ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂະ​ບວນ​ລົດ​ທະ​ຫານ ສະ​ຫະ​ລັດ ຖືກ​ໂຈມ​ຕີ​ ໂດຍທະ​ຫານ​ບ້ານ ທີ່ສະ​ໜັບ​ສະ​ໜູນ​ ລັດ​ຖະ​ບານ ຊີ​ເຣຍ


ປະ​ຊາ​ຊົນ ແລະ ທະ​ຫານ ເຕົ້າ​ໂຮມ​ກັນ​ຢູ່​ທາງ​ຂ້າງ​​ລົດ​ທະ​ຫານ ອາ​ເມ​ຣິ​ກາ ຄັນ​ນຶ່ງ​ທີ່​ຄາ​ຢູ່​ດິນ​ໃນ​ບ້ານ ເຄີ​ເບັດ ແອມ​ມູ, ກາ​ມິ​ສ​ລີ, ຊີ​ເຣຍ. 12 ກຸມ​ພາ, 2020.
ປະ​ຊາ​ຊົນ ແລະ ທະ​ຫານ ເຕົ້າ​ໂຮມ​ກັນ​ຢູ່​ທາງ​ຂ້າງ​​ລົດ​ທະ​ຫານ ອາ​ເມ​ຣິ​ກາ ຄັນ​ນຶ່ງ​ທີ່​ຄາ​ຢູ່​ດິນ​ໃນ​ບ້ານ ເຄີ​ເບັດ ແອມ​ມູ, ກາ​ມິ​ສ​ລີ, ຊີ​ເຣຍ. 12 ກຸມ​ພາ, 2020.

ຂະ​ບວນ​ລົດ​ທະ​ຫານ ສະ​ຫະ​ລັດ ຂະ​ບວນ​ນຶ່ງ​ ໄດ້​ຖືກ​ໂຈມ​ຕີ​ໃນ​ວັນ​ພຸດ​ວານນີ້ ໂດຍ​ນັກ​ຮົບ​ທະ​ຫານ​ບ້ານ ທີ່​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ ຊີ​ເຣຍ ​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ຊີ​ເຣຍ, ອີງ​ຕາມ​ແຫຼ່ງ​ຂ່າວ​ໃນ​ທ້ອງ​ຖິ່ນ ແລະຄຳ​ຖະແຫຼງ​ຂອງ ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ.

ເຫດ​ການ​ດັ່ງ​ກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ບ້ານ​ແຫ່ງ​ນຶ່ງ​ໃກ້​ກັບ​ເມືອງ ກາ​ມິ​ສ​ລີ ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອ​ກ​ສຽງ​ເໜືອ​ນັ້ນ.

​ກຳ​ລັງ​ປະ​ສົມ​ທີ່​ນຳ​ພາ​ໂດຍ ສະ​ຫະ​ລັດ ທີ່​ກຳ​ລັງ​ຕໍ່​ສູ້​ກັບກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ​ໄດ້​ກ່າວ​ວ່າ ກອງ​ທະ​ຫານ​ຂອງ​ເຂົາ​ເຈົ້າ​ໄດ້ເລີ່ມ​ຍິງ​ປືນ​ຢູ່​ດ່ານກວດ​ກາ​ແຫ່ງ​ນຶ່ງ​ທີ່​ຖືກ​ຄວບ​ຄຸມ​ໂດຍກອງ​ກຳ​ລັງ​ລັດ​ຖະ​ບານ ຊີ​ເຣຍ ໃກ້​ກັບ​ເມືອງ ກາ​ມິ​ສ​ລີ ຫຼັງ​ຈາກ​ເຂົາ​ເຈົ້າ​ໄດ້​ຖືກໂຈມ​ຕີ​ດ້ວຍ​ອາ​ວຸດ​ຂະ​ໜາດນ້ອຍ.

ພັນ​ເອກ ໄມ​ລ​ສ໌ ບີ ແຄກ​ກິນ​ສ໌ (Myles B. Caggins), ໂຄ​ສົກ​ຂອງກຳ​ລັງ​ປະ​ສົມ ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ໃນ​ການ​ປ້ອງ​ກັນ​ຕົນ​ເອງນັ້ນ, ກອງ​ທະ​ຫານ​ກຳ​ລັງ​ປະ​ສົມ​ໄດ້ທຳ​ການ​ຍິງ​ຕອບ​ໂຕ້. ສະ​ຖາ​ນະ​ການ​ແມ່ນ​ໄດ້​ສະ​ຫງົບ​ລົງ ແລະ ກຳ​ລັງ​ຢູ່​ພາຍ​ໃຕ້​ການ​ສືບ​ສວນ​ສອບ​ສວນ.” ທ່ານ​ກ່າວ​ຕື່ມ​ວ່າ “ທະ​ຫານ​ລາດ​ຕະ​ເວນ​ຂອງ​ກຳ​ລັງ​ປະ​ສົມ​ໄດ້​ກັບ​ຄືນ​ສູ່​ຖານ​ທັບ.”

ສື່ມວນ​ຊົນ​ລັດ​ຖະບານ ແລະ ທ້ອງ​ຖິ່ນ​ໄດ້​ກ່າວ​ວ່າ ຄົນ​ນຶ່ງ​ໄດ້​ເສຍ​ຊີ​ວິດ​ໃນ​ການ​ຍິງ​ກັນ ​ໃນ​ເຫດ​ການ​ດັ່ງ​ກ່າວ ແລະ ວ່າ​ເຮື​ອ​ບິນ​ຮົບ ສະ​ຫະ​ລັດ ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຢ່າງ​ໜ້ອຍ​ນຶ່ງ​ຄັ້ງ​ ລຸນຫຼັງ​ການ​ຍິງ​ກັນ​ນັ້ນ.

ແຕ່​ພັນ​ເອກ ແຄກ​ກິນ​ສ ໄດ້​ກ່າວ​ວ່າ “ບໍ່​ໄດ້ມີ​ການ​ໂຈມ​ຕີ​ທາງ​ອາ​ກາດ” ​ໃນ​ຂົງ​ເຂດ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG