ການສັກຢາວັກຊີນກັນໄວຣັສໂຄໂຣນາຂອງຊາວອາເມຣິກັນ ແມ່ນໄດ້ເລີ້ມຂຶ້ນແລ້ວກໍຢຸດສະຫງັກລົງ.
ເມື່ອຕົ້ນເດືອນທັນວາ ລັດຖະບານຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ກຳລັງຈະພົ້ນຈາກຕຳແໜ່ງໄປນັ້ນ ໄດ້ຄາດໝາຍວ່າ ມີ 20 ລ້ານຄົນຈະໄດ້ຮັບການສັກຢາຊີນພາຍໃນທ້າຍປີນີ້.
ແຕ່ມາເຖິງວັນພຸດຜ່ານມານີ້ ມີພຽງ 12 ລ້ານ 4 ແສນໂດສ ໄດ້ຖືກແຈກຢາຍທົ່ວປະເທດ ອີງຕາມສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ຫຼື CDC. ອົງການນີ້ ໄດ້ກ່າວວ່າ 2 ລ້ານ 6 ແສນຄົນ ໄດ້ຮັບການສັກຢາວັກຊີນໃສ່ແຂນ ຂອງພວກເຂົາເຈົ້າແລ້ວ ເຖິງແມ່ນວ່າ ອາດຈະມີການຊັກຊ້າໃນການລາຍງານກໍຕາມ.
ທ່ານທຣຳ ໄດ້ກ່າວພຽງເລັກນ້ອຍກ່ຽວກັບບັນຫາດັ່ງກ່າວໃນບໍ່ເທົ່າໃດອາທິດມໍ່ໆມານີ້ ໂດຍເພັ່ງເລັງໃສ່ໂດຍສະເພາະ ເລື້ອງການກ່າວອ້າງທີ່ຂາດຫຼັກຖານສະ ໜັສະໜຸນວ່າ ທ່ານໄດ້ຖືກສໍ້ໂກງໃນການລົງສະໝັກເອົາຕຳແໜ່ງຢູ່ທຳນຽບຂາວສະໄໝທີສອງ. ແຕ່ທ່ານໄດ້ກ່າວເຖິງບາດກ້າວທີ່ຊ້າຂອງການສັກຢາວັກຊີນ ຢູ່ໃນທວິດເຕີ້ ໂດຍກ່າວວ່າ “ລັດຖະບານກາງ ໄດ້ແຈກຢາຍຢາວັກຊີນໄປໃຫ້ລັດ ຕ່າງໆ. ດຽວນີ້ ມັນກໍຂຶ້ນຢູ່ກັບລັດທັງຫຼາຍ ທີ່ຈະນຳໄປສັກໃຫ້ປະຊາຊົນ. ເລີ້ມເຄືີ່ອນໄຫວຊະ!”
ລິ້ງທວິດເຕີ້ຂອງທ່ານທຣຳ: https://twitter.com/realDonaldTrump/status/1344262826261676032
ມີບັນຫາຫຼາຍປະການໄດ້ເກີດຂຶ້ນ ທີ່ລວມທັງການຂາດແຄນດ້ານທຶນຮອນເພື່ອການສັກຢາວັກຊີນ ແລະການປະກາດແຈ້ງໃຫ້ຄົນຮູ້ກ່ຽວກັບຢາວັກຊີນທີ່ມີພ້ອມແລ້ວຢູ່ໃນບາງຊຸມຊົນ. ແຕ່ລະລັດ ແມ່ນຕັດສິນໃຈເອົາເອງວ່າ ຜູ້ໃດຄວນໄດ້ຮັບຢາວັກຊີນກ່ອນ ເຖິງແມ່ນວ່າ ບັນດາພະນັກງານແພດ ເບິ່ງແຍງຄົນປ່ວຍ ແລະພວກຄົນຜູ້ເຖົ້າທີ່ອາໄສຢູ່ສະຖານພັກເຊົາສຳລັບຄົນຊະລາໂດຍສ່ວນຫຼາຍແລ້ວ ແມ່ນໄດ້ຢູ່ແຖວໜ້າຢູ່ໃນຫຼາຍໆແຫ່ງ.
ບັນດາເຈົ້າໜ້າທີ່ສາທາລະນະສຸກ ໃນລັດວິສຄອນຊິນທາງພາກຕາເວັນຕົກຕອນກາງ ຂອງປະເທດໄດ້ສະແດງຄວາມຕື່ນຕົກໃຈ ຕໍ່ການກະທຳຕ່າງໆຂອງພະນັກ ງານແພດຄົນນຶ່ງ ຢູ່ທີ່ໂຮງໝໍຕັ້ງຢູ່ນອກເມືອງມີລວອກກີ ທີ່ໃຫຍ່ສຸດຂອງລັດ. ພະນັກງານດັ່ງກ່າວ ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ພະນັກງານຄົນນັນໄດ້ຍອມ ຮັບວ່າ ຈົງໃຈເຮັດໃຫ້ຢາວັກຊີນ ກັນໄວຣັສໂຄໂຣນາຫຼາຍກວ່າ 500 ໂດສໝົດ ຄຸນນະພາບ ດ້ວຍການເອົາຫຼອດຢາ 57 ອັນ ອອກຈາກຕູ້ເຢັນດ້ານການແພດ.
ພະນັກງານຜູ້ນີ້ ໄດ້ຖືກໄລ່ອອກໃນທັນທີທັນໃດ ແລະບັນດາເຈົ້າໜ້າທີ່ປະຕິບັດກົດໝາຍ ກໍເລີ້ມສືບສວນສອບສວນເບິ່ງເຫດການນີ້.