ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຂະນະທີ່ ມີຄົນຕິດໄວຣັສໂຄໂຣນາເພີ້ມຂຶ້ນ ຢູ່ໃນ ສຫລ ພວກເຈົ້າໜ້າທີ່ ໄດ້ສົ່ງຖ້ອຍຄໍາ ທີ່ສັບສົນ ກ່ຽວກັບການຮັບມືກັບພະຍາດນີ້


ບັນດານັກວິຊາກາແພດສຸກເສີນ (EMT) ໄດ້ເອົາຄົນປ່ວຍໄປເຂົ້າສູນການແພດໃນຝັ່ງທາງເໜືອ (North Shore Medical Center) ບ່ອນທີ່ໃຫ້ການປິ່ນປົວຄົນເປັນພະຍາດ COVID-19 ໃນເມືອງມາຍອາມີ, ລັດຟລໍຣິດາ ໃນວັນທີ 14 ກໍລະກົດ 2020.
ບັນດານັກວິຊາກາແພດສຸກເສີນ (EMT) ໄດ້ເອົາຄົນປ່ວຍໄປເຂົ້າສູນການແພດໃນຝັ່ງທາງເໜືອ (North Shore Medical Center) ບ່ອນທີ່ໃຫ້ການປິ່ນປົວຄົນເປັນພະຍາດ COVID-19 ໃນເມືອງມາຍອາມີ, ລັດຟລໍຣິດາ ໃນວັນທີ 14 ກໍລະກົດ 2020.

ສະຫະລັດຖືກກະທົບໂດຍກໍລະນີຄົນຕິດໄວຣັສໂຄໂຣນາປະຈໍາວັນຫລາຍກວ່າ 75,000 ກໍລະນີ ຊຶ່ງເປັນຈໍານວນສູງຢ່າງເປັນປະຫວັດການທີ່ສ້າງໃຫ້ມີຜົນເສຍຫາຍຢ່າງຮ້າຍແຮງ, ອີງຕາມສາງຂໍ້ມູນຂອງໜັງສືພິມ New York Times.

ມັນໃຊ້ເວລາບໍ່ຮອດ 1 ອາທິດເພື່ອໃຫ້ກາຍສະຖິຕິ 68,241 ກໍລະນີຕໍ່ວັນ ທີ່ມີ ໃນວັນສຸກແລ້ວນີ້.

ເຖິງແມ່ນວ່າຈໍານວນກໍລະນີຕິດພະຍາດໃໝ່ໃນສະຫະລັດກໍາລັງພຸ້ງສູງຂຶ້ນກໍຕາມ ແຕ່ວ່າ ບັນດາຜູ້ປົກຄອງລັດກໍຍັງສືບຕໍ່ສົ່ງຖ້ອຍຄໍາທີ່ສັບສົນກ່ຽວກັບວ່າຈະຮັບມື ກັບການລະບາດຢ່າງໜັກຂອງພະຍາດນີ້ແນວໃດ.

ກໍລະນີຕິດພະຍາດໃໝ່ຫລາຍກວ່າ 60,000 ໄດ້ຖືກບັນທຶກໃນແຕ່ລະວັນ ຊຶ່ງ ໄດ້ຜັກດັນໃຫ້ບໍລິສັດວໍມາດ (Walmart) ທີ່ເປັນບໍລິສັດຂາຍເຄື່ອງຍ່ອຍທີ່ໃຫຍ່ ທີ່ສຸດ ຂອງສະຫະລັດ ຮຽກຮ້ອງໃຫ້ລູກຄ້າໃສ່ໜ້າກາກປິດປາກໄວ້ຢູ່ໃນສາຂາ ຂອງຕົນ 5,000 ແຫ່ງ.

ຜູ້ປົກຄອງລັດ ເຄ ໄອວີ (Kay Ivey) ຂອງລັດອາລາບາມາ ທີ່ຢູ່ທາງພາກໃຕ້ ຂອງປະເທດ ໄດ້ສັ່ງໃຫ້ປະຊາຊົນອາໄສໃນລັດດັ່ງກ່າວໃສ່ໜ້າກາກປິດປາກໄວ້ ຢູ່ ຊຶ່ງມີຜົນບັງຄັບໃຊ້ນັບແຕ່ວັນພະຫັດວານນີ້ ໃນຂະນະທີ່ລັດດັ່ງກ່າວໄດ້ລາຍ ງານວ່າ ມີ ຄົນເສຍຊີວິດໃນຈໍານວນໃໝ່ ເກືອບຮອດ 50 ຄົນໃນວັນພຸດຜ່ານ ມາ.

ແຕ່ວ່າ ລັດຈໍເຈຍທີ່ຢູ່ທາງພາກໃຕ້ ຂອງປະເທດ ທີ່ມີ ກໍລະນີຕິດພະຍາດໃໝ່ ເກືອບຮອດ 3,900 ຄົນທີ່ເປັນຈໍານວນລວມສູງອັນດັບສອງຂອງລັດດັ່ງກ່າວ ນັບແຕ່ມີການລະບາດຂອງພະຍາດຢ່າງໜັກເປັນຕົ້ນມາ, ຜູ້ປົກຄອງລັດ ໄບຣ- ອັນ ເຄມ (Brian Kemp) ທີ່ສັງກັດພັກຣຣີພັບບລິກັນ ມີຄໍາສັ່ງໃໝ່ອອກມາທີ່ ບອກຢ່າງຈະແຈ້ງວ່າຫ້າມບັນດາເມືອງຕ່າງໆ ວາງຂໍ້ບັງຄັບຂອງຕົນເອງໃນ ເລື້ອງໃສ່ໜ້າກາກປິດປາກໄວ້ ເຖິງແມ່ນວ່າ ທ່ານຈະ “ຊຸກຍູ້ຢ່າງແຮງ” ໃຫ້ຄົນໃຊ້ມັນກໍຕາມ. ທ່ານໄດ້ຍືດຂໍ້ຈໍາກັດທີ່ຮຽກຮ້ອງໃຫ້ຄົນຢູ່ຫ່າງກັນອອກໄປ.

ເຈົ້າໜ້າທີ່ຂອງເມືອງບາງຄົນຢູ່ໃນລັດຂອງທ່ານ ລວມທັງແອດແລນຕາ ທີ່ເປັນ ເມືອງທີ່ໃຫຍ່ທີ່ສຸດ ເມື່ອກ່ອນເຄີຍໄດ້ຄັດຄ້ານທ່ານເຄມ ແລະໄດ້ບັງຄັບໃຫ້ມີ ການໃສ່ໜ້າກາກ. ພວກເຂົາເຈົ້າໄດ້ສະແດງຄວາມໂກດເຄືອງຕໍ່ຄໍາສັ່ງໃໝ່ຂອງ ທ່ານ.

“ມັນເປັນເລື້ອງທາງການຢ່າງເປັນທາງການ. ຜູ້ປົກຄອງລັດເຄມ (Kemp) ບໍ່ ໄດ້ເອົາຫົວຊາຕໍ່ພວກເຮົາດອກ,” ນັ້ນຄືຄໍາເວົ້າຂອງທ່ານ ແວນ ຈອນຊັນ, ເຈົ້າ ເມືອງຊາວານາ (Savannah) ທີ່ສັງກັດພັກເດໂມແຄຣັດທີ່ເປັນເຈົ້າໜ້າທີ່ຜູ້ທໍາ ອິດທີ່ໄດ້ອອກລະບຽບການໃສ່ໜ້າກາກປິດປາກ ຂຽນຢູ່ໃນທວີດເຕີ. ທ່ານຂຽນ ເພີ້ມວ່າ “ຜູ້ຊາຍ ແລະແມ່ຍິງທຸກຄົນຮັບຜິດຊອບຕົນເອງ. ບໍ່ສົນໃຈຕໍ່ວິທະຍາ ສາດ ແລະເຮັດໃຫ້ດີທີ່ສຸດເພື່ອເອົາຕົວໃຫ້ຢູ່ລອດ.”

ທ່ານ ອາລີ ຄານ (Ali Khan), ອະດີດເຈົ້າໜ້າທີ່ໃນສູນກາງຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດກ່າວຕໍ່ອົງການຂ່າວ CNN ວ່າ ລັດທີ່ມີຈໍາ ນວນ ກໍລະນີຄົນຕິດໄວຣັສໂຄໂຣນາທີ່ກໍາລັງເພີ້ມຂຶ້ນແຫ່ງນັ້ນຢູ່ໃນສະຫະລັດ ແມ່ນມີທ່າທີທີ່ຈະສືບຕໍ່ເພີ້ມຂຶ້ນໄປອີກ ເວັ້ນເສຍແຕ່ວ່າ ການໃສ່ໜ້າກາກປິດ ປາກຈະການເປັນສິ່ງທີ່ເຮັດຢູ່ທົ່ວໄປ.

“ພວກເຮົາຄວນຄາດໄວ້ໂລດວ່າ ພະຍາດນີ້ຈະສືບຕໍ່ເຕັ້ນໄປທົ່ວສະຫະລັດເພາະ ວ່າ ມີຫຼາຍກວ່າ 90 ເປີເຊັນຂອງພົນລະເມືອງຍັງມີການຕິດເຊື້ອໄດ້ງ່າຍ,” ນັ້ນ ຄືຄໍາເວົ້າຂອງທ່ານຄານ. “….ແມ່ນແຕ່ຢູ່ບ່ອນທີ່ເຂົາເຈົ້າຄິດວ່າເຮັດໄດ້ດີສົມຄວນ ຢູ່ໃນເວລານີ້- ເຂົາເຈົ້າ ກໍເຮັດບໍ່ໄດ້. ຕາບໃດທ່ານຫາກຍັງບໍ່ເຮັດໃຫ້ອັນນີ້ຖືກຈໍາກັດລົງໄດ້ໃນປະຊາຄົມ ຂອງທ່ານ, ທ່ານກໍຈະມີຄວາມສ່ຽງວ່າມັນຈະກັບຄືນມາອີກ ແລະກໍເພີ້ມຂຶ້ນໄປ.”

ເມື່ອເບິ່ງຄືນຕອນມັນມີການລະບາດໃໝ່ໆ ຢູ່ໃນສະຫະລັດນັ້ນ ທ່ານ ແລຣີ ຮອກແກນ (Larry Hogan) ຜູ້ປົກຄອງລັດແມຣີແລນ ທີ່ເປັນປະທານ ສະ ມາຄົມຜູ້ປົກຄອງລັດ ໄດ້ບອກວ່າເປັນຄວາມຜິດຂອງປະທານາທິບໍດີດໍໂນລ ທຣໍາ ທີ່ມີການຮັບມືກັບມັນແບບວຸ້ນວາຍ.

ຂະນະທີ່ທ່ານ ຮອກແກນ (Hogan) ໄດ້ຈັບຕາມອງວ່າອາດຈະລົງສະໝັກເປັນ ປະທານາທິບໍດີໃນປີ 2024 ນັ້ນ ທ່ານກ່າວຢູ່ໃນບົດຂຽນລົງ ໃນໜັງສືພິມວໍຊິງ ຕັນໂພຕສວ່າ ໃນຕອນຕົ້ນປີນີ້ ທ່ານທຣໍາໄດ້ຕໍາໜິຄົນອື່ນຢ່າງໄວວາ ສໍາລັບ ຄວາມຜິດ ພາດຂອງປະເທດໃນການຮັບມືກັບໄວຣັສໂຄໂຣນາໃນຂະນະທີ່ມັນ ໄດ້ພັດຜ່ານ ແບບກວດລ້າງມາຈາກຈີນເຂົ້າມາໃນປະເທດຢູ່ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG