ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ ສຫລ ຂໍໃຫ້ສານ ເລື່ອນເວລາ ເພື່ອຈັດໃຫ້ ຄອບຄົວ ພົບພໍ້ກັນ


ພວກປະທ້ວງ ຖືປ້າຍຄຳຂວັນ ຂະບວນທີ່ພວກເຂົາເຈົ້າ ເຂົ້າຮ່ວມ ການເດີນຂະບວນ “ເພື່ອໃຫ້ຄອບຄົວ ໄດ້ຢູ່ນຳກັນ: ອິດສະຫຼະພາບ ສຳລັບ ພວກຄົນເຂົ້າເມືອງ.
ພວກປະທ້ວງ ຖືປ້າຍຄຳຂວັນ ຂະບວນທີ່ພວກເຂົາເຈົ້າ ເຂົ້າຮ່ວມ ການເດີນຂະບວນ “ເພື່ອໃຫ້ຄອບຄົວ ໄດ້ຢູ່ນຳກັນ: ອິດສະຫຼະພາບ ສຳລັບ ພວກຄົນເຂົ້າເມືອງ.

ລັດຖະບານສະຫະລັດ ໄດ້ຂໍເວລາຕື່ມອີກກັບສານ ເພື່ອຈັດໃຫ້ພວກລູກຄົນເຂົ້າເມືອງ ຜິດກົດໝາຍ ແລະພໍ່ແມ່ເຂົາເຈົ້າ ໄດ້ພົບພໍ້ກັນ.

ບັນດາຄອບຄົວ ໄດ້ຖືກແຍກຈາກກັນ ເວລາເຂົາເຈົ້າຂ້າມຊາຍແດນເມັກຊິໂກ ເຂົ້າມາ
ໃນສະຫະລັດແບບຜິດກົດໝາຍພາຍໃຕ້ນະໂຍບາຍ ບໍ່ມີການໂຍະຍານຜ່ອນຜັນຂອງ
ລັດຖະບານປະທານາທິບໍດີດໍໂນລ ທຣຳ.

ການປະຕິບັດດັ່ງກ່າວ ແມ່ນໄດ້ຖືກຕ້ອງຕິ ຈາກພັນທະມິດຂອງສະຫະລັດ ກຸ່ມປົກປ້ອງ
ສິດທິມະນຸດ ແລະພະສັນຕະປາປາແຟຣນຊິສ.

ຜູ້ພິພາກສາໄດ້ອອກຄຳສັ່ງໃຫ້ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ ໄດ້ພົບພໍ້ກັບພໍ່ແມ່ຂອງ
ພວກເຂົາພາຍໃນວັນທີ 10 ກໍລະກົດນີ້ ແລະຄອບຄົວທັງໝົດໃຫ້ເຕົ້າໂຮມກັນພາຍໃນ
ວັນທີ 26 ກໍລະກົດ.

ການຮັບຟັງຄຳໃຫ້ການຢູຸ່ສານໃນວັນສຸກວານນີ້ ລັດຖະບານກ່າວວ່າ ມີພໍ່ແມ່ 19 ຄົນ
ໄດ້ພົບພໍ້ກັບລູກຂອງເຂົາເຈົ້າ ທີ່ແຍກຈາກກັນນັ້ນແລ້ວ.

ໃນລະຫວ່າງການຮັບຟັງຄຳໃຫ້ການມື້ວານນີ້ ທະນາຍຄວາມຄົນນຶ່ງ ຂອງກະຊວງຍຸຕິ
ທຳໄດ້ໂຕ້ຖຽງວ່າ ຄຳສັ່ງກ່ຽວກັບເສັ້ນຕາຍໃນການເຕົ້າໂຮມຄອບຄົວ ບໍ່ໄດ້ກວມພວກ
ພໍ່ແມ່ທີ່ຖືກເນລະເທດ. ຜູ້ພິພາກສາຕັດສິນວ່າ ພວກພໍ່ແມ່ທີ່ຖືກເນລະເທດ ແມ່ນຮວມ
ຢູ່ໃນຄຳສັ່ງດັ່ງກ່າວນີ້.

ຜູ້ພິພາກສາບໍ່ໄດ້ອະນຸຍາດໃຫ້ຕໍ່ເວລາແກ່ລັດຖະບານ ໃນວັນສຸກວານນີ້ ແຕ່ກໍກ່າວ
ວ່າ ທ່ານຕ້ອງການບັນຊີລາຍຊື່ ຂອງພວກເດັກນ້ອຍ ພາຍໃນວັນເສົາມື້ນີ້ ທີ່ລັດຖະ
ບານຮູ້ສຶກວ່າ ຈະບໍ່ສາມາດພົບກັບຄອບຄົວຂອງພວກເຂົາເຈົ້າ ທັນກັບເວລາ ແລະ
ຍ້ອນເຫດຜົນຫຍັງ. ສານຈະເລີ້ມຮັບຟັງຄຳໃຫ້ການ ກ່ຽວກັບເລື້ອງນີ້ຕື່ມອີກໃນວັນ
ຈັນຈະມາ.

ການຮັບຟັງຄຳໃຫ້ການດັ່ງກ່າວ ມີຂຶ້ນ ໃນຖານະທີ່ເປັນພາກສ່ວນນຶ່ງ ຂອງການດຳ
ເນີນຄະດີທີ່ຍື່ນໂດຍສະຫະພັນປົກປ້ອງສິດທິພົນລະເມືອງຂອງອາເມຣິກັນ.

ລັດຖະມົນຕີ ກະຊວງສາທາລະນະສຸກ ແລະສັງຄົມສົງເຄາະ ທ່ານອາເລັກ ອາຊາ
(Alex Azar) ກ່າວໃນວັນພະຫັດຜ່ານມານີ້ວ່າ ມີພວກເດັກນ້ອຍ ຫລາຍກວ່າ 11
ພັນ 800 ຄົນ ຢູ່ທີ່ສູນເບິ່ງແຍງເດັກນ້ອຍຂອງທາງກະຊວງບໍ່ຮອດ 3 ພັນຄົນທີ່ຖືກ
ແຍກຈາກພໍແມ່ເຂົາເຈົ້າ. ສ່ວນທີ່ເຫຼືອແມ່ນພວກເດັກນ້ອຍ ທີ່ບໍ່ມີພໍ່ແມ່ຕິດຕາມມາ
ນຳ. ທ່ານກ່າວວ່າ ປະມານ 100 ຄົນ ຂອງພວກເດັກນ້ອຍທີ່ຖືກແຍກຈາກພໍ່ແມ່ນັ້ນ
ມີອາຍຸ 5 ປີຫຼືຕໍ່າກວ່ານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG