ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ຫະ​ລັດ ເວົ້າ​ວ່າ ແຫຼມ​ໄຄ​ຣ​ເມຍ ຍັງ​ຄົງ​ເປັນ​ສ່ວນ​ນຶ່ງ ​ຂອງ ຢູ​ເຄ​ຣນ


ປະ​ຊາ​ຊົນ​ຖ່າຍ​ຮູບ​ກັບ​ພາ​ບ​ສະ​ແຕັມ​ທີ່​ຖືກ​ຂະ​ຫຍາຍ​ໃຫຍ່ ທີ່​ພັນ​ລະ​ນາ​ເຖິງ​ຂົວ ເຄີດ​ຈ໌ ຂອງ ຣັດ​ເຊຍ ຖືກ​ໄຟ​ໄໝ້, ໃນ​ໃຈ​ກາງ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 8 ຕຸ​ລາ 2022.
ປະ​ຊາ​ຊົນ​ຖ່າຍ​ຮູບ​ກັບ​ພາ​ບ​ສະ​ແຕັມ​ທີ່​ຖືກ​ຂະ​ຫຍາຍ​ໃຫຍ່ ທີ່​ພັນ​ລະ​ນາ​ເຖິງ​ຂົວ ເຄີດ​ຈ໌ ຂອງ ຣັດ​ເຊຍ ຖືກ​ໄຟ​ໄໝ້, ໃນ​ໃຈ​ກາງ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 8 ຕຸ​ລາ 2022.

ສະ​ຫະ​ລັ​ດ​ ໄດ້​ປະ​ກາດ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ແຫຼມ​ໄຄ​ຣ​ເມຍ ຍັງ​ຄົງ​ເປັນ​ສ່ວນ​ນຶ່ງ​ຂອງ​ປະ​ເທດ ຢູ​ເຄ​ຣນ ແຕ່​ໄດ້​ກ່າວ​ວ່າ​ ຄວາມ​ເປັນ​ຫ່ວງ​ໂດຍ​ກົງ​ໃນ​ເວ​ລານີ້​ແມ່ນ​ສຳ​ລັບ​ກອງ​ກຳ​ລັງ ກີ​ຢິບ ທີ່​ຈະ​ຢາດ​ເອົາ​ຄືນ​ດິນ​ແດນ ​ທີ່ ມົ​ສ​ກູ ໄດ້​ຍຶດ​ໄປ​ໃນ​ສົງ​ຄາມ​ຕະຫຼອດ​ປີ​ຂອງ​ເຂົາ​ເຈົ້າ. ຄຳ​ເຫັນ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ໃນ​ວັນ​ຄົບ​ຮອບ 9 ປີ ​ຂອງ​ການ​ເຂົ້າ​ຄວບ​ຄຸມ​ເຂດ​ແດນ​ດັ່ງ​ກ່າວ​ຢ່ າງ​ຜິດກົດ​ໝາຍ​ໂດຍ ຣັດ​ເຊຍ.

ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ສະ​ຫະ​ລັດ ບໍ່​ໄດ້ ແລະ ຈະ​ບໍ່​ມີ​ວັນ​ຮັບ​ຮູ້​ການ​ປະ​ກາດ​ຮວມ​ເອົາ​ແຫຼມ​ດັ່ງ​ກ່າວ​ຂອງ ຣັດ​ເຊຍ. ໄຄ​ຣ​ເມຍ ແມ່ນ ຢູ​ເຄ​ຣນ.”

ໃນ​ເວ​ລາ​ດຽວ​ກັນ, ທ່ານ ເຈກ ຊູ​ລ​ລີ​ວານ, ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ​ຂອງປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ, ໄດ້​ກ່າວ​ຕໍ່​ລາຍ​ການ “Meet the Press” ຂອງ​ໂທ​ລະ​ພາບ NBC ວ່າ​ມັນ​ຂຶ້ນ​ກັບ ຢູ​ເຄ​ຣນ ທີ່​ຈະ​ຕັດ​ສິນ​ ກ່ຽວ​ກັບ ສິ່ງ​ທີ່​ເປັນ​ໄຊ​ຊະ​ນະ ຫຼື ຜົນ​ທາງ​ການ​ທູດ​ທີ່ຍອມ​ຮັບ​ໄດ້, ແມ່ນ​ກະ​ທັ້ງ​ທີ່ບໍ່​ມີ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ເກີດ​ຂຶ້ນກໍ​ຕາມ.

ທ່ານ ຊູ​ລ​ລີ​ວານ ໄດ້​ກ່າວ​ວ່າ “ມັນ​ຂຶ້ນ​ກັບ ຢູ​ເຄ​ຣນ ທີ່​ຈະ​ກຳ​ນົດ. ມັນ​ໄດ້​ມີ​ຄວາມ​ສຳ​ຄັນ​ຕໍ່​ພວກ​ເຮົາ​ມີ​ທີ່​ວ່າ​ມັນ​ຈະ​ບໍ່​ມີ​ຫຍັງ ກ່ຽວ​ກັບ ຢູ​ເຄ​ຣນ ໂດຍ​ປາ​ສະ​ຈາກ ຢູ​ເຄ​ຣນ. ແລະ ສະ​ນັ້ນ, ມັນ​ບໍ່​ແມ່ນ​ສຳ​ລັບ ສະ​ຫະ​ລັດ ທີ່​ຈະ​ກຳ​ນົດ​ໄຊ​ຊະ​ນະ​ສຳ​ລັບ ຢູ​ເຄ​ຣນ. ມັນ​ແມ່ນ​ສຳ​ລັບ ສະ​ຫະ​ລັດ ທີ່​ຈະ​ສະ​ໜັບ​ສະ​ໜູນ ຢູ​ເຄ​ຣນ ໃນ​ສະ​ໜາມ​ລົບ, ສະ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ສາ​ມາດ​ບັນ​ລຸ​ໄຊ​ຊະ​ນະ​ທີ່​ເຂົ​າເຈົ້າກຳ​ນົດ.”

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ປະ​ກາດ​ປີກາຍນີ້ວ່າ “ໄຄ​ຣ​ເມຍ ແມ່ນ ຢູ​ເຄ​ຣນ. ແລະ ພວກ​ເຮົາ​ຈະ​ບໍ່​ມີ​ວັນ​ຍອມ​ແພ້. ນີ້​ແມ່ນ​ສົງ​ຄາມ ຣັດ​ເຊຍ ຕໍ່ ຢູ​ເຄ​ຣນ ແລະ ຢູ​ໂຣບ ທີ່​ເສ​ລີ​ທັງ​ໝົດ ​ໄດ້​ເລີ່ມ​ຂຶ້ນ​ດ້ວຍ ໄຄ​ຣ​ເມຍ ແລະ ຕ້ອງ​ຈົບ​ລົງ​ດ້ວຍ ໄຄ​ຣ​ເມຍ, ດ້ວຍ​ການ​ປົດ​ປ່ອຍ​ມັນ.” ແຕ່​ທ່ານ ຊຸ​ລ​ລີ​ວານ ໄດ້​ກ່າວ​ຢ້ຳ​ວ່າ ທ່ານ ເຊ​ເລັນ​ສ​ກີ ໃນ​ອາ​ທິດ​ທີ່​ຜ່ານ​ມາ “ໄດ້​ເວົ້າວ່າ​ພວກ​ເຮົາ​ຈະ​ຕ້ອງ​ໄດ້ໄປ​ຮອດ​ຂັ້ນ​ຕອນ​ທາງ​ການ​ທູດ​ ກ່ຽວ​ກັບ ຄວາມ​ຂັດ​ແຍ້ງນີ້​ໃນ​ທີ່​ສຸດ.”

ທ່ານ ຊຸ​ລ​ລີ​ວານ ໄດ້​ສະຫຼຸບ​ວ່າ “ສິ່ງ​ທີ່​ສຳ​ຄັນ​ໃນ​ເວ​ລານີ້​ກໍ​ແມ່ນ​ເຂົາ​ເຈົ້າ​ຍຶດ​ເອົາ​ຄືນ​ດິນ​ແດນ​ໃນ​ພາກ​ໃຕ້ ແລະ ພາກ​ຕາ​ເວັນ​ອອກ​ທີ່​ເຂົາ​ເຈົ້າ​ໄດ້​ເພັ່ງ​ເລັງ​ໃສ່​ໃນ​ປັດ​ຈຸ​ບັນ​ນີ້, ແລະ ພວກ​ເຮົາ​ຕ້ອງ​ສະ​ໜອງ​ອຸ​ປະ​ກອນ​ທີ່​ສາ​ມາດ​ເຮັດ​ສິ່ງ​ນັ້ນ​ໃຫ້​ເຂົາ​ເຈົ້າ.”

ທ່ານ​ໄດ້​ກ່າວ​ວ່າ “ຄຳ​ຖາມ​ກ່ຽວ​ກັບ ໄຄ​ຣ​ເມຍ, ແລະ ຄຳ​ຖາມ ກ່ຽວ​ກັບ ສິ່ງ​ທີ່​ຈະ​ເກີດຂຶ້ນໃນ​ຕໍ່​ໜ້າ​ແມ່ນ​ບາງ​ສິ່ງ​ທີ່​ພວກ​ເຮົາ​ຈະ​ເວົ້າ​ເຖິງ, ຈຸດ​ທີ່​ພວກ​ເຮົາ​ຢູ່​ໃນ​ເວ​ລານີ້​ແມ່ນ​ພວກ​ເຮົາ​ຕ້ອງ​ເພັ່ງ​ເລັງ​ໃສ່​ເງື່ອນ​ໄຂ​ໂດຍ​ກົງ, ເພາະ​ວ່າ​ມັນ​ສຳຄັນ​ທີ່​ພວກ​ເຮົາ​ເຄື່ອນ​ໄຫວ​ໄວ, ແລະ ພວກ​ເຮົາ​ເຄື່ອນ​ໄຫວ​ຢ່າງ​ເດັດ​ຂາດ​ເພື່ອ​ຊ່ວຍ​ເຫຼືອເຂົາ​ເຈົ້າ​ຍາດ​ເອົາ​ຄືນ​ເຂດ​ແດນ​ຂ້າມ​ເສັ້ນ​ແບ່ງ​ແຍກ​ທີ່ກຳ​ລັງ​ທະ​ຫານ​ ຣັດ​ເຊຍ ຄອບ​ຄອງ​ໃນ​ປັດ​ຈຸ​ບັນ​ນີ້.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG