ນາຍທະຫານຂັ້ນສູງຂອງສະຫະລັດ ກ່າວວ່າ ການສົ່ງລູກສອນ
ໄຟຂອງຣັດເຊຍ ໄປໃຫ້ຊີເຣຍ ແມ່ນມີຂຶ້ນ “ຜິດເວລາ” ແລະ “ບໍ່
ເປັນຈັ່ງໂຊກແທ້ໆ.”
ຄໍາຖະແຫລງຂອງນາຍພົນ Martin Dempsey ແມ່ນເປັນການ
ຢືນຢັນເທຶ່ອທໍາອິດຂອງສະຫະລັດ ທີ່ວ່າຣັດເຊຍໄດ້ຂາຍໃນອັນ
ທີ່ຮ້ອງວ່າ ລູກສອນໄຟທໍາລາຍເຮືອ ໃຫ້ແກ່ຊີເຣຍ.
ນາຍພົນ Dempsey ຊຶ່ງເປັນປະທານເສນາທິການຮ່ວມ ຂອງ
ກອງທັບສະຫະ ລັດ ກ່າວໃນວັນສຸກວານນີ້ວ່າ ລູກສອນໄຟດັ່ງ
ກ່າວ ຈະເຮັດໃຫ້ປະທານາທິບໍດີ Bashar al-Assad ມີກຳລັງ
ໃຈຕື່ມຂຶ້ນ ແລະແກ່ຍາວຄວາມເຈັບປວດທໍລະມານໃນຊີເຣຍ.
ໝັງສືພິມ New York Times ກ່າວວ່າ ລູກສອນໄຟຕໍ່ຕ້ານເຮືອ
ຂອງຊີເຣຍມີຄວາມກ້າວໜ້າກວ່າທີ່ໄດ້ສົ່ງມາໃນງວດກ່ອນໆ.
ຣັດເຊຍກ່າວວ່າ ຕົນພຽງແຕ່ປະຕິບັດໃຫ້ຫລ້ອນພັນທະຕາມ
ສັນຍາທີ່ໄດ້ມີກັບຊີເຣຍ ແລະບໍ່ມີຜົນປະໂຫຍດ ຫຍັງ ທີ່ຈະເຫັນ
ປະທານາທິບໍດີ Assad ກໍາອໍານາດຕໍ່ໄປ.
ຣັດເຊຍ ແລະສະຫະລັດ ກໍາລັງເຣັດວຽກຮ່ວມກັນເພື່ອກະກຽມກອງປະຊຸມສັນຕິພາບນາໆ
ຊາດ ກ່ຽວກັບຊີເຣຍ ໃນເດືອນໜ້ານີ້.ກອງປະຊຸມດັ່ງກ່າວອາດຈະນໍາເອົາພວກຕໍ່ຕ້ານ ແລະ
ລັດຖະບານຊີເຣຍ ມາພົບປະກັນ ແລະແຜ້ວທາງໃຫ້ມີການຈັດຕັ້ງລັດຖະບານໃນໄລຍະ
ຂ້າມຜ່ານຊຸດໃໝ່.