ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈໍານວນຄົນເສຍຊີວິດ ຍ້ອນໄວຣັສ ໂຄໂຣນາ ຢູ່ ສຫລ ໃກ້ຈະຮອດ 200,000 ຄົນແລ້ວ


ນາງ Angelica Mendez ກໍາລັງກ່າວອໍາລາແມ່ນຂອງລາວ ອາຍຸ 86 ປີ ທີ່ເສຍຊີວິດໄປຍ້ອນພະຍາດ COVID-19 ຢູ່ສູນການແພດ United Memorial Medical Center ໃນນະຄອນ Houston ລັດເທັກຊັສ, ວັນທີ 8 ກັນຍາ, 2020
ນາງ Angelica Mendez ກໍາລັງກ່າວອໍາລາແມ່ນຂອງລາວ ອາຍຸ 86 ປີ ທີ່ເສຍຊີວິດໄປຍ້ອນພະຍາດ COVID-19 ຢູ່ສູນການແພດ United Memorial Medical Center ໃນນະຄອນ Houston ລັດເທັກຊັສ, ວັນທີ 8 ກັນຍາ, 2020

ສະຫະລັດອກຳລັງຫຍັບເຂົ້າໃກ້ຂີດໝາຍຂອງການເສຍຊີວິດຈໍານວນ 200,000 ຄົນ ຍ້ອນໄວຣັສໂຄໂຣນາແລ້ວ, ອີງຕາມຜູ້ຊ່ຽວຊານຕິດຕາມການລະບາດຂອງພະຍາດດັ່ງກ່າວ.

ໃນຕອນແລງວັນຈັນວານນີ້, ສະຫະລັດມີຜູ້ຕິດເຊື້ອ ຫຼາຍກ່ວາ 6.8 ລ້ານ ຄົນແລະມີຜູ້ເສຍຊີວິດ 199,766 ຄົນ ເຊິ່ງເປັນປະເທດທີ່ມີຈໍານວນສູງກວ່າໝູ່ທີ່ສຸດໃນທັງສອງປະເພດ ອີງຕາມສູນແຫລ່ງຊັບພະຍາກອນດ້ານໄວຣັສໂຄໂຣນາຂອງມະຫາວິທະຍາໄລ Johns Hopkins.

ອີງຕາມຂໍ້ມູນຈາກສູນຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດແລ້ວ, ຫຼາຍກວ່າສາມສ່ວນສີ່ຂອງຄົນທີ່ເສຍຊີວິດໃນສະຫະລັດແມ່ນຄົນທີ່ມີອາຍຸ 65 ປີຂຶ້ນໄປ.

ການພຸ້ງສູງຂຶ້ນຂອງກໍລະນີຄົນເປັນພະຍາດນີ້ລາຍໃໝ່ ໃນພາກຕາເວັນຕົກສຽງໃຕ້ແລະພາກຕາເວັນຕົກ ຕອນກາງຂອງສະຫະລັດ ແມ່ນເປັນຍ້ອນການເປີດໂຮງຮຽນ ແລະວິທະຍາໄລຢູ່ທີ່ນັ້ນຄືນ.

ໃນທະວີບຢູໂຣບ, ບັນດາປະເທດໃນທົ່ວທະວີບ ກຳລັງວາງຂໍ້ຈຳກັດໃໝ່ ໃນຂະນະທີ່ກໍລະນີຄົນເປັນໂຄວິດ-19, ທີ່ເປັນພະຍາດທີ່ເກີດຈາກໄວຣັສໂຄໂຣນາ ເພີ້ມຂຶ້ນ.

ອັງກິດໄດ້ລາຍງານວ່າມີກໍລະນີຄົນເປັນພະຍາດໂຄວິດ-19 ລາຍໃໝ່ຢູ່ 4,368 ຄົນ ໃນວັນຈັນວານນີ້, ໃນຂະນະທີ່ປະເທດນີ້ມີກໍລະນີຄົນເປັນພະຍາດນີ້ທັງໝົດເກືອບຮອດ 400,000 ຄົນແລ້ວ.

ທ່ານ ຄຣິສ ວີດທີ (Chris Witty), ຫົວໜ້າເຈົ້າໜ້າທີ່ການແພດປະເທດອັງກິດ ແລະທ່ານ ແພທຮິກ ແວລແລນສ໌ (Patrick Vallance), ຫົວໜ້າທີ່ປຶກສາດ້ານວິທະຍາສາດ, ໄດ້ປະກາດໃນວັນຈັນວານນີ້ ໃນລະຫວ່າງການກ່າວຄຳປາໄສທາງໂທລະພາບໃຫ້ທົ່ວປະເທດຊາບວ່າປະເທດກຳລັງກ້າວໄປ “ໃນທິດທາງທີ່ບໍ່ຖືກຕ້ອງ” ແລະໄດ້ເຖິງ “ຈຸດທີ່ສຳຄັນທີ່ສຸດ” ໃນການຮັບມືຂອງຕົນກັບພະຍາດນີ້.

ລັດຖະມົນຕີກະຊວງສາທາລະນະສຸກອັງກິດທ່ານ ແມດ ແຮນຄຸກ (Matt Hancock) ກ່າວໃນວັນອາທິດຜ່ານມາວ່າ ປະເທດດັ່ງກ່າວອາດຈະປະເຊີນກັບຂໍ້ຈຳກັດທີ່ເຂັ້ມງວດອີກຮອບນຶ່ງ ຖ້າປະຊາຊົນບໍ່ປະຕິບັດຕາມຄຳສັ່ງໃໝ່ “ກົດລະບຽບ 6” ທີ່ວາງອອກມາໃນຕົ້ນເດືອນນີ້ໂດຍນາຍົກລັດຖະມົນຕີ ບໍຣິສ ຈອນສັນ (Boris Johnson), ເຊິ່ງຈຳກັດຈຳນວນຄົນທີ່ເຂົ້າຮ່ວມການຊຸມນຸມສັງຄົມສ່ວນໃຫຍ່ບໍ່ເກີນ 6 ຄົນ.

ໃນປະເທດຝຣັ່ງ, ບ່ອນທີ່ມີຈໍານວນກໍລະນີຄົນເປັນພະຍາດນີ້ພຸ້ງສູງຂຶ້ນໃນອາທິດຜ່ານມາ, ເຈົ້າໜ້າທີ່ສາທາລະນະສຸກໄດ້ເປີດສູນກວດພະຍາດໃໝ່ຢູ່ໃນປາຣີ.

ປະເທດອີຕາລີໄດ້ປະກາດໃນວັນຈັນວານນີ້ວ່າ ຕົນຈະໃຫ້ມີລະບຽບການບັງຄັບໃຫ້ການກວດຫາພະຍາດໂຄວິດ-19 ສຳລັບຄົນທີ່ເດີນທາງມາຈາກປາຣີ ແລະ ເຂດອື່ນໆບາງເຂດ ຂອງຝຣັ່ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG