ່ນະຄອນຫຼວງ ຮາວານາ ວ່າ ທັງສອງຝ່າຍໄດ້ ມີຄວາມ ກ້າວໜ້າກ່ຽວກັບບັນທຶກຄວາມເຂົ້າໃຈ ແລະ ໃກ້ແລ້ວສຳລັບການປະກາດ ຢ່າງເປັນ ທາງການ.
ໂຄສົກກະຊວງການຕ່າງປະເທດ ສະຫະລັດ ຄົນໜຶ່ງ ໄດ້ຢືນຢັນວ່າ ມີຄວາມກ້າວໜ້າຫລາຍຢ່າງ ແຕ່ກໍກ່າວວ່າ ທີມງານແມ່ນຍັງກຳລັງເຈ ລະຈາກັນຢູ່.
ສາຍການບິນໃຫຍ່ຫຼາຍບໍລິສັດ ໄດ້ສະແດງຄວາມສົນໃຈໃນການຈັດໃຫ້ ມີຖ້ຽວບິນເປັນປົກ ກະຕິໄປປະເທດ ຄິວບາ, ລວມມີສາຍການບິນ American Airlines, Delta, United ແລະ JetBlue.
ຂ່າວຂອງຂໍ້ຕົກລົງທີ່ຍັງຢູ່ໃນລະຫວ່າງການເຈລະຈາດັ່ງກ່າວ ໄດ້ມີຂຶ້ນປີໜຶ່ງຫຼັງຈາກປະທານາ ທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ແລະ ປະທານາທິບໍດີ ຄິວບາ ທ່ານ Raul Castro ໄດ້ປະກາດວ່າທັງສອງປະເທດ ໄດ້ຟື້ນຟູສາຍພົວພັນທາງການທູດຢ່າງເປັນທາງການເຊິ່ງໄດ້ ຖືກຕັດຂາດບໍ່ດົນ ຫຼັງຈາກຫົວໜ້າພັກຄອມມູນິສ ທ່ານ Fidel Castro ໄດ້ໂຄ່ນອຳນາດຜູ້ນຳ ຜະເດັດການ ທີ່ປົກຄອງປະເທດເກາະ ດອນດັ່ງກ່າວມາເປັນເວລາດົນນານ ໃນປີ 1959. ທ່ານ ໂອບາມາ ໄດ້ໂຍະຍານການຈຳກັດຮັດແຄບກ່ຽວກັບການເດີນທາງໄປປະເທດດັ່ງກ່າວໃນ ເດືອນກັນຍາທີ່ຜ່ານມາ, ແຕ່ການທ່ອງທ່ຽວໂດຍທົ່ວໄປແມ່ນໄດ້ຖືກຫ້າມໂດຍການປິດລ້ອມ ທາງການຄ້າ ສະຫະລັດ, ເຊິ່ງມີພຽງແຕ່ລັດຖະສະພາເທົ່ານັ້ນ ທີ່ສາມາດຍົກເລີກໄດ້.