ໃນວັນຈັນວານນີ້ ສານສູງສຸດຂອງສະຫະລັດໄດ້ປະຕິເສດ ຕໍ່ພາກສ່ວນໃຫຍ່ຂອງກົດໝາຍ
ວ່າດ້ວຍການກວດຄົນເຂົ້າເມືອງຢ່າງເຂັ້ມງວດຂອງລັດ Arizona ໃນພາກຕາເວັນຕົກຂອງ
ສະຫະລັດ ແຕ່ກໍຕັດສິນວ່າ ພາກສ່ວນນຶ່ງທີ່ເປັນບັນຫາໂຕ້ແຍ້ງກັນຫຼາຍກວ່າໝູ່ໃນກົດໝາຍ
ດັ່ງກ່າວ ສາມາດປະຕິບັດຕໍ່ໄປໄດ້.
ສານສູງສຸດໄດ້ຕັດສິນເຫັນພ້ອມນໍາຂໍ້ບັງຄັບ ທີ່ບົ່ງວ່າພວກເຈົ້າໜ້າທີ່ຕໍາຫຼວດຂອງລັດທີ່ມີເຫດ
ຜົນພຽງພໍພາໃຫ້ສົງໄສນັ້ນ ສາມາດກວດກາຖານະການເຂົ້າເມືອງຂອງພວກຜູ້ຄົນທີ່ເຂົາເຈົ້າ
ຢຸດສໍາລັບສາເຫດອື່ນໆນັ້ນ. ເຖິງຢ່າງໃດກໍດີ ພວກຜູ້ພິພາກສາເຫຼົ່ານີ້ກ່າວວ່າ ຂໍ້ກໍານົດໃນກົດ
ໝາຍດັ່ງກ່າວສາມາດປະເຊີນກັບການທ້າທາຍຕ່າງໆທາງດ້ານກົດໝາຍຕື່ມອີກໄດ້.
ພວກຜູ້ພິພາກສາບໍ່ຍອມຮັບເອົາຂໍ້ກໍານົດອື່ນໆອີກ 3 ຂໍ້ຢູ່ໃນກົດໝາຍຂອງລັດ ຊຶ່ງຂໍ້ກໍານົດ
ເຫຼົ່ານີ້ຖືວ່າເປັນອາຊະຍາກຳ ສໍາລັບພວກຄົນເຂົ້າເມືອງທີ່ບໍ່ມີໃບອະນຸຍາດໃຫ້ເຮັດວຽກເຮັດ
ການ ໄປຊອກຫາວຽກການເຮັດ ຖືວ່າເປັນອາຊະຍາກຳສໍາລັບພວກຄົນເຂົ້າເມືອງທີ່ບໍ່ຖືເອກະ
ສານ ລົງທະບຽນຕິດໂຕໄປນໍາແລະອະນຸມັດໃຫ້ຕໍາຫຼວດຈັບກຸມຄົນເຂົ້າເມືອງຄົນໃດກໍຕາມ
ທີ່ເຂົາເຈົ້າເຊື່ອວ່າ ເນລະເທດໄດ້ນັ້ນ.
ສະພານິຕິບັນຍັດຂອງລັດ Arizona ໄດ້ຮັບຜ່ານກົດໝາຍດັ່ງກ່າວໃນປີ 2010. ຄະນະນໍາພາ
ຂອງລັດກ່າວວ່າ ມັນເປັນສິ່ງຈໍາເປັນ ທີ່ຕ້ອງໄດ້ຢຸດການລັກລອບເຂົ້າເມືອງຢ່າງຜິດກົດໝາຍ
ເຂົ້າໄປໃນລັດດັ່ງກ່າວ ຊຶ່ງສ່ວນຫຼາຍພວກລັກເຂົ້າເມືອງນີ້ ແມ່ນມາຈາກບັນດາປະເທດໃນທະ
ວີບອາເມຣິກາໃຕ້ແລະອາເມຣິກາກາງ. ພວກຜູ້ນໍາພາເຫຼົ່ານີ້ເວົ້າວ່າ ລັດຖະບານກາງສະຫະລັດ
ບໍ່ໄດ້ຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍຄົນເຂົ້າເມືອງແຫ່ງຊາດຢ່າງເຕັມສ່ວນ.
ລັດແອຣີໂຊນາ ກໍຄືກັບ ລັດແຄລິຟໍເນຍ ນິວເມັກຊິໂກ ກັບເທັກຊັສ ແມ່ນມີຊາຍແດນ
ຕິດກັບປະເທດເມັກຊິໂກ ຈຶ່ງມີບັນຫາເລື່ອງຄົນລັກລອບເຂົ້າເມືອງ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ