ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າໜ້າທີ່ ສາທາລະນະສຸກ ເວົ້າວ່າ ການສັກຢາກັນ COVID ຂອງ ສະຫະລັດ ແມ່ນຍັງຫຼ້າຊ້າ


ເຂັມສີດຢາ ທີ່ບັນຈຸວັກຊີນ COVID-19 ຂອງບໍລິສັດ Pfizer-BioNTech ຖືກວາງຢູ່ໃນກະຕ່າຢູ່ໂຮງໝໍ ເຊັນ ໂຈເຊັຟ, ລັດຄາລິຟໍເນຍ. 7 ມັງກອນ, 2011.
ເຂັມສີດຢາ ທີ່ບັນຈຸວັກຊີນ COVID-19 ຂອງບໍລິສັດ Pfizer-BioNTech ຖືກວາງຢູ່ໃນກະຕ່າຢູ່ໂຮງໝໍ ເຊັນ ໂຈເຊັຟ, ລັດຄາລິຟໍເນຍ. 7 ມັງກອນ, 2011.

ຄວາມພະຍາຍາມຂອງລັດຖະບານ ສະຫະລັດ ທີ່ຈະສັກຢາໃຫ້ປະຊາຊົນ ອາເມຣິກັນ ຫຼາຍລ້ານຄົນກັນໂຣກລະບາດໄວຣັສໂຄໂຣນາແມ່ນກຳລັງຫຼ້າຊ້າ, ບັນດາເຈົ້າໜ້າທີ່ສາທາລະນະສຸກຄົນໃໝ່ ໃນລັດຖະບານປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວໃນວັນອາທິດວານນີ້. ແຕ່ເຂົາເຈົ້າໄດ້ຕັ້ງຄວາມຫວັງໄວ້ວ່າ ການຕໍ່ສູ້ເພື່ອຫຼຸດຜ່ອນໄວຣັສດັ່ງກ່່າວ ຈະພັດທະນາຂຶ້ນຢ່າງຫຼວງຫຼາຍພາຍໃນສາມ ເດືອນຕໍ່ໜ້າ.

ທ່ານ ຮາເວຍ ເບເຊຣາ, ຜູ້ທີ່ທ່ານ ໄບເດັນ ເລືອກໃຫ້ເປັນຫົວໜ້າກະຊວງສາທາລະນະສຸກ ແລະ ການບໍລິການມະນຸດ ໄດ້ກ່າວຕໍ່ໂທລະພາບ CNN ກ່ຽວກັບ ຄວາມຄືບໜ້າຂອງການສັກຢາວ່າ “ເຮືອບິນແມ່ນກຳລັງຕົກຫົວປັກລົງ ແລະ ພວກເຮົາຕ້ອງໄດ້ດຶງມັນຂຶ້ນ.”

ທ່ານ ເບເຊຣາ ໄດ້ກ່າວວ່າ “ສິ່ງທີ່ພວກເຮົາໄດ້ສືບທອດມາແມ່ນບໍ່ໄດ້ຜົນ, ແລະ ຕອນນີ້ພວກເຮົາຕ້ອງເຮັດໃຫ້ມັນໄດ້ຜົນ.”

ທ່ານໄດ້ກ່າວວ່າ ບັນຫາຈະບໍ່ຖືກແກ້ໄຂຢ່າງວ່ອງໄວ, ແຕ່ “ພວກເຮົາສາມາດເຮັດໃຫ້ດີກວ່າເກົ່າ… ພວກເຮົາສາມາດພາກັນກັບຄືນໄປສູ່ສະພາບປົກກະຕິທີ່ແທ້ຈິງ.”

ກ່ອນອອກຈາກຕຳແໜ່ງໃນອາທິດແລ້ວນີ້, ປະທານາທິບໍດີ ດໍໂນລ ທຣຳ ໄດ້ ຍົກຍ້ອງຄວາມພະຍາ ຍາມລັດຖະບານຂອງທ່ານ ໃນການຕໍ່ສູ້ກັບໂຣກລະບາດ.

ທ່ານ ໄບເດັນ ໄດ້ຕັ້ງເປົ້າໝາຍໃນການສັກຢາວັກຊີນ 100 ລ້ານຫຼອດພາຍໃນ 100 ວັນ ຂອງການດຳລົງຕຳແໜ່ງຂອງທ່ານ. ໃນອາທິດທີ່ຜ່ານມາ, ທ່ານໄດ້ເຊັນດຳລັດຕ່າງໆເພື່ອເລັ່ງການຜະລິດຢາວັກຊີນທີ່ສັກສອງໂດສເພີ່ມເຕີມທີ່ຕອນນີ້ໄດ້ຮັບອະນຸມັດໃຫ້ໃຊ້ ແລະ ອຸປະກອນການແພດອື່ນໆທີ່ຕ້ອງການ ເພື່ອປິ່ນປົວຜູ້ທີ່ຕິດ COVID-19, ເຊິ່ງແມ່ນໂຣກຕິດຕໍ່ທີ່ມີສາເຫດມາຈາກໄວຣັສ.

ຄວາມໄວຂອງການສັກຢາຕອນນີ້ແມ່ນໃກ້ຈະຢູ່ໃນຊ່ອງທາງຕາມເປົ້າໝາຍ, ທີ່ຈະສັກຢາໃຫ້ປະຊາ ຊົນປະມານ 67 ລ້ານຄົນ, ເຊິ່ງບາງຄົນໄດ້ສັກກ່ອນໜ້ານີ້ ແລ້ວ ແລະ ບາງຄົນດ້ວຍຢາທັງສອງໂດສ ທີ່ຖືກຮຽກຮ້ອງໃຫ້ສັກ. ນັກວິຈານບາງຄົນເວົ້າວ່າຄວາມໄວສາມາດເຮັດໄດ້ດີກວ່ານີ້.

ທ່ານ ເບເຊຣາ ກ່າວວ່າ “ການສັກຢາໃຫ້ໄດ້ 100 ລ້ານຫຼອດພາຍໃນ 100 ວັນແມ່ນສຳຄັນເປັນຢ່າງຍິ່ງ. ມັນເປັນຄວາມປາຖະໜາຢ່າງແຮງກ້າ, ມັນກ້າຫານ, ແລະ ມັນເປັນສິ່ງທີ່ສາມາດເຮັດໄດ້. ພວກເຮົາສາມາດເຮັດມັນໄດ້.” ຫົວໜ້າທີ່ປຶກສາດ້ານການແພດຂອງທ່ານ ໄບເດັນ, ດຣ. ຟາວຈີ, ໄດ້ກ່າວຕໍ່ລາຍການ Face the Nation ຂອງໂທລະພາບ CBS ວ່າ “ຕົວເລກແມ່ນຢູ່ພື້ນ ບໍ່ແມ່ນຢູ່ເພດານ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG