ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ​ປາບ​ປາມແລະ​ລົງ​ໂທດທາງດ້ານການເງິນ ຕໍ່​ເຄືອ​ຂ່າຍກຸ່ມລັດອິສລາມ ຢູ່ໃນອັຟການິສຖານ


ກອງກໍາລັງຮັກສາຄວາມໝັ້ນຄົງຂອງອັຟການິສຖານ ປະຕິບັດງານຮ່ວມ ໃນການຕໍ່ຕ້ານກຸ່ມຕິດອາວຸດລັດອິສລາມ ໃນຂົງເຂດ ອະຊິນ (Achin) ແຂວງນານກາຮາ (Nangarhar), ວັນທີ 25 ພະຈິກ 2021.
ກອງກໍາລັງຮັກສາຄວາມໝັ້ນຄົງຂອງອັຟການິສຖານ ປະຕິບັດງານຮ່ວມ ໃນການຕໍ່ຕ້ານກຸ່ມຕິດອາວຸດລັດອິສລາມ ໃນຂົງເຂດ ອະຊິນ (Achin) ແຂວງນານກາຮາ (Nangarhar), ວັນທີ 25 ພະຈິກ 2021.

ສະຫະລັດແນເປົ້າໝາຍໃສ່ເຄື່ອ​ຂ່າຍຂອງກຸ່ມລັດອິສລາມ ຢູ່ໃນອັຟການິສຖານ, ໂດຍ​ທຳ​ການລົງໂທດຕໍ່ເຈົ້າໜ້າທີ່ຂັ້ນສູງ​ຂອງກຸ່ມ ພ້ອມທັງຫົວ​ໜ້າການເງິນ ໃນຂໍ້ຫາສະໜັບສະໜຸນກຸ່ມກໍ່ການຮ້າຍ ໂດຍ​ສົ່ງ​ເສີມ​ພວກ​ນັກລົບຕ່າງຊາດຈໍານວນຫລາຍ​ຢູ່​ໃນ​ກຸ່ມ​ດັ່ງ​ກ່າວ.

ໃນມື້ວັນຈັນວານນີ້, ກະຊວງການຕ່າງປະເທດສະຫະລັດ ໄດ້ລະ​ບຸ​ຊື່ ຜູ້ນໍາຂັ້ນສູງ ຂອງ​ກຸ່ມ​ລັດອິສລາມ​ ໃນ​ແຂວງໂຄຣາຊານ ​ທ້າວຊານາອູລລະ ກາຟາຣີ (Sanaullah Ghafari), ​ທ້າວຊຸລລະຕານ ອາຊິ​ສ ອາຊາມ (Sultan Aziz Azam), ແລະທ້າວມາວລາວີ ຣາຈາບ (Maulawi Rajab) ໃຫ້ເປັນຜູ້ກໍ່ການຮ້າຍລະດັບໂລກ ຫລື SDGTs.

ການລະ​ບຸ​ຊື່ດັ່ງກ່າວ ແມ່ນ​ແຜ້ວ​ທາງ​ໃຫ້ວໍຊິງຕັນ ຂັດຂວາງພວກເຂົາແລະ​ເພື່ອນ​ຮ່ວມ​ງານຂອງພວກເຂົາ ຈາກການເຂົ້າຫາເງິນ​ແລະຊັບສິນທີ່ເຊື່ອມຕໍ່ກັບລະບົບການເງິນຂອງສະຫະລັດ.

ທ້າວຊານາອູລລະ ກາຟາຣີ ເຊິ່ງຮູ້ກັນໃນອີກຊື່ນຶ່ງ ຊານາອູລລະ ຫລື ຊາຮາບ ອາລ-ມູຮາເຈຍ (Shahab al-Muhajir), ເປັນຜູ້ນໍາກຸ່ມ​ລັດ​ອິ​ສ​ລາມໃນ​ແຂວງໂຄຣາຊານ ​ມາຕັ້ງແຕ່ເດືອນ ພຶດສະພາ 2020, ເມື່ອລັດຖະບານອັຟການິສຖານ ຈັບ​ຜູ້​ນຳ​ຄົນ​ກ່ອນຂອງ​ກຸ່ມ​ດັ່ງ​ກ່າວ.

​ຂໍ້​ມູນສືບລັບ ​ທີ່ໄດ້ແບ່ງປັນຂໍ້ມູນກັບເຈົ້າໜ້າທີ່ຕໍ່ຕ້ານການກໍ່ການຮ້າຍາຂອງອົງການສະຫະປະຊາຊາດ ເມື່ອຕົ້ນປີນີ້ ສະ​ແດງ​ໃຫ້​ເຫັນວ່າ ທ້າວກາຟາຣີ ໄດ້ມີການປະຕິບັດງານ​ຢູ່​ໃນເຂດນະຄອນຫລວງກາບູລ, ເຊິ່ງເປັນບ່ອນທີ່ກຸ່ມໄດ້ກໍ່ຕັ້ງເຄືອຂ່າຍທີ່ເຂັ້ມແຂງ​ແຕ່​ຍັງ​ບໍ່​ມີ​ການ​ເໜັງ​ຕີງ​ໃນ​ເວ​ລານັ້ນ.

ນອກຈາກນີ້, ໃນມື້ວັນຈັນ ກະຊວງການເງິນຂອງສະຫະລັດໄດ້ລົງ​ໂທດທ້າວອິສມາຕູລລະ ຄາໂລຊາຍ ໂດຍອະທິບາຍວ່າລາວເປັນ​ຫົວ​ໜ້າການເງິນ ແລະຜູ້ສະໜັບສະໜຸນລາຍໃຫຍ່ຂອງ​ເຄືອ​ຂ່າຍ​ກຸ່ມ​ລັດ​ອິ​ສ​ລາມ​ໃນ ອັຟການິສຖານ ຫລື ທີ່ຮູ້ກັນໃນຊື່ ISIS-K.

ຄາໂລຊາຍ “ໄດ້ປະຕິບັດພາລະກິດ ເປັນຜູ້ນໍາຂັ້ນອະ​ວຸ​ໂສຂອງກຸ່ມ ISIS,” ອີງຕາມຖະແຫລງການຂອງກະຊວງການເງິນ, ໂດຍເສີມວ່າ ລາວຍັງມີໜ້າທີ່ຮັບ ຜິດຊອບໃນການ “ອໍານວຍຄວາມສະດວກໃນ​ການ​ຈັດ​ສົ່ງນັກລົບຕ່າງຊາດ ຜູ້ທີ່ພະຍາຍາມຂະຫຍາຍຄວາມເຄັ່ງຕຶງຢູ່ໃນອັຟການິສຖານ ແລະໃນພູມິພາກນັ້ນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG