ລັດຖະບານຂອງປະທານາທິບໍດີທຣຳ ກ່າວວ່າ ການຕັດສິນໃຈຂອງຫວຽດນາມທີ່ຈະຫ້າມໃຊ້ຢາຂ້າພືດ ທີ່ມີສ່ວນປະກອບສົງໄສວ່າພາໃຫ້ເກີດໂຣກມະເຮັງນັ້ນຈະສ້າງຄວາມເສຍຫາຍ ບໍ່ແມ່ນຊ່ວຍພວກພໍ່ໄຮ່ຊາວນາ.
Glyphosate ຊຶ່ງເປັນສ່ວນປະກອບທີ່ສຳຄັນຂອງຢາຂ້າພືດ Roundup ຊຶ່ງເປັນຢາຂ້າພືດທີ່ຂາຍດີທີ່ສຸດນັ້ນ. ຫວຽດນາມກ່າວວ່າ ຕົນຈະຢຸດນຳເຂົ້າຢາຂ້າພືດ Roundup ແລະຢາຂ້າພືດຊະນິດອື່ນໆອີກທີ່ມີສານເຄມີດັ່ງກ່າວເປັນສ່ວນປະກອບ ໃນເດືອນມິຖຸນາຈະມານີ້.
ລັດຖະມົນຕີກະຊວງກະເສດສະຫະລັດ ທ່ານຊັນນີ ເພີດູ (Sonny Perdue) ກ່າວວ່າ ທ່ານຮູ້ສຶກເສຍໃຈ ກ່ຽວກັບການຕັດສິນໃຈຂອງຫວຽດນາມ ໂດຍເວົ້າວ່າ ມັນຈະມີ “ຜົນກະທົບຢ່າງຮ້າຍແຮງ.”
ທ່ານກ່າວໃນວັນພະຫັດວານນີ້ວ່າ “ຖ້າພວກເຮົາຈະລ້ຽງດູປະຊາຊົນ 10 ຕື້ຄົນພາຍໃນປີ 2050 ແລ້ວ ພວກພໍ່ໄຮ່ພໍ່ນາຢູ່ໃນທົ່ວໂລກ ຈຳເປັນຕ້ອງໄດ້ມີເຄື່ອງມື ແລະເທັກໂນໂລຈີສຳລັບນຳໃຊ້.”
ອົງການອະນາໄມໂລກ ໄດ້ຈັດສານເຄມີ Glyphosate ວ່າ “ບາງທີອາດຈະພາໃຫ້ເກີດມະເຮັງຕໍ່ມະນຸດ” ແລະມີຫຼາຍພັນຄົນໃນສະຫະລັດ ກຳລັງຟ້ອງບໍລິສັດBayer ຊຶ່ງເປັນຜູ້ຜະລິດຢາ Roundup ທີ່ມີການກ່າວຫາກັນວ່າ ພາໃຫ້ເປັນມະເຮັງນັ້ນ.