ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມັງກອນ ໒໐໒໕

ສານອຸທອນ ສະຫະລັດ ປະຕິເສດຄຳຮ້ອງຂໍໂຈະການເປີດເຜີຍບົດລາຍງານຂອງທີ່ປຶກສາພິເສດ ກ່ຽວກັບ ທ່ານ ທຣໍາ


ແຟ້ມຮູບ-ອະດີດປະທານາທິບໍດີສະຫະລັດ, ປັດຈຸບັນ ເປັນປະທານາທິບໍດີທີ່ຖືກເລືອກ, ແລະທີ່ປຶກສາພິເສດ ທ່ານ ແຈັກ ສມິດທ໌, ປາກົດໃນພາບລວມກັນ ຂອງແຟ້ມຮູບໃນນະຄອນຫຼວງບໍຊິງຕັນ ປີ 2023.
ແຟ້ມຮູບ-ອະດີດປະທານາທິບໍດີສະຫະລັດ, ປັດຈຸບັນ ເປັນປະທານາທິບໍດີທີ່ຖືກເລືອກ, ແລະທີ່ປຶກສາພິເສດ ທ່ານ ແຈັກ ສມິດທ໌, ປາກົດໃນພາບລວມກັນ ຂອງແຟ້ມຮູບໃນນະຄອນຫຼວງບໍຊິງຕັນ ປີ 2023.

ສານອຸທອນຂອງສະຫະລັດ ປະຕິເສດທີ່ຈະລະງັບການເຜີຍແຜ່ບົດລາຍງານການສືບສວນຂອງທີ່ປຶກສາພິເສດກ່ຽວກັບຄວາມພະຍາຍາມຂອງປະທານາທິບໍດີ ດໍໂນລ ທຣໍາ ທີ່ຈະຕ່າວປີ້ນຄວາມຜ່າຍແພ້ຂອງທ່ານ ຈາກການເລືອກຕັ້ງໃນປີ 2020.

ການຕັດສິນຈາກສານອຸທອນຂອງສະຫະລັດໃນນະຄອນ ແອັດແລນຕ້າ ສໍາລັບເຂດ 11 ເບິ່ງຄືວ່າ ຈະເປີດທາງໃຫ້ມີການເຜີຍແຜ່ບົດລາຍງານດັ່ງກ່າວໄວສຸດໃນຕົ້ນອາທິດຫນ້ານີ້.

ການຕັດສິນຂອງສານອຸທອນ ບໍ່ໄດ້ຍົກເລີກຄຳສັ່ງຈາກຜູ້ພິພາກສາເຂດຂອງສະຫະລັດ ທ່ານນາງ ໄອລີນ ແຄນນອນ (Aileen Cannon) ໃນຕົ້ນອາທິດນີ້ ທີ່ຈະຍຸຕິການເຜີຍແຜ່ລາຍງານດັ່ງກ່າວ. ແຕ່ ທ່ານນາງ ແຄນນອນ ໄດ້ກໍານົດໃຫ້ຄໍາສັ່ງຂອງທ່ານນາງໝົດອາຍຸລົງສາມມື້ ລຸນຫຼັງສານອຸທອນມີການຕັດສິນກ່ຽວກັບບັນຫາດັ່ງກ່າວ.

ສານອຸທອນໄດ້ທໍາການເຊື້ອເຊີນໃຫ້ກະຊວງຍຸຕິທຳຍຶ່ນອຸທອນແຍກຕ່າງຫາກ, ຖ້າຫາກພວກເຂົາເຈົ້າຕ້ອງການທີ່ຈະຕ່າວປີ້ນຄຳຕັດສິນດັ່ງກ່າວນັ້ນ.

ບົດລາຍງານດັ່ງກ່າວມີທ່າອ່ຽງວ່າ ຈະເປັນການກະທໍາສຸດທ້າຍຂອງທີ່ປຶກສາພິເສດ ທ່ານ ແຈັກ ສມິດທ໌ (Jack Smith), ຜູ້ທີ່ໄດ້ທໍາການຟ້ອງຄະດີປະຫວັດສາດສອງກໍລະນີຕໍ່ ທ່ານ ທຣໍາ ກ່ຽວກັບຄວາມພະຍາຍາມທີ່ຈະລຶບລ້າງຜົນຂອງການເລືອກຕັ້ງ ປີ 2020, ແລະອີກນຶ່ງຄະດີກ່ຽວກັບ ການຈັດເອກະສານລັບແບບບໍ່ເໝາະສົມ.

ທ່ານ ສມິດທ໌ ໄດ້ທໍາການຖອນຟ້ອງທັງສອງກໍລະນີ ລຸນຫຼັງ ທ່ານ ທຣໍາ ໄດ້ຮັບໄຊຊະນະຈາກການເລືອກຕັ້ງ, ແລະທັງສອງກໍລະນີ ກໍບໍ່ໄດ້ເຖິງຂັ້ນດໍາເນີນການພິຈາລະນາຄະດີ.

ການຕັດສິນໃນວັນພະຫັດວານນີ້ ມີຂຶ້ນຫຼັງຈາກອະດີດຈໍາເລີຍຮ່ວມສອງຄົນຂອງ ທ່ານ ທຣໍາ ກ່ຽວກັບຄະດີການຈັດການເອກະສານຕ່າງໆ ຄື ທ່ານ ວອລຕ໌ ນາວຕາ (Walt Nauta) ແລະ ທ່ານ ຄາຣໂລສ ດີ ໂອລີແວຣາ (Carlos De Oliveira), ໄດ້ຍື່ນຄໍາຮ້ອງຕໍ່ສານອຸທອນ ເພື່ອໂຈະການເຜີຍແຜ່ບົດລາຍງານ, ໂດຍໃຫ້ເຫດຜົນວ່າ ການກະທໍາດັ່ງກ່າວນີ້ຈະແຊກແຊງຕໍ່ການດໍາເນີນຄະດີຂອງພວກເຂົາເຈົ້າ ທີ່ກໍາລັງດໍາເນີນຢູ່.

ບົດລາຍງານໃນປັດຈຸບັນ, ມີກໍານົດທີ່ຈະໃຫ້ລາຍລະອຽດກ່ຽວກັບການສືບສວນການເລືອກຕັ້ງ ປີ 2020 ລຸນຫຼັງໄອຍະການສູງສຸດ ທ່ານ ເມີຣິກ ກາແລນ (Merrick Garland), ຜູ້ທີ່ທໍາການແຕ່ງຕັ້ງ ທ່ານ ສມິດທ໌, ທໍາການຕັດສິນໃຈທີ່ຈະບໍ່ເປີດເຜີຍສ່ວນທີ່ເນັ້ນໜັກວ່າເປັນເອກະສານລັບຕໍ່ສາທາລະນະ ໃນຂະນະທີ່ການດໍາເນີນຄະດີທາງດ້ານກົດໝາຍຕໍ່ອະດີດຈໍາເລີຍຮ່ວມສອງຄົນຂອງ ທ່ານ ທຣໍາ ຍັງຄົງດໍາເນີນຕໍ່ໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG