ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັັດ ຕໍ່ຕ້ານການຂະຫຍາຍອິດ​ທິ​ພົນຂອງຈີນ ສູ່ໝູ່ເກາະໂຊໂລມອນ


ແຟ້ມຮູບ-ນາຍົກລັດຖະມົນຕີຂອງປະເທດໝູ່ເກາະໂຊໂລມອນ ທ່ານມານາເຊ ໂຊກາແວ (ຊ້າຍ), ນາຍົກລັດຖະມົນຕີຂອງຈີນ ທ່ານລີ ເກີ້​ຈຽງ (Li Keqiang) ເຂົ້າຮ່ວມພິທີລົງນາມ ຢູ່ທີ່ ຫໍປະຊຸມໃຫຍ່ຂ ອງປະຊາຊົນ (Great Hall of the People) ໃນນະຄອນຫຼວງປັກກິ່ງ, ເມື່ອວັນທີ 9 ຕຸລາ 2019.
ແຟ້ມຮູບ-ນາຍົກລັດຖະມົນຕີຂອງປະເທດໝູ່ເກາະໂຊໂລມອນ ທ່ານມານາເຊ ໂຊກາແວ (ຊ້າຍ), ນາຍົກລັດຖະມົນຕີຂອງຈີນ ທ່ານລີ ເກີ້​ຈຽງ (Li Keqiang) ເຂົ້າຮ່ວມພິທີລົງນາມ ຢູ່ທີ່ ຫໍປະຊຸມໃຫຍ່ຂ ອງປະຊາຊົນ (Great Hall of the People) ໃນນະຄອນຫຼວງປັກກິ່ງ, ເມື່ອວັນທີ 9 ຕຸລາ 2019.

ສະຫະລັດ ກໍາລັງເພີ້ມການຕິດຕໍ່ທາງການທູດ ແລະເພີ້ມການຊ່ວຍເຫຼືອດ້ານຢາວັກຊີນປ້ອງກັນໂຄວິດ-19 ໄປໃຫ້ປະເທດໝູ່ເກາະໂຊໂລມອນ ທ່າມກາງຄວາມກັງວົນກ່ຽວກັບຂໍ້ຕົກລົງລະຫວ່າງປະເທດໝູ່ເກາະດັ່ງກ່າວ ແລະ ຈີນ.

ໃນອາທິດນີ້, ​ຮອງລັດຖະມົນຕີ ກະຊວງການຕ່າງປະເທດຂອງສະຫະລັດ ທ່ານ​ນາງເວັນດີ ເຊີແມນ (Wendy Sherman) ໄດ້ໂອ້ລົມ​ກັ​ບລັດຖະມົນຕີກະຊວງ ການຕ່າງປະເທດ ຂອງໝູ່ເກາະໂຊໂລມອນ ທ່ານເຈເຣເມຍ ມາເນເລ (Jeremiah Manele) ກ່ຽວກັບແຜນການທີ່ຈະເປີດສະຖານທູດຂອງສະຫະລັດ ຢູ່ໃນເມືອງໂຮເນຍຣາ (Honiara) ອີກຄັ້ງ, ແລະ ດັ່ງທີ່ເຈົ້າໜ້າທີ່ ຂອງສະຫະ ລັດອະທິບາຍວ່າເປັນ “ຄວາມພະຍາຍາມທີ່ຈະຂະຫຍາຍ ແລະເພີ້ມສາຍພົວພັນອັນເລິກເຊິ່ງ” ລະຫວ່າງທັງສອງປະເທດດັ່ງກ່າວ.

ສະຫະລັດ ຍັງໄດ້ບໍລິຈາກຢາວັກຊີນປ້ອງກັນໂຄວິດ-19 ເພີ້ມ​ຕື່ມໃຫ້ແກ່ປະເທດ​ເກາະ​ດອນ​ໃນປາຊີຟິກໃຕ້ແຫ່ງນີ້. ໝູ່ເກາະໂຊໂລມອນໄດ້ຮັບຢາວັກຊີນຟາຍເຊີ້ ຈໍານວນ 52,650 ໂດສ ໃນຊ່ວງບໍ່ເທົ່າໃດມື້ທີ່ຜ່ານມາ, ລຸນຫຼັງທີ່ຢາວັກຊີນຈໍານວນ 100,620 ໂດສ ແມ່ນໄດ້ຈັດສົ່ງໄປຮອດ ເມື່ອເດືອນພະຈິກແລ້ວນີ້.

ປັດຈຸບັນ, ສະຫະລັດຍັງຄົງຮັກສາສະຖານກົງສຸນຢູ່ທີ່​ເມືອງໂຮເນຍຣາ ລຸນຫຼັງທີ່ມີການປິດສະຖານທູດຂອງຕົນລົງໃນປີ 1993. ແຜນການທີ່ຈະເປີດສະຖານທູດສະຫະລັດຄືນ ຢູ່ໃນນະຄອນຫຼວງຂອງໝູ່ເກາະໂຊໂລມອນ ໄດ້ປະກາດຄັ້ງທໍາອິດໂດຍລັດຖະມົນຕີກະຊວງການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ໃນລະຫວ່າງການເດີນທາງໄປຢ້ຽມຢາມປະເທດໃນຂົງເຂດມະ​ຫາ​ສະ​ໝຸດປາຊີຟິກ ​ຕອນ​ໃຕ້ ເມື່ອເດືອນກຸມພາທີ່ຜ່ານມາ.

ການຊຸກຍູ້ໃຫ້ມີການພົວພັນທາງການທູດ​ຄັ້ງຫຼ້າສຸດຂອງທ່ານນາງເຊີແມນນັ້ນ ມີຂຶ້ນລຸນຫຼັງທີ່ໝູ່ເກາະໂຊໂລມອນ ແລະຈີນ ໄດ້ມີການບັນລຸຂໍ້ຕົກລົງ ທີ່​ຈະອະນຸ ຍາດ ໃຫ້ມີການສົ່ງກອງກໍາລັງທະຫານຂອງຈີນເຂົ້າໄປໃນກໍລະ​ນີ​ທີ່​ເກີດຄວາມບໍ່ສະຫງົບພາຍໃນປະເທດ.

ອີງຕາມຮ່າງເອກະສານທີ່ຮົ່ວໄຫຼອອກມາ, ຈີນ ສາມາດສົ່ງຕໍາຫຼວດ ພ້ອມດ້ວຍອາວຸດແລະກອງກໍາລັງທະຫານ ຖ້າຫາກມີການຮ້ອງຂໍຈາກລັດຖະບານຂອງໝູ່ເກາະໂຊໂລມອນ. ຈີນ ຍັງສາມາດໄດ້ຮັບອະນຸຍາດໃຫ້​ຖານ​ທັບ​ເຮືອຂອງຕົນ ຢູ່ນອກ​ແຄມຝັ່ງ ຂອງປະເທດໝູ່ເກາະແຫ່ງນີ້ ນໍາດ້ວຍ.

ເມື່ອຕົ້ນເດືອນເມສາທີ່​ຜ່ານ​ມານີ້, ນາຍົກລັດຖະມົນຕີ ຂອງໝູ່ເກາະໂຊໂລມອນ ທ່ານມານາສເຊ ໂຊກາວາ​ເຣ (Manasseh Sogavare) ກ່າວວ່າ ປະເທດຂອງທ່ານ ຈະບໍ່ເຊື້ອເຊີນໃຫ້ ຈີນ ເຂົ້າມາຕັ້ງຖານທັບໄດ້. ຈີນ ຍັງໄດ້ມີການປະຕິເສດວ່າ ພວກເຂົາຈະບໍ່ຊອກຫາໂອກາດ ໃນການຕັ້ງຖານທັບຢູ່ທີ່ນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG