ໃນວັນທີ 22 ມີຖຸນາ 2021 ທີ່ຜ່ານມານີ້ ທ່ານເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳ ສປປ ລາວ ທ່ານ ດຣ. ປີເຕີ ເຮມ໋ອນ ແລະ ບັນດາເຈົ້າໜ້າທີ່ ຈາກກະຊວງປ້ອງກັນປະເທດຂອງສະຫະລັດອາເມຣິກາ ໄດ້ມອບເຄື່ອງຊ່ວຍເຫຼືອ ອຸປະກອນການແພດ ສຳລັບການກວດພະຍາດໂຄວິດ-19 ໃຫ້ແກ່ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກຂອງ ສປປ ລາວ ເຊິ່ງການມອບໃນຄັ້ງນີ້ ແມ່ນຖືເປັນສ່ວນໜຶ່ງໃນການປະກອບສ່ວນຂອງສະຫະລັດ ເຂົ້າໃນການຊ່ວຍເຫຼືອວຽກງານ ຕ້ານພະຍາດໂຄວິດ-19 ຂອງ ສປປ ລາວ.
ລັດຖະບານສະຫະລັດອາເມຣິກາໄດ້ນຳເອົາເຄື່ອງຊ່ວຍເຫຼືອມູນຄ່າ 71,000 ໂດລາສະຫະລັດດັ່ງກ່າວໂດຍເຮືອບິນຂົນສົ່ງແອຟອດ C-17 “Globemaster III” ມາຮອດສະໜາມບິນສາກົນວັດໄຕ. ເຄື່ອງຊ່ວຍເຫຼືອ ອຸປະກອນການແພດດັ່ງກ່າວນີ້ ແມ່ນເປັນການປະກອບສ່ວນຊຸກຍູ້ ເຂົ້າໃນວຽກງານການຕິດຕາມ ແລະ ຄວບຄຸມການລະບາດ ຂອງພະຍາດໂຄວິດ-19 ຂອງກະຊວງສາທາລະນະສຸກ.
ທ່ານທູດ ປີເຕີ ເຮມ໋ອນ ໄດ້ກ່າວວ່າ “ຂ້າພະເຈົ້າມີຄວາມພູມໃຈທີ່ໄດ້ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ທັງນີ້ກໍ່ ເພື່ອເປັນການອຳນວຍຄວາມສະດວກໃນການກວດພະຍາດໂຄວິດ-19 ຢູ່ໃນ ສປປ ລາວ. ເຄື່ອງທີ່ມອບໃນມື້ນີ້ແມ່ນເປັນອີກໜື່ງໃນການຊ່ວຍເຫຼືອອັນຍາວນານຂອງສະຫະລັດອາເມຣິກາ ໃນການເປັນຄູ່ຮ່ວມງານແບບກວມລວມກັບ ສປປ ລາວ ເຊີ່ງມີການສະເຫຼີມສະຫຼອງຄົບຣອບ 5 ປີໃນປີນີ້. ພວກເຮົາກຳລັງເຮັດວຽກຮ່ວມກັນ ເພື່ອເສີມສ້າງຄວາມອາດສາມາດ ໃນວຽກງານສາທາລະນະສຸກເຊີ່ງລວມທັງການການຕ້ານການລະບາດຂອງພະຍາດ ໂຄວິດ-19 ໃນປະຈຸບັນ. ນີ້ແມ່ນເປັນອີກໜື່ງໃນການຊ່ວຍເຫຼືອຂອງລັດຖະບານ ສະຫະລັດອາເມຣິກາ ໂດຍຜ່ານກະຊວງປ້ອງກັນປະເທດສະຫະລັດ ໂດຍສະ ເພາະກໍແມ່ນຜ່ານສູນບັນຊາການກອງທັບສະຫະລັດປະຈຳພາພື້ນອິນໂດປຊີຟິກ.
ກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ແລະ ກະຊວງປ້ອງກັນປະເທດຂອງລາວ ແມ່ນມີເປົ້າໝາຍອັນດຽວກັນ ໃນວຽກງານປ້ອງກັນສາທາລະນະສຸກ ຄຽງຄູ່ໄປ ກັບການເພີ່ມທະວີການເປັນຄູ່ມືຮ່ວມງານໃນວຽກງານການແພດຂອງກອງທັບ. ໃນໄລຍະຫຼາຍປີທີ່ຜ່ານມາ ກະຊວງປ້ອງກັນປະເທດຂອງສະຫະລັດອາເມຣິກາ ໄດ້ເຮັດວຽກຮ່ວມກັບກະຊວງສາທາລະນະສຸກ ແລະ ກົມເສນາຮັກ ກະຊວງປ້ອງກັນປະເທດ ຂອງ ສປປ ລາວ ເພື່ອສະໜອງຄວາມຮຽກຮ້ອງຕ້ອງ ການຂອງປະຊາຊົນລາວ ໂດຍການໃຫ້ຄວາມຊ່ວຍເຫຼືອ ເປັນມູນຄ່າຫຼາຍກວ່າ 2,5 ລ້ານໂດລາ ເຂົ້າໃນຂົງເຂດວຽກງານສ້າງຕືກອາຄານໂຮງໝໍ ລົດແພດສຸກເສີນພາກສະໜາມ ອຸປະກອນການແພດໃນຫ້ອງວິເຄາະ ອຸປະກອນທີ່ໃຊ້ໃນການກວດພະຍາດໂຄວິດ-19 ແລະ ຊຸດອຸປະກອນການແພດ. ການຊ່ວຍເຫຼືອໃນຄັ້ງນີ້ ເປັນພຽງສ່ວນໜື່ງຂອງມູນຄ່າການຊ່ວຍເຫຼືອ ຫຼາຍກວ່າ 8 ລ້ານໂດລາ ຂອງລັດຖະບານສະຫະລັດອາເມຣິກາ ໃຫ້ແກ່ລັດຖະບານ ສປປ ລາວ ນັບຕັ້ງ ແຕ່ມີການເລີ້ມຕົ້ນ ການແຜ່ລະບາດຂອງພະຍາດ.