ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ສານ​ອຸ​ທອນ​ ສ​ຫລ ໄດ້​ອອກ​ຄຳ​ຕັດ​ສິນ ທີ່​ເຮັດ​ໃຫ້ ແຜນ​ການ​ເພື່ອ​ຮື້​ຟື້ນ ການ​ປະ​ຫານ​ຊີ​ວິດ ຂອງ​ທຳ​ນຽບ​ຂາວ ລົ້ມ​ແຫຼວ


ຫ້ອງ​ປະ​ຫານ​ຊີ​ວິດ ດ້ວຍ​ການ​ສັກ​ຢາ​ໃຫ້​ຕາຍ ຂອງ​ລັດ​ເນ​​ແບ​ຣສ​ກາ ແມ່ນ​ເຫັນ​ໄດ້ ຢູ່​ທີ່​ຄຸກ​ຄຸມ​ຂັງ​ອາ​ຊະ​ຍາ​ກອນ​ຂອງ​ລັດ ໃນ​ເມືອງ​ລິງ​ຄອນ, ​ວັນ​ທີ 7 ກໍ​ລະ​ກົດ 2010.
ຫ້ອງ​ປະ​ຫານ​ຊີ​ວິດ ດ້ວຍ​ການ​ສັກ​ຢາ​ໃຫ້​ຕາຍ ຂອງ​ລັດ​ເນ​​ແບ​ຣສ​ກາ ແມ່ນ​ເຫັນ​ໄດ້ ຢູ່​ທີ່​ຄຸກ​ຄຸມ​ຂັງ​ອາ​ຊະ​ຍາ​ກອນ​ຂອງ​ລັດ ໃນ​ເມືອງ​ລິງ​ຄອນ, ​ວັນ​ທີ 7 ກໍ​ລະ​ກົດ 2010.

ສານ​ອຸ​ທອນ​ຂອງ​ສ​ະ​ຫະ​ລັດ ໄດ້​ອອກ​ຄວາມ​ເຫັນ​ທີ່ສ້າງ​ຄວາມ​ຫຍຸ້ງ​ຍາກຕໍ່ແຜນ​ການ​ຂອງຄະ​ນະ​ລັດ​ຖະ​ບານ​ທ່ານ​ທ​ຣຳ​ ທີ່​ຈະ​ລິ​ເລີ້ມ​ຄືນ​ໃໝ່ ໂທດ​ປະ​ຫານ​ຊີ​ວິດ ໃນ​ສັບ​ປະ​ດາ​ໜ້ານີ້ ຫຼັງ​ຈາກ​ທີ່​ໂທດ​ດັ່ງ​ກ່າວ ບໍ່​ໄດ້​ຖືກນຳ​ໃຊ້​ມາເປັນ​ເວ​ລາ 16 ປີແລ້ວ.

ຄະ​ນະ​ຜູ້​ພິ​ພາກ​ສາ 3 ທ່ານ ຂອງ​ສານ​ອຸ​ທອນ​ສະ​ຫະ​ລັດ ເຂດ​ນະ​ຄອນຫຼວງວໍ​ຊິງ​ຕັນ ດີ​ຊີ ໃນວັນ​ຈັນ​ວານນີ້ ໄດ້​ຕັດ​ສິນເຫັນ​ພ້ອມ​ກັບ​ການ​ກີດ​ກັນຕໍ່ແຜນ​ການ​ຂອງ​ລັດ​ຖະ​ບານ​ກາງ ທີ່​ຈະ​ຮື້​ຟື້ນໂທດປະ​ຫານ​ຊີ​ວິດຄືນ​ໃໝ່.

ກະ​ຊວງ​ຍຸ​ຕິ​ທຳ ໄດ້​ຂໍ​ຮ້ອງ​ໃຫ້​ສານ​ດັ່ງ​ກ່າວ ຍົກ​ເລີກ​ຄຳ​ສັ່ງ ຂອງ​ສານ​ຊັ້ນ​ຕົ້ນ ແລະ​ແຜ້ວ​ທາງ​ໃຫ້​ໂທດປະ​ຫ​ານ​ຊີ​ວິດ ທີ່​ໄດ້​ຖືກວາງ​ແຜນ​ໄວ້​ ສຳ​ລັບ​ສະ​ປະ​ດາ​ໜ້ານີ້ ດຳ​ເນີນ​ໄປ​ໄດ້.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ​ວີ​ລ​ລ້ຽມ ບາ ໄດ້​ກ່າວ​ວ່າ ທ່ານ​ຈະ​ເອົາ​ຄະ​ດີ​ຂອງ​ສານ​ຊັ້ນ​ຕົ້ນ ຂຶ້ນ​ສູ່​ສານ​ສູງ​ສຸດ ຖ້າ​ຫາກວ່າ ​ຈຳ​ເປັນ.

ທ່ານ​ບາ ຜູ້​ທີ່ໄດ້ຖືກ​ແຕ່ງ​ຕັ້ງ​ໃນ​ປີ​ກາຍນີ້ ໂດຍ ປະ​ທາ​ນາ​ທິ​ບໍ​ດີ ສ​ະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ປະ​ກາດ​ໃນ​ເດືອນ​ກໍ​ລະ​ກົດ ວ່າ ທ່ານ​ຈະ​ຟື້ນ​ຟູໂທດ​ປະ​ຫານ​ຊີ​ວິດ​ ສຳ​ລັບ​ພວກ​ອາ​ຊະ​ຍາ​ກອນ ທີ່ໄດ້​ຖືກ​ຕັດ​ສິນ​ວ່າ​ມີ​ຄວາມ​ຜິດ ​ດ້ວຍ​ໂທດປະ​ຫານ​ຊີ​ວິດ. ການ​ປະ​ຫານ​ຊີ​ວິດ​ນັກ​ໂທດ 5 ​ຄົນ ​ໄດ້​ຖືກວາງ​ແຜນເອົາ​ໄວ້ ໃນ​ບໍ່​ເທົ່າ​ໃດ​ອາ​ທິດ​ຈະ​ມາ​ເຖິງນີ້.

ເຖິງ​ຢ່າງ​ໃດ​ກໍ​ຕາມ ຜູ້​ພິ​ພາກ​ສາ​ສານ​ດັ່ງ​ກ່າວ ໄດ້​ໂຈະ​ແຜນ​ການ​ປະ​ຫານ​ຊີ​ວິດ​ເຫຼົ່ານັ້ນ​ໄວ້ ​ເມື່ອ​ເດືອນ​ແລ້ວນີ້ ຫຼັງ​ຈາກ​ທີ່ພວກ​ນັກ​ໂທດ​ບາງ​ສ່ວນ ໄດ້​ທ້າ​ທາຍ ຂັ້ນ​ຕອນ​ໃໝ່ຂອງ​ການ​ປະ​ຫານ​ຊີ​ວິດ ກ່ຽວ​ກັບ​ລະ​ບຽບ​ການການ​ສັກ​ຢາໃຫ້​ຕາຍ ຂອງ​ກະ​ຊວງ​ຍຸ​ຕິ​ທຳ.

ທ່ານ​ຊອນ ໂນ​ແລນ ທະ​ນາຍ​ຄວາມ​ຂອງ​ພວກ​ນັກ​ໂທດ​ຊາຍ​ທີ່​ກຳ​ລັງ​ປະ​ເຊີນ​ກັບ​ໂທດ​ປະ​ຫານ​ຊີ​ວິດໄດ້​ກ່າວ​ວ່າ ທ່ານ “ພໍໃຈ” ກັບ​ການ​ຕັດ​ສິນ​ຂອງ​ສານ​ອຸ​ທອນ. ທ່ານ​ໂນ​ແລນ ກ່າວ​ໃນ​ຖະ​ແຫລງ​ການ​ວ່າ “ສານ​ແຕ່​ລະ​ຂັ້ນ ໄດ້​ມີ​ຄວາມ​ເຫັນ​ຢ່າງ​ຊັດ​ເຈນວ່າ ລັດ​ຖະ​ບານບໍ່​ສາ​ມາດ​ເລັ່ງ​ລັດ​ການ​ປະ​ຫານ​ຊີ​ວິດ ເພື່ອ​ທີ່​ຈະຫຼີກ​ເວັ້ນ​ການ​ທົບ​ທວນ​ຄືນ​ໃນ​ດ້ານ​ຕຸ​ລາ​ການ ເຖິງ​ເລື້ອງ​ຄວາມ​ຖືກ​ຕ້ອງໃນ​ດ້ານ​ກົດ​ໝາຍ ແລະ​ດ້ານ​ລັດ​ຖະ​ທຳ​ມະ​ນູນ ຂອງ​ຂັ້ນ​ຕອນໃໝ່​ໃນການ​ປະ​ຫານ​ຊີ​ວິດນັ້ນ.”

​ການ​ປະ​ຫານ​ຊີ​ວິດ​ເທື່ອສຸດທ້າຍ ໄດ້​ມີ​ຂຶ້ນ ໃນ​ປີ 2003. ນັບ​ຕັ້ງ​ແຕ່ນັ້ນ​ມາ ລັດ​ຖະ​ບານ ບໍ່​ໄດ້​ທຳ​ການ​ປະ​ຫານ​ຊີ​ວິດ​ເລີຍ ຍ້ອນ​ການ​ດຳ​ເນີນ​ຄະ​ດີ​ທີ່​ແກ່​ຍາວມາ ກ່ຽວ​ກັບ​ຢາ​ອັນ​ຕະ​ລາຍ​ທີ່​ໃຊ້​ສັກ ໃນ​ການ​ປະ​ຫານ​ຊີ​ວິດນັ້ນ.

ບ​າງ​ລັດ​ຂອງ​ສ​ະ​ຫະ​ລັດ ຍັງທຳ​ການ​ປະ​ຫານ​ຊີ​ວິດ​ຢູ່ ຫາກ​ແຕ່​ວ່າ ມີ​ຫຼາຍໆ​ລັດ ​ເພີ້ມ​ຂຶ້ນ ​ໄດ້​ຍຸ​ຕິ​ການ​ປະ​ຫານ​ຊີ​ວິດ​ແລ້ວ.


ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG